Home ຂ່າວພາຍໃນ 3 ປະເທດ ທີ່ນຳໃຊ້ເສັ້ນທາງເລກທີ 8 ແລະ ເລກທີ 12 ຕີລາຄາການຮ່ວມມືໄລຍະຜ່ານມາ

3 ປະເທດ ທີ່ນຳໃຊ້ເສັ້ນທາງເລກທີ 8 ແລະ ເລກທີ 12 ຕີລາຄາການຮ່ວມມືໄລຍະຜ່ານມາ

0

ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ກອງປະຊຸມອະນຸກຳມະການ 9 ແຂວງ 3 ປະເທດ ຄັ້ງທີ 23 ລາວ-ຫວຽດນາມ-ໄທ ທີ່ນຳໃຊ້ເສັ້ນທາງເລກທີ 8 ແລະ ເລກທີ 12 ຈັດຂຶ້ນໃນວັນທີ 2 ມີນາ 2023 ຢູ່ແຂວງບໍລິຄຳໄຊ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ອຸດົມ ວົງໄກສອນ ຫົວໜ້າພະແນກການຕ່າງປະເທດແຂວງບໍລິຄຳໄຊ, ຝ່າຍຫວຽດນາມ ທ່ານ ເຈີນ ແມ້ງ ຮຸ່ງ ຮອງຫົວໜ້າພະແນກພົວພັນຕ່າງປະເທດ ແລະ ຝ່າຍຣາຊະອານາຈັກໄທ ນໍາໂດຍ ທ່ານ ສົມຫວັງ ອາລີເອື້ອ ຫົວໜ້າສຳນັກງານຈັງຫວັດບຶງການ, ມີ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ,ມີບັນດາອະນຸກໍາມະການທີ່ກ່ຽວຂ້ອງຈາກ 9 ແຂວງ 3 ປະເທດ ເຂົ້າຮ່ວມ ເພື່ອສະຫລຸບຕີລາຄາການຮ່ວມມືໃນໄລຍະຜ່ານມາ. ທ່ານ ອຸດົມ ວົງໄກສອນ ໄດ້ລາຍງານສະພາບລວມ ການຜັນຂະຫຍາຍເນື້ອໃນບົດບັນທຶກກອງປະຊຸມ, ຄະນະຜູ້ແທນຂັ້ນສູງ 9 ແຂວງ 3 ປະເທດ ທີ່ນໍາໃຊ້ເສັ້ນທາງເລກ 8 ແລະ 12 ຄັ້ງທີ 22 ໂດຍໄດ້ຍົກໃຫ້ເຫັນໝາກຜົນທີ່ບັນລຸໄດ້ໃນການພົວພັນຮ່ວມມືຜ່ານມາ ທີ່ແຂວງຮ່າຕິ່ງ ສສ ຫວຽດນາມເປັນເຈົ້າພາບ, ແຂວງບໍລິຄຳໄຊ ໄດ້ເປັນເຈົ້າການໃນການຊຸກຍູ້ ແລະ ປະສານສົມທົບກັບບັນດາຄະແໜງການທີ່ກ່ຽວຂ້ອງ ເພື່ອຜັນຂະຫຍາຍຈັດຕັ້ງປະຕິບັດເນື້ອໃນບົດບັນທຶກຮ່ວມກັນຜ່ານມາເຫັນວ່າມີຫລາຍດ້ານທີ່ປະຕິບັດ ເປັນຕົ້ນ ດ້ານການສຶກສາ ແລະ ກິລາ, ດ້ານວັດທະນະທຳ ແລະ ທ່ອງທ່ຽວ, ດ້ານການຄ້າ ແລະ ລົງທຶນ, ດ້ານກະສິກຳ, ດ້ານສາທາລະນະສຸກ. ໃນນັ້ນ, ເດັ່ນກວ່າໜູ່ແມ່ນດ້ານຄົມມະນາຄົມ-ຂົນສົ່ງ ໂດຍສະເພາະແມ່ນ ການປະຕິບັດໂຄງການກໍ່ສ້າງຂົວຂ້າມແມ່ນຂອງ ແຫ່ງທີ 5 ບໍລິຄໍາໄຊ-ບຶງການ ແລະ ການກໍ່ສ້າງດ່ານສາກົນ ເຊື່ອມຕໍ່ໃສ່ທາງຫລວງແຫ່ງຊາດເລກທີ 13 ໃຕ້ ຫລື ເສັ້ນທາງ AH 11 ໄປຫາເສັ້ນທາງເລກ 8 ອອກສູ່ ສສ ຫວຽດນາມ, ປັດຈຸບັນການກໍ່ສ້າງຂົວຂ້າມແມ່ນ້ຳຂອງສຳເລັດແລ້ວ 39% ແລະ ການກໍ່ສ້າງດ່ານສາກົນ ສຳເລັດແລ້ວ 55,7%; ສືບຕໍ່ຕິດຕາມຂັ້ນຕອນການເປີດເສັ້ນທາງຂົນສົ່ງຈາກບາງກອກ-ນະຄອນພະນົມ-ທ່າແຂກ-ຮ່າຕິ່ງ ທີ່ນໍາໃຊ້ເສັ້ນທາງເລກ 8 ແລະ 12, ປັດຈຸບັນ ກະຊວງໂຍທາທິການ ແລະ ຂົນສົ່ງ ຍັງຢູ່ໃນຂັ້ນຕອນຫ້າງຫາກະກຽມ ເພື່ອແຈ້ງເຊີນກົມຂົນສົ່ງຂອງຣາຊະອານາຈັກໄທ ແລະ ສສ ຫວຽດນາມ ມາປະຊຸມເພື່ອເປັນເອກະພາບໃນຂັ້ນຕອນຈັດຕັ້ງປະຕິບັດ; ສຸມໃສ່ຈັດຕັ້ງປະຕິບັດບັນດາໂຄງການຕ່າງໆທີ່ຕິດພັນກັບແຜນການຮ່ວມມືດ້ານຄົມມະນາຄົມ-ຂົນສົ່ງ, ປັບປຸງກໍ່ສ້າງເສັ້ນທາງປູເບຕົງ, ບໍລິເວນທາງເຂົ້າ-ອອກດ່ານສາກົນນໍ້າພາວ-ຈັງຫວັດໜອງຄາຍ ໄດ້ມີການພັດທະນາທາງຫລວງເລກທີ 212 ຫາແຂວງບຶງການ ເຊິ່ງນຳໃຊ້ງົບປະມານ 1.200 ລ້ານບາດ ເພື່ອການພັດທະນາທາງຫລວງດັ່ງກ່າວ ໃຫ້ມີຄວາມສະດວກໃນການຂົນສົ່ງສິນຄ້າ ແຂວງຮ່າຕິງ ແລະ ແຂວງບໍລິຄຳໄຊ ພວມດຳເນີນການກະກຽມປະສານສົມທົບນຳສະເໜີສອງລັດຖະບານ ເພື່ອພິຈາລະນາໂຄງການກໍ່ສ້າງເສັ້ນທາງເຊື່ອມຕໍ່ ລະຫວ່າງດ່ານສາກົນນໍ້າພາວ-ເກົ້າແຈວ ຊ່ວຍເສັ້ນທາງເບື້ອງລາວ ເພື່ອແກ້ໄຂຄວາມແອອັດດ້ານການຄົມມະນາຄົມຢູ່ດ່ານ ໂດຍນຳໃຊ້ທຶນຊ່ວຍເຫລືອຈາກຝ່າຍຫວຽດນາມ; ແຂວງເຫງະອານ ແມ່ນໄດ້ສ້າງທຸກເງື່ອນໄຂອຳນວຍຄວາມສະດວກ ຕາມແຜນການຂອງລັດຖະບານລາວ-ຫວຽດນາມ ກ່ຽວກັບການສ້າງທາງດ່ວນນະຄອນຫລວງວຽງຈັນ-ປາກຊັນ (ບໍລິຄຳໄຊ)-ແທ້ງຖຸຍ (ແຂວງເຫງະອານ)-ນະຄອນຫລວງຮ່າໂນ້ຍ ມາຮອດປັດຈຸບັນ, ກະຊວງຄົມມະນາຄົມ ແລະ ຂົນສົ່ງ ຫວຽດນາມ ໄດ້ສຳເລັດການປະກອບເອກະສານບົດລາຍງານການສຶກສາຄວາມເປັນໄປໄດ້ຂອງໂຄງການ ແລະ ຈະສືບຕໍ່ປະສານສົມທົບກັບຝ່າຍລາວຄົ້ນຄ້ວາ, ຊອກຫາແຫລ່ງທຶນເພື່ອມາລົງທຶນເຂົ້າໃນໂຄງການ.

