Home ຂ່າວໜ້າໜຶ່ງ ແມ່ຍິງ ຄຕພ ສະຫຼຸບວຽກງານປະຈຳປີ ມອບໃບຍ້ອງຍໍ 3 ດີ ແລະ ສະຫຼອງວັນແມ່ຍິງສາກົນ

ແມ່ຍິງ ຄຕພ ສະຫຼຸບວຽກງານປະຈຳປີ ມອບໃບຍ້ອງຍໍ 3 ດີ ແລະ ສະຫຼອງວັນແມ່ຍິງສາກົນ

0

ໃນວັນທີ 2 ມີນານີ້ທີ່ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ), ຄະນະບໍລິຫານງານສະຫະພັນແມ່ຍິງຄຕພ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2022, ພ້ອມທັງພິທີມອບໃບຍ້ອງຍໍ 3 ດີ ປະຈຳປີ 2022 ຂອງຕົນ ແລະ ສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບຮອບ 113 ປີ (8/3/1910-8/3/2023) ພາຍໃຕ້ ຄຳຂວັນ “ການນຳໃຊ້ດີຈີຕອນສຳລັບທຸກຄົນ: ການໃຊ້ນະວັດຕະກຳ ແລະ ເຕັກໂນໂລຊີ ເພື່ອຄວາມສະເໝີພາບຍິງ-ຊາຍ”,ໂດຍການເປັນປະທານຂອງ ສະຫາຍ ນາງ ສີຣິພອນ ຄູຫາເທບ ຄະນະພັກ ຄຕພ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ຄຕພ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກຳມະການຄະນະພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ. ພ້ອມນັ້ນ, ຍັງມີຕາງໜ້າບັນດາໜ່ວຍພັກ, ອົງການຈັດຕັ້ງກຳມະບານ, ຊາວໜຸ່ມ ແລະ ສະມາຊິກແມ່ຍິງ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ນາງ ສິຣິພອນ ຄູຫາເທບ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຂອງຄະນະບໍລິຫານງານສະຫະພັນແມ່ຍິງ ຄຕພ ປະຈຳປີ 2022 ໃນໄລຍະ 1 ປີຜ່ານມາ, ໂດຍໄດ້ຍົກໃຫ້ເຫັນການຕີລາຄາບັນດາຜົນສຳເລັດ, ຈຸດດີ, ຈຸດອ່ອນ ແລະ ສະເໜີທິດທາງແຜນການ ປະຈຳປີ 2023. ຕະຫຼອດໄລຍະປີ 2022, ສະຫະພັນແມ່ຍິງ ຄຕພ ສາມາດຍາດມາໄດ້ຜົນສຳເລັດຫຼາຍດ້ານ ເປັນຕົ້ນການສຶກສາອົບຮົມການເມືອງ-ແນວຄິດ ຊຶ່ງເຮັດໃຫ້ສະມາຊິກແມ່ຍິງ ພາຍໃນ ຄຕພ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີສະຕິ, ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ; ສາມາດເຊື່ອມຊຶມແນວທາງນະໂຍບາຍ, ລັດຖະທຳມະນູນ, ກົດລະບຽບຂອງລັດ, ຮູ້ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XI, ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວ ທົ່ວປະເທດ ຄັ້ງທີ VIII, ມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກ ຄຕພ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງສະມາຊິກສະຫະພັນແມ່ຍິງ ຄຕພ ໃຫ້ເປັນແຜນງານ, ໂຄງການເຄື່ອນໄຫວຂອງຕົນ ນອກນັ້ນ, ສະຫະພັນແມ່ຍິງ ຄຕພ ຍັງໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານວິຊາສະເພາະ ທີ່ເປັນໜ້າທີ່ການເມືອງຕົ້ນຕໍຂອງຕົນດ້ວຍຄວາມເປັນເຈົ້າການ ແລະ ມີຜົນສຳເລັດສູງ. ໃນໂອກາດດຽວກັນນີ້, ສະຫາຍ ນາງ ພູສີ ວົງແພງຄໍາ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງ ຄຕພ, ຫົວໜ້າຜູ້ຊີ້ນຳວຽກງານ 3 ດີ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈຳປີ 2022 ຂອງສະຫະພັນແມ່ຍິງ ຄຕພ ໂດຍໄດ້ສະຫຼຸບຕີລາຄາຜົນສຳເລັດການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໃນໄລຍະທີ I, ຈຸດດີ, ຈຸດອ່ອນ ແລະ ທິດທາງແຜນການໃນຕໍ່ໜ້າ, ສະຫະພັນແມ່ຍິງ ຄຕພ ສາມາດປະຕິບັດຂໍ້ແຂ່ງຂັນ 3 ດີໄດ້ 100%, ໜ່ວຍແມ່ຍິງ 3 ດີ ປະເພດ 1 ຈຳນວນ 4 ໜ່ວຍ. ນອກນີ້, ສະມາຊິກແມ່ຍິງ ຄຕພ ໄດ້ຮັບໃບຍ້ອງຍໍ 3 ດີ ຈາກປະທານຄະນະບໍລິຫານງານສະຫະພັນແມ່ຍິງ ຄຕພ ຈຳນວນ 41 ສະຫາຍ.

ກອງປະຊຸມ ໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ວາລະໄຊ ເລັ່ງສະຫວັດຊຶ່ງໄດ້ຍ້ອງຍໍຊົມເຊີຍຜົນງານການເຄື່ອນໄຫວຂອງສະຫະພັນແມ່ຍິງ ຄຕພ ທີ່ຍາດມາໄດ້ໃນປີຜ່ານມາ ແລະ ໃຫ້ທິດຊີ້ນຳຕໍ່ວຽກງານຈຳນວນໜຶ່ງທີ່ຕ້ອງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໃນຕໍ່ໜ້າ, ອັນເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ສະມາຊິກແມ່ຍິງທົ່ວ ຄຕພພ້ອມທັງເນັ້ນໜັກໃຫ້ສະມາຊິກແມ່ຍິງຄຕພ ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ເພື່ອປະກອບສ່ວນເຂົ້າໃນການເຄື່ອນໄຫວຕ່າງປະເທດຂອງພັກ ກໍຄືການເຄື່ອນໄຫວວຽກງານລວມຂອງ ຄຕພ ນອກຈາກນີ້, ສະຫະພັນແມ່ຍິງ ຄຕພ ຍັງໄດ້ຈັດກິດຈະກຳແຂ່ງຂັນກິລາ ເປຕັງ ເພື່ອສ້າງຂະບວນການຟົດຟື້ນມ່ວນຊື່ນ.

(ຂ່າວ: ຄຕພ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version