Home ຂ່າວຕ່າງປະເທດ ກອງປະຊຸມລັດຖະມົນຕີການຕ່າງປະເທດ ກຸ່ມ G-20

ກອງປະຊຸມລັດຖະມົນຕີການຕ່າງປະເທດ ກຸ່ມ G-20

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 1 ມີນາ ຜ່ານມາ ຢູ່ນະຄອນຫຼວງ ນິວເດລີ ປະເທດ ອິນເດຍ ໄດ້ເປີດກອງປະຊຸມລັດຖະມົນຕີການຕ່າງປະເທດ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ພົ້ນເດັ່ນ ແຖວໜ້າໂລກ (G-20). ຂ່າວລະບຸວ່າ: ໃນສອງວັນຂອງການດຳເນີນກອງປະຊຸມ, ກອງປະຊຸມລັດຖະມົນຕີການຕ່າງປະເທດ G-20 ໄດ້ປຶກສາຫາລື, ສົນທະນາໂດຍປິ່ນອ້ອມຫົວຂໍ້ຕ່າງໆຄື: ລັດທິຫຼາຍຝ່າຍ, ຄວາມຈຳເປັນຕ້ອງປະຕິຮູບ, ຄວາມໝັ້ນຄົງດ້ານພະລັງງານ, ສະບຽງອາຫານ ແລະ ການຮ່ວມມືພັດທະນາ, ຊ່ວຍເຫຼືອມະນຸດສະທຳ ແລະ ກູ້ໄພກູ້ຊີບໄພພິບັດ. ໄປຄຽງຄູ່ກັນນັ້ນ, ມີຫຼາຍກອງປະຊຸມສອງຝ່າຍຖືກດຳເນີນຢູ່ນອກກອງປະຊຸມດັ່ງກ່າວ. ສິ່ງທ້າທາຍໃນປີເປັນປະທານ G-20 ຂອງ ອິນເດຍ ໃນປີ 2023 ແມ່ນ ຕ້ອງຮັບປະກັນໃຫ້ບັນລຸໄດ້ຄວາມເຫັນດີເຫັນພ້ອມລະຫວ່າງບັນດາປະເທດສະມາຊິກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version