Home ຂ່າວພາຍໃນ ເມືອງແກ້ວອຸດົມ ປະກາດນຳໃຊ້ກາໜາຍສິນຄ້າໂອດັອບ ໃຫ້ວິສາຫະກິດສ່ວນບຸກຄົນ

ເມືອງແກ້ວອຸດົມ ປະກາດນຳໃຊ້ກາໜາຍສິນຄ້າໂອດັອບ ໃຫ້ວິສາຫະກິດສ່ວນບຸກຄົນ

0

ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ພິທີປະກາດການນຳໃຊ້ກາໜາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ(ໂອດັອບ) ໃຫ້ແກ່ວິສາຫະກິດສ່ວນບຸກຄົນ ໃນວັນທີ 2 ມີນາ 2023, ເຊິ່ງເປັນຜະລິດຕະພັນເພື່ອສຸຂະພາບຂອງ ທ່ານ ກຸ ພົມມະສານ ບ້ານຖິ່ນແກ້ວ ເມືອງແກ້ວອຸດົມ ໂດຍມີ ທ່ານ ສີສະຫວາດ ແສງພະຈັນ ເຈົ້າເມືອງແກ້ວອຸດົມ, ທ່ານ ຄຳເພັດ ທອງພາລິດ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານນາງ ບົວວັນ ທຳມະວົງ ຕາງໜ້າເຈົ້າຂອງຜະລິດຕະພັນໃຫ້ຮູ້ກ່ຽວກັບປະຫວັດຄວາມເປັນມາຂອງຜະລິດຕະພັນເພື່ອສຸຂະພາບຂອງ ທ່ານ ກຸ ພົມມະສານ ວ່າ: ຜະລິດຕະພັນຊາສະໜູນໄພໃບບີກະທີງ, ຊາຂີງນໍ້າເຜິ້ງ ແລະ ຜະລິດຕະພັນກະທຽມບົ່ມ(ກະທຽມດຳ) ເຊິ່ງຜະລິດຕະພັນທັງ 3 ຢ່າງນີ້ ເປັນຜະລິດຕະພັນທີ່ສືບສານບົດຮຽນຈາກຮຸ່ນພໍ່ແມ່-ປູ່ຍ່າ-ຕາຍາຍ ທີ່ເຄີຍນຳໃຊ້ມາເປັນເວລາດົນນານ ໂດຍນໍາມາປະຍຸກ, ປຸງແຕ່ງໃຫ້ມີການນໍາໃຊທີ່ສະດວກຂຶ້ນກວ່າເກົ່າ ແລະ ເປັນຜະລິດຕະພັນທີ່ຫາໄດ້ງ່າຍ, ສາມາດປູກໄດ້ຢູ່ໃນທ້ອງຖິ່ນ ແລະ ໃນຕໍ່ໜ້າຜູ້ຜະລິດຈະສືບຕໍ່ຮຽນຮູ້, ຖອດຖອນບົດຮຽນ ແລະ ຝຶກອົບຮົມຢູ່ພາຍໃນ ຫລື ຕ່າງປະເທດຕາມເງື່ອນໄຂຕົວຈິງທີ່ການຈັດຕັ້ງອຳນວຍຄວາສະດວກໃຫ້ໃນແຕ່ລະໄລຍະ. ທັງນີ້ ກໍເພື່ອເຮັດໃຫ້ຜະລິດຕະພັນັ່ງກ່າວ ນັບມື້ໄດ້ຮັບການພັດທະນາດ້ານຄຸນນະພາບ ແລະ ສ້າງຄວາມສົນໃຈຈາກຜູ້ບໍລິໂພກ.

ໃນໂອກາດນີ້, ທ່ານ ຄຳເພັດ ທອງພາລິດ ກໍໄດ້ມອບໃບອານຸຍາດ ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ແລະ ມອບປ້າຍສິນຄ້າໂອດັອບ ໃຫ້ແກ່ເຈົ້າຂອງຜະລິດຕະພັນ ແລະ ທ່ານ ສີສະຫວາດ ແສງພະຈັນ ເຈົ້າເມືອງແກ້ວອຸດົມ ກໍໄດ້ໃຫ້ກຽດມອບໃບຍ້ອງຍໍໃຫ້ແກ່ ທ່ານ ກຸ ພົມມະສານ ເຈົ້າຂອງຜະລິດຕະພັນ ຊາສະໜູນໄພໃບບີກະທີງ, ຊາຂີງນໍ້າເຜິ້ງ ແລະ ກະທຽມບົ່ມ ຕື່ມອີກ.

ຂ່າວ-ພາບ: ດາວເພັດ ແກ້ວປະເສິດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version