Home ຂ່າວພາຍໃນ ພັກ-ລັດຖະບານໃຫ້ຄວາມສຳຄັນຕໍ່ການພັດທະນາແມ່ຍິງ

ພັກ-ລັດຖະບານໃຫ້ຄວາມສຳຄັນຕໍ່ການພັດທະນາແມ່ຍິງ

0

ຕະຫຼອດໄລຍະທີ່ຜ່ານມາພັກ-ລັດຖະບານໄດ້ໃຫ້ຄວາມສຳຄັນຕໍ່ການພັດທະນາແມ່ຍິງໂດຍໄດ້ອອກຫຼາຍນິຕິກຳທີ່ສະແດງໃຫ້ເຫັນເຖິງການພັດທະນາແມ່ຍິງ ປົກປ້ອງແມ່ຍິງ ພ້ອມທັງໄດ້ເອົາໃຈໃສ່ຍົກສູງບົດບາດເອື້ອຍນ້ອງແມ່ຍິງໃຫ້ມີຄວາມສະເໜີພາບກັບເພດຊາຍໃນທຸກໆດ້ານ ແລະ ເອົາໃຈໃສ່ສົ່ງເສີມເອື້ອຍນ້ອງແມ່ຍິງໃຫ້ມີວຽກເຮັດງານທຳ.

ທ່ານ ນາງ ອາດສະໄນ ບູນມະນີຄູນ ພະນັກງານຢູ່ກົມຈັດຕັ້ງ ແລະ ພະນັກງານ ຫ້ອງການຄະນະບໍລິຫານງານພັກກະຊວງໂຍທາທິການ ແລະ ຂົນສົ່ງ ຕໍາແໜ່ງບໍລິຫານປະເພດ 4ໄດ້ໃຫ້ສຳພາດວ່າ: ຂ້າພະເຈົ້າກໍເປັນຜູ້ໜຶ່ງທີ່ເປັນເພດຍິງທີ່ໄດ້ຮັບໂອກາດໃນການພັດທະນາຕົນເອງໂດຍໄດ້ມີໂອກາດໄດ້ຮໍ່າຮຽນໃນທຸກລະດັບເລີ່ມແຕ່ສາຍສາມັນຈົນເຖິງລະດັບປະລິນຍາເຊິ່ງການໄດ້ຮັບໂອກາດໃນການສຶກສານີ້ເຫັນໄດ້ວ່າພັກ-ລັດຖະບານແມ່ນໄດ້ເປີດໂອກາດໃຫ້ທຸກໆຄົນບໍ່ວ່າຈະເປັນເພດຊາຍ ຫຼື ເພດຍິງແມ່ນໄດ້ເປີດໂອກາດໃຫ້ໄດ້ຮັບການສຶກສາທີ່ເທົ່າທຽມກັນ ຈົນຮອດການເຂົ້າເຮັດວຽກງານຕ່າງໆຕົນເອງກໍໄດ້ຮັບໂອກາດຈາກກະຊວງໂຍທາທິການ ແລະ ຂົນສົ່ງໃຫ້ເຂົ້າມາເປັນພະນັກງານເພດຍິງຄົນໜຶ່ງເຂົ້າມາປະກອບສ່ວນພັດທະນາວຽກງານໃນຂະແໜງໂຍທາທິການ ແລະ ຂົນສົ່ງເໝືອນດັ່ງອ້າຍນ້ອງເພດຊາຍຄົນອື່ນໆ ໂດຍບໍ່ໄດ້ກີດກັ້ນຄວາມຮູ້ຄວາມສາມາດຂອງເອື້ອຍນ້ອງເພດຍິງເຊິ່ງທາງການນຳກະຊວງໂຍທາທິການ ແລະ ຂົນສົ່ງເພີ່ນໄດ້ເຫັນຄວາມສຳຄັນຂອງເອື້ອຍນ້ອງເພດຍິງສະແດງໃຫ້ເຫັນຫຼາຍຕຳແໜ່ງທີ່ສຳຄັນກໍໄດ້ມີເພດຍິງປະກອບສ່ວນພັດທະນາວຽກງານຄຽງບ່າຄຽງໄລ່ກັບເພດຊາຍ ພ້ອມທັງໃຫ້ໂອກາດປະກອບຄຳຄິດຄຳເຫັນໃນວຽກງານ ເວົ້າລວມແລ້ວ ພັກ-ລັດຖະບານແມ່ນໃຫ້ຄວາມສຳຄັນຕໍ່ເອື້ອຍນ້ອງແມ່ຍິງໄດ້ສະແດງສິດ ແລະ ບົດບາດຂອງຕົນເອງຢ່າງເຕັມສ່ວນ ໄປພ້ອມກັບການວາງແຜນນະໂຍບາຍ ແຜນຍຸດທະສາດ ການສ້າງກົດໝາຍ ເພື່ອຄຸ້ມຄອງ ແລະ ປົກປ້ອງແມ່ຍິງ ແມ່ ແລະ ເດັກ.

ໃນນາມຂ້າພະເຈົ້າເປັນແມ່ຍິງຄົນໜຶ່ງ ຈະຕັ້ງໜ້າປະຕິບັດໜ້າທີ່ຂອງຕົນ ປະຕິບັດຄຳຂວັນ ແມ່ຍິງ 3 ດີຂອງສະຫະພັນແມ່ຍິງລາວໃຫ້ດີທີ່ສຸດຈະເປັນແມ່ທີ່ດີ ເປັນພົນລະເຮືອນທີ່ດີ ແລະ ພະນັກງານທີ່ດີຂອງການຈັດຕັ້ງ ເນື່ອງໃນໂອກາດວັນແມ່ຍິງສາກົນ (ຄົບຮອບ 113 ປີ)ຂໍອອຍພອນໃຫ້ການນຳພັກ-ລັດ ແມ່ປ້າ ອາວຸໂສ ພະນັກງານເພດຍິງ ກໍຄື ເອື້ອຍນ້ອງຍິງລາວເຮົາທຸກທົ່ວໜ້າບໍ່ວ່າຈະຢູ່ໃສ ກໍຂໍໃຫ້ທຸກຄົນ ມີສຸຂະພາບແຂງແຮງ ປະສົບພົບພໍ້ແຕ່ສິ່ງດີດີ ໃນຊີວິດ ການງານ ແລະ ຄອບຄົວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version