Home ຂ່າວຕ່າງປະເທດ ຫລາຍປະເທດໂຈະການນຳເຂົ້າຊີ້ນງົວຈາກບຣາຊິນ ສະກັດກັ້ນພະຍາດງົວບ້າ

ຫລາຍປະເທດໂຈະການນຳເຂົ້າຊີ້ນງົວຈາກບຣາຊິນ ສະກັດກັ້ນພະຍາດງົວບ້າ

0

ຕາມ​ຂ່າວ​ຈາກຣອຍ​ເຕີ ວັນ​ທີ 3 ​ມີນາ​ນີ້ ກະ​ຊວງ​ກະ​ສິ​ກຳ​ຂອງ​ບ​ຣາ​ຊິນ​ ໄດ້​ອອກ​ຖະ​ແຫລງ​ວ່າ: ໄທ, ອີ​ຣານ ແລະ ຊອກ​ດາ​ນີ ແມ່ນ ​3 ປະ​ເທດ ຫລ້າ​ສຸດໂຈະ​ການ​ນຳ​ເຂົ້າ​ຊີ້ນ​ງົວ​ຈາກ​ບຣາ​ຊິນ ເນື່ອງ​ຈາກ​ຄວາມ​ກັງ​ວົນ ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ກວດພົບ ພະຍາດສະໝອງອັກ​ເສບ (BSE)​ ໃນ​ງົວ ຊຶ່ງເອີ້ນກັນວ່າພະຍາດງົວບ້າ. ຂະນະ​ທີ່ກະຊວງ​ກະສິກຳ​ຂອງລັດ​ເຊຍ ​ໃຊ້​ມາດ​ຕະການປິດ​ລ້ອມການ​ນຳ​ເຂົ້າຊີ້ນ​ງົວຈາກ​ລັດ​ປາຣາ ທາງ​ພາກ​ເໜືອ ​ຂອງ​ບຣາຊິນ. ຂະນະ​ດຽວ​ກັນບຣາຊິນ ​ໄດ້​ຢຸດ​ການ​ສົ່ງ​ອອກ​ ຊີ້ນ​ງົວ​​ໄປ ສປ ຈີນ ​ແຕ່​ທ້າຍ​ເດືອນ​ກຸມພາ ​ຜ່ານ​ມາຊຶ່ງ​ເປັນ​ໄປ​ຕາມຂໍ້​ຕົກລົງລະດັບທະວິ​ພາຄີ ລະຫວ່າງ​ສອງ​ປະ​ເທດ. ການ​ເຄື່ອນ​ໄຫວຂອງ​ທຸກ​ປະ​ເທດ​ດັ່ງກ່າວເກີດ​ຂຶ້ນ​ ຫລັງ​ຈາກ​ກະຊວງ​ກະສິກຳ​ ຂອງ​ບຣາຊິນ ປະກາດ​ກວດ​ພົບ​ພະຍາດ​ງົວ​ບ້າ (BSE)​ ໃນ​ວັນ​ທີ 20 ​ກຸມພາ​ ຜ່ານ​ມາກວດ​ພົບເຊື້ອ​ພະຍາດ​ນີ້​ໃນ​ງົວ​ໂຕ​ຜູ້ ອາຍຸ 9 ປີ ​ໂຕ​ທຳ​ອິດໃນ​ລັດ​ປາຣາ ​ເຮັດ​ໃຫ້​ເຈົ້າໜ້າ​ທີ່ກ່ຽວຂ້ອງຈຳ​ເປັນ​ຕ້ອງກຳຈັດ​ງົວໂ​ຕ​ນັ້ນຕາມ​ລະບຽບ​ການ​ຄວບ​ຄຸມພະ​ຍາດຢ່າງ​ເຂັ້ມງວດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version