Home ຂ່າວດ່ວນ ປກສ ໄຊສົມບູນ ກໍາລັງດໍາເນີນຄະດີ ເຈົ້າຂອງຮ້ານຂາຍເຂົ້າໜົມ ທີ່ເຮັດເກີນກວ່າເຫດ

ປກສ ໄຊສົມບູນ ກໍາລັງດໍາເນີນຄະດີ ເຈົ້າຂອງຮ້ານຂາຍເຂົ້າໜົມ ທີ່ເຮັດເກີນກວ່າເຫດ

0

ກ່ອນໜ້ານີ້ໄດ້ມີເຈົ້າຂອງຮ້ານຂາຍເຄື່ອງມັດເດັກນ້ອຍຕິດກັບລົດຈັກ ຈົນກາຍເປັນກະແສສັງຄົມໂຈມຕີວິພາກວິຈານວ່າເຮັດເກີນກ່ວາເຫດ, ໃນວັນທີ 7 ມີນາ 2023, ເຈົ້າໜ້າທີ່ ປກສ ແຂວງໄຊສົມບູນ ໄດ້ນໍາຕົວເຈົ້າຂອງຮ້ານມາທຳການສຶບສວນ-ສອບສວນ ສຶກສາອົບຮົມ ແລະດໍາເນີນຄະດີຕາມຂັ້ນຕອນລະບຽບກົດໝາຍ.

ທ່ານ ພັຕ ພູມໃຈ ເພັດສົມພູ ຫົວໜ້າພະແນກຕໍາຫຼວດ ສືບສວນ-ສອບສວນ ປກສ ແຂວງໄຊສົມບູນ ຖະແຫຼງຂ່າວວ່າ: ຕໍ່ກັບເຫດການດັ່ງກ່າວເກີດຂຶ້ນທີ່ບ້ານພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ, ປກສ ແຂວງໄຊສົມບູນ ອອກຄໍາສັ່ງເປີດການສືບສວນ-ສອບສວນ ໂດຍໄດ້ນຳຕົວຜູ້ກໍ່ເຫດ (ກໍຄືເຈົ້າຂອງຮ້ານ) ມາສອບສວນຫາສາເຫດໃນການກະທຳຄັ້ງນີ້, ພ້ອມທຳການສຶກສາອົບຮົມຕາມລະບຽບກົດໝາຍຈິ່ງໄດ້ເຫັນສາເຫດເກີດຂຶ້ນຄື: ຍ້ອນເດັກຄົນດັ່ງກ່າວໄດ້ເຂົ້າມາລັກເຂົ້າໜົມ, ເຄື່ອງດື່ມຈຳນວນໜຶ່ງຂອງທາງຮ້ານ, ເຈົ້າຂອງຮ້ານຈຶ່ງພົບເຫັນພ້ອມຈັບຕົວເດັກມັດຕິດກັບລົດຈັກຕາມທີ່ເຫັນໃນສື່ສັງຄົມອອນລາຍ.

ເພື່ອປົກປ້ອງເດັກທີ່ຖືກໃຊ້ຄວາມຮຸນແຮງໃນສັງຄົມໃຫ້ຫຼຸດນ້ອຍຖອຍລົງ, ເຈົ້າໜ້າທີ່ພວກເຮົາໄດ້ເອົາໃຈໃສ່ຂຸ້ນຂ້ຽວເລັ່ງທຳການສືບສວນ-ສອບສວນ ຈັດຕັ້ງປະຕິບັດໃຫ້ມີຄວາມຍຸຕິທຳຕໍ່ເດັກຜູ້ເຄາະຮ້າຍ ແລະຈະໃຫ້ຄວາມຍຸຕິທຳທັງສອງຝ່າຍ.

ຂ່າວ: ປກສ ໄຊສົມບູນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version