Home ຂ່າວພາຍໃນ ກອງພັນໃຫຍ່ 201 ເປີດຊຸດອົບຮົມ-ຫັດແອບ ປະຈຳປີ 2023

ກອງພັນໃຫຍ່ 201 ເປີດຊຸດອົບຮົມ-ຫັດແອບ ປະຈຳປີ 2023

0

ແຫລ່ງຂ່າວຈາກແຂວງໄຊຍະບູລີ ໃຫ້ຮູ້ວ່າ: ກອງພັນໃຫຍ່ 201 ກອງພົນທີ 2 ເປີດອົບຮົມ-ຫັດແອບ ປະຈຳປີ 2023 ໂດຍການເປັນປະທານຮ່ວມຂອງ ສະຫາຍ ພັນເອກ ບຸນພົບ ວິໄລສັກ ຫົວໜ້າການເມືອງກອງພັນໃຫຍ່ 201 ແລະ ສະຫາຍ ພັນໂທ ຄຳແສງ ພັນອິນດາ ຫົວໜ້າການທະຫານກອງພັນໃຫຍ່ 201, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, 5 ພະແນກການ, 3 ກອງພັນນ້ອຍ, ກອງຮ້ອຍເອກະລາດ ແລະ ພະນັກງານ-ນັກຮົບ ທົ່ວກົມກອງເຂົ້າຮ່ວມ.

ສະຫາຍ ພັນໂທ ສີແພງ ທອງຄຳ ຮອງຫົວໜ້າພະແນກເສນາທິການ ກອງພັນໃຫຍ່ 201 ໄດ້ໃຫ້ຮູ້ວ່າ: ການຈັດຕັ້ງອົບຮົມ-ຫັດແອບປັບປຸງລະບຽບແບບແຜນ, ຝຶກຝົນກຳລັງແຮງກາຍ ປະຈຳປີ 2023 ໃນທົ່ວກອງພົນທີ 2 ແນໃສ່ຍົກລະດັບຄວາມຮູ້-ຄວາມສາມາດ ດ້ານສິລະປະຍຸດ-ຍຸດທະວິທີ ແລະ ລະດັບວິຊາສະເພາະຂອງເຫລົ່າຮົບໃຫ້ນາຍ ແລະ ພົນທະຫານໃນກົມກອງສູງຂຶ້ນຕື່ມ, ກໍາໄດ້ບັນດາຫລັກການ, ເນື້ອໃນບົດຮຽນທັງພາກທິດສະດີຫລັກການ ແລະ ປະຕິບັດຕົວຈິງ ເພື່ອກຽມພ້ອມປະກອບສ່ວນເຂົ້າໃນການເຮັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ ເຊິ່ງການຝຶກອົບຮົມຄັ້ງນີ້ ຈະດຳເນີນເປັນເວລາ 160 ວັນ, ເພື່ອເຮັດໃຫ້ການເປີດຂະບວນການອົບຮົມ-ຫັດແອບປະຈຳປີ 2023 ໃຫ້ໄດ້ຮັບຜົນດີ, ນັ້ນຕາງໜ້າຄະນະພັກ-ຄະນະບັນຊາກອງພັນໃຫຍ່, 5 ພະແນກການ, 3 ກອງພັນນ້ອຍ, ກອງຮ້ອຍເອກະລາດ, ໝວດ ໄດ້ຈັບມືແຂ່ງຂັນ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສູງ ແລະ ຮັບປະກັນຄວາມປອດໄພ 100%

ໂອກາດດັ່ງກ່າວ, ສະຫາຍ ພັນໂທ ສົມພອນ ແກ້ວມະນີໄຊ ຄະນະພັກກອງພັນໃຫຍ່ ຫົວໜ້າພະແນກເສນາທິການ ກອງພັນໃຫຍ່ 201 ກໍໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ, ພ້ອມດ້ວຍຄະນະຊີ້ນຳອົບຮົມ ແລະ ພະນັກງານ-ນັກຮົບ ໃນທົ່ວກອງພັນໃຫຍ່ 201 ຈົ່ງເຕົ້າໂຮມຄວາມສາມັກຄີໃຫ້ ເປັນປຶກແຜ່ນແໜ້ນໜາ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ສຸມທຸກເຫື່ອແຮງ, ສະຕິປັນຍາເຂົ້າໃນການອົບຮົມ-ຫັດແອບ ທັງພາກທິດສະດີ ແລະ ປະຕິບັດຕົວຈິງ, ຈັດຕັ້ງເຊື່ອມຊຶມ ບັນດາແຜນການໃຫ້ລະອຽດ ເລິກເຊິ່ງ, ຮັບປະກັນອຸປະ ກອນ, ພາຫະນະເຕັກນິກ-ອາວຸດ ໃຫ້ຢູ່ໃນສະພາບສົມບູນ ເພື່ອຮັບໃຊ້ການອົບຮົບ-ຫັດແອບ ໃນຄັ້ງນີ້ ໃຫ້ບັນລຸຕາມລະດັບຄາດໝາຍ ທີ່ວາງໄວ້.

ພາບ-ຂ່າວ: ເກດ ອານຸສອນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version