Home ຂ່າວຕ່າງປະເທດ ວານູອາຕູ ປະກາດ ສະຖານະການສຸກເສີນ ໄພພິບັດ ທາງທຳມະຊາດ

ວານູອາຕູ ປະກາດ ສະຖານະການສຸກເສີນ ໄພພິບັດ ທາງທຳມະຊາດ

0

ຕາມ​ຂ່າວ​ຈາກ PortVila ວັນ​ທີ 3​ ມີນານີ້ ວາ​ນູອາ​ຕູ ປະ​ເທດ​ໃນ​ມະຫາ​ສະໝຸດປາຊີ​ຟິກ ປະກາດ​ສະຖານະ​ການສຸກ​ເສີນ​ໄພ​ພິບັດທາງທຳ​ມະ​ຊາດ ຫລັງ​ຈາກຜະ​ເຊີນ​ກັບແຜ່ນດິນ​ໄວຂະໜາດ 6,5 ຣິກ​ເຕີ ​ແລະ ພາຍຸໄຊ​ໂຄຣນ ພັດ​ເຂົ້າຫລາຍ​ຄັ້ງດ້ວຍ​ຄວາມ​ແຮງ​ລົມ​ສູງ​ສຸດ 200 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ​ເຮັດ​ໃຫ້ເຮືອນ​ປະຊາຊົນ​ໄດ້​ຮັບ​ຄວາມ​ເສຍ​ຫາຍຢ່າງໜັກ ​ແລະ ຕົ້ນ​ໄມ້​ຫັກລົ້ມຂີດ​ຂວາງ​ເສັ້ນທາງ ລວມທັງ​ທັບໃສ່ສິ່ງ​ກໍ່ສ້າງໄດ້​ຮັບ​ຄວາມ​ເສຍ​ຫາຍເປັນ​ບໍລິ​ເວນ​ກວ້າງ.

ດັ່ງນັ້ນ ຄະນະ​ລັດຖະມົນຕີ ​ໄດ້​ຕັດສິນ​ໃຈປະກາດ​ສະຖານະ​ການສຸກ​ເສີນເພື່ອ​ໃຫ້ການ​ຊ່ວຍ​ເຫລື​ອຜູ້​ໄດ້​ຮັບຜົນ​ກະທົບ​ຢ່າງ​ຮີບ​ດ່ວນ. ວາ​ນູອາ​ຕູ ມີ​ປະຊາກອນ ປະມານ 320.000 ຄົນ ​ແລະ ​ເປັນ​ປະ​ເທດສ່ຽງ​ໄພ​ຫລາຍ​ທີ່​ສຸດ ກ່ຽວກັບໄພພິບັດ​ທາງ​ທຳ​ມະ​ຊາດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version