ໃນນັ້ນແຂວງບໍລິຄຳໄຊ ແລະ ແຂວງເຫງະອານ ໄດ້ຈັດກອງປະຊຸມແລກປ່ຽນຮ່ວມກັນ, ພ້ອມທັງແຕ່ງຕັ້ງຄະນະຂອງສອງຝ່າຍ ເພື່ອລົງສຳຫລວດພື້ນທີ່ຈຸດເຊື່ອມຕໍ່ທາງເລືອກຢູ່ຊາຍແດນ ເພື່ອລາຍງານກະຊວງ ແລະ ລັດຖະບານແຕ່ລະຝ່າຍຊາບ ເພື່ອເປັນບ່ອນອີງໃນການຄົ້ນຄວ້າພິຈາລະນາ. ແຂວງກວາງບິ່ງ ແລະ ແຂວງຄຳມ່ວນ ໄດ້ຕົກລົງເປັນເອກະພາບກັນອະນຸຍາດໃຫ້ຄູ່ດ່ານທ້ອງຖິ່ນກ່າລວງໜ້ອງ ມາປະຕິບັດການຊື້-ຂາຍ, ແລກປ່ຽນສິນຄ້າ ໂດຍຜ່ານດ່ານ ແລະ ອະນຸຍາດໃຫ້ພາຫານະຂອງສອງແຂວງ ໄດ້ຂົນສົ່ງໂດຍສານ, ສິນຄ້າໂດຍຜ່ານດ່ານແຂວງກວາງບິ່ງ ນອກນັ້ນ, ຍັງຊຸກຍູ້ວຽກງານການຄ້າ ລະຫວ່າງແຂວງກວາງບິ່ງ ແລະ ແຂວງຄຳມ່ວນ, ແຂວງກວາງບິ່ງ ພວມຂະຫຍາຍ 4 ເສັ້ນທາງ ເພື່ອຂົນສົ່ງໂດຍສານ ລະຫວ່າງປະເທດລາວ-ຫວຽດນາມ ແລະ ພວມສືບຕໍ່ສະເໜີຫາລັດຖະບານຫວຽດນາມ ປະສານສົມທົບຮ່ວມກັບລັດຖະບານ 2 ປະເທດ ລາວ, ໄທ ໃນຂັ້ນຕອນການເພີ່ມເຕີມເສັ້ນທາງເລກທີ 8 ແລະ ເລກທີ 12 ເຂົ້າໃນຂໍ້ຕົກລົງ ເພື່ອອຳນວຍຄວາມສະດວກໃນການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າຜ່ານດ່ານຊາຍແດນປະເທດອະນຸພາກພື້ນແມ່ນໍ້າຂອງເປີດກ້ວາງ(ຂໍ້ຕົກລົງ GMS-CBTA) ໃນໂອກາດດັ່ງກ່າວ, ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ກໍໄດ້ພ້ອມກັນປະກອບຄຳຄິດເຫັນໃສ່ຮ່າງບົດບັນທຶກດັ່ງກ່າວ ໃຫ້ສົມບູນ.

ຂ່າວ: ວຽງສະຫວັນ

ຂໍ້ມູນ: ສີເວດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version