Home ຂ່າວກິລາ ເຊເຣຍອາ ລົງໂທດ ປັບໃໝເງິນ- ຫ້າມ ມູຣິນໂຢ່ 2 ເກມ

ເຊເຣຍອາ ລົງໂທດ ປັບໃໝເງິນ- ຫ້າມ ມູຣິນໂຢ່ 2 ເກມ

0

ໂຈເຊ ມູຣິນໂຢ ຄູຝຶກຂອງ ໂຣມາ ຈະຕິດໂທດໄດ້ຮັບຂໍ້ຫ້າມ 2 ນັດ ຈາກເຫດການໂຕ້ແຍ່ງຄາລົມກັບຜູ້ຕັດສິນຜູ້ທີ 4 ຈົນໄດ້ຮັບໃບແດງໃນລະຫວ່າງເກມເສຍໃຫ້ ເຄຣໂມເນເຊ່ 1-2.

ມູຣິນໂຢ່ ຖືກໄລ່ອອກຈາກຂ້າງສະໜາມ ຫຼັງຈາກທີ່ມີການໂຕ້ຖຽງກັບຜູ້ຕັດສິນທີ 4 ມາໂກ ແຊຣ່າ ໃນຕົ້ນເຄິ່ງເວລາທີ່ສອງຂອງເກມເມື່ອວັນອັງຄານທີ່ຜ່ານມາ ໂດຍ Serie A ຕັດສິນບົດລົງໂທດຫ້າມຄຸມທີມຂ້າງຄຽງສອງເກມ.

ຂະນະດຽວກັນ ກໍມີບົດລົງໂທດປັບໃໝເງິນຈໍານວນ 10.000 ເອີໂຣດ້ວຍ.

Serie A ຊີ້ແຈງການຕັດສິນບົດລົງໂທດ ມູຣິນໂຢ່ ໂດຍພິຈາລະນາຈາກການໂຕ້ແຍ່ງຄໍາຕັດສິນຂອງຜູ້ຕັດສິນຢ່າງຮຸນແຮງ ແລະ ມີການຍົວະເຍົ້າ ອີກທັງຍັງໄດ້ເຮັດພຶດຕິກຳແບບນີ້ຊ້ຳອີກຕອນຖືກໄລ່ອອກໄປແລ້ວ ນອກຈາກນີ້ ຍັງມີການເຂົ້າໄປຫ້ອງແຕ່ງຕົວຂອງຜູ້ຕັດສິນ ແລະ ກ່າວຫາວ່າຜູ້ຕັດສິນຜູ້ທີ 4 ດ້ວຍການສະແດງອອກອາລົມທີ່ບໍ່ເໝາະສົມ.

ສໍາລັບບົດລົງໂທດສັ່ງຫ້າມຄຸມທີມຂ້າງສະໜາມ 2 ນັດຂອງ ມູຣິນໂຢ ຈະເປັນສອງເກມໃນສະໜາມ ສະຕາດິໂອ ໂອລິມປິໂກ ພົບກັບ ຢູເວນຕຸສ ແລະ ຊາສຊູໂອໂລ ແຕ່ຈະກັບມາໄດ້ໃນເກມແຂ່ງຂັນພົບກັບ ລາຊີໂອ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version