Home ຂ່າວພາຍໃນ ສະແດງສິລະປະມິດຕະພາບຕິດພັນກັບການທັດສະນະສຶກສານອກຫ້ອງຮຽນ

ສະແດງສິລະປະມິດຕະພາບຕິດພັນກັບການທັດສະນະສຶກສານອກຫ້ອງຮຽນ

0

ເມື່ອບໍ່ດົນມານີ້ທີ່ສວນວັດທະນະທຳຫຼັກ 7, ຄະນະບໍລິຫານງານຊາວໜຸ່ມນະຄອນປາກເຊ ໄດ້ສ້າງຂະບວນການຈັດກິດຈະກຳ ສະແດງສິລະປະມິດຕະພາບ ຕິດພັນກັບການທັດສະນະສຶກສາ ທຳມະຊາດ ແລະ ມູນເຊື້ອປະຫວັດສາດ ນອກຫ້ອງຮຽນ ຂອງເຍົາວະຊົນທັນວາ ນະຄອນປາກເຊ ແຂວງຈຳປາສັກ,ເປັນປະທານພິທີຂອງທ່ານ ໃຈສະຫວັນ ຈັນວັນຄຳ ຮອງເລຂາຄະນະບໍລິຫານງານຊາວ ໜຸ່ມແຂວງຈຳປາສັກ, ມີ ທ່ານ ສົມພອນ ໄຊສົງຄາມ ເລຂາຄະນະບໍລິຫານງານຊາວໜຸ່ມນະຄອນ,ມີທ່ານ ນາງ ຈິນດາວັນ ຂຸນມາລາ ເລຂາຄະນະພັກຮາກຖານກຸ່ມບ້ານທີ 2, ພ້ອມດ້ວຍບັນດາສະຫາຍໃນຄະນະບໍລິຫານງານຊາວໜຸ່ມນະຄອນ, ເລຂາຊາວໜຸ່ມຮາກຖານ,ຄູ-ອາຈານ, ເຍົາວະຊົນທັນວາ ຈາກ 8 ໂຮງຮຽນໃນນັ້ນມີຮຮ ປະຖົມ ທິບພະເນດ, ຮຮ ປະຖົມ ບ້ານທົ່ງ,ຮຮປະຖົມມິດຕະພາບ,ຮຮປະຖົມແສງອາລຸນ,ຮຮ ເມກປະສົງ,ຮຮ ປະຖົມ ວິຊະນຸ,ຮຮ ປະຖົມ ຫົວສຽວ,ຮຮ ປະຖົມປາກເຊ ເຂົ້າຮ່ວມຂະບວນການຢ່າງຟົດຟື້ນມ່ວນຊື່ນ.

ໃນພິທີ ສະຫາຍ ສົມພອນ ໄຊສົງຄາມ ໄດ້ຂຶ້ນກ່າວເປີດງານ ແລະ ຈຸດປະສົງໃນການຈັດກິດຈະກຳການສະແດງສິລະປະມິດຕະພາບ ຕິດພັນກັບການທັດສະນະສຶກສາທຳມະຊາດ ແລະ ມູນເຊື້ອປະຫວັດສາດ ນອກຫ້ອງຮຽນ ຂອງເຍົາວະຊົນທັນວາ ນະຄອນປາກເຊ.ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດຂອງພັກເປັນຕົ້ນແມ່ນວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ,ວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ ແລະ ວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 68ປີໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນເຕັມໄປດ້ວຍຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວ.

ຈາກນັ້ນ, ກໍໄດ້ຮັບຊົມການສະແດງສິລະປະມິດຕະພາບຈາກເຍົາວະຊົນທັນວາ 8 ບົດຟ້ອນຈາກ 8ໂຮງຮຽນປະຖົມໃນນະຄອນປາກເຊ ແລະ ທັດສະນະສຶກສາຊົມທຳມະຊາດ ແລະ ມູນເຊື້ອປະຫວັດສາດ ທີ່ຫໍພິພິທະພັນ,ຫໍສະໝຸດ, ສູນວັດທະນະທຳເດັກ ແຂວງຈຳປາສັກ.

(ຂ່າວ-ພາບ ຈັນທອນ ກົມໄຊຊະນະ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version