Home ຂ່າວໜ້າໜຶ່ງ ກະຊວງ ຮສສ ສະຫຼຸບວຽກງານແຂ່ງຂັນຮັກຊາດພັດທະນາ ແລະ ຍ້ອງຍໍຜົນງານ 5 ປີ

ກະຊວງ ຮສສ ສະຫຼຸບວຽກງານແຂ່ງຂັນຮັກຊາດພັດທະນາ ແລະ ຍ້ອງຍໍຜົນງານ 5 ປີ

0

ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ໄດ້ຈັດກອງປະຊຸມສະຫຼຸບວຽກງານແຂ່ງຂັນ-ຮັກຊາດພັດທະນາ, ຍ້ອງຍໍຜົນງານ 5 ປີ (2016-2020), ຍ້ອງຍໍຜົນງານປະຈຳປີ 2022 ແລະ ປະກາດເນື້ອໃນຂໍ້ແຂ່ງຂັນຮອດປີ 2025 ຂຶ້ນໃນວັນທີ 2 ມີນານີ້ທີ່ເຮືອນຮັບແຂກກະຊວງດັ່ງກ່າວ. ໂດຍການເປັນປະທານຂອງທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງ ຮສສ, ມີຮອງລັດຖະມົນຕີ, ຫົວໜ້າກົມ-ຮອງກົມກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄຳໄຊ ເຊຍຢີ້ງຢ່າງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃນ 5 ປີ(2016-2020) ແລະ ທິດທາງແຜນການຮອດປີ 2025 ວ່າ: ໃນໄລຍະ 5 ປີຜ່ານມາ, ຄະນະພັກ, ຄະນະນຳກະຊວງ ຮສສ ໄດ້ເອົາໃຈໃສ່ຊີ້ນຳ ແລະ ໃຫ້ຄວາມສຳຄັນແກ່ວຽກງານແຂ່ງຂັນຍ້ອງຍໍ ພ້ອມທັງນຳພາຈັດຕັ້ງປະຕິບັດຢ່າງເປັນປະຈຳ ເຮັດໃຫ້ຂະບວນການແຂ່ງຂັນໄດ້ດຳເນີນໄປຢ່າງຕໍ່ເນື່ອງ ແລະ ກວ້າງຂວາງພໍສົມຄວນຊຶ່ງເຫັນໄດ້ເຖິງຜົນງານໃນ 1 ປີ ແລະ 5 ປີ ສາມາດຄັດເລືອກໄດ້ບຸກຄົນ, ຄອບຄົວ ແລະ ກົມກອງລວມໝູ່ດີເດັ່ນຕາມມາດຖານ, ເງື່ອນໄຂທີ່ໄດ້ກຳນົດໄວ້ ແລະ ສາມາດຍາດໄດ້ຫຼຽນໄຊແຮງງານຊັ້ນ I ມີ 4 ຄົນ, ຫຼຽນໄຊແຮງງານຊັ້ນ II ມີ 48 ຄົນ, ຫຼຽນໄຊແຮງງານຊັ້ນ III ມີ 25 ຄົນ, ຫຼຽນກາແຮງງານມີ47 ຄົນ ແລະ 2 ກົມກອງ. ໄດ້ຮັບໃບຍ້ອງຍໍລັດຖະບານມີ 142 ຄົນ, 8 ກົມກອງ, ໃບຍ້ອງຍໍລັດຖະມົນຕີມີ 404 ຄົນຍິງ 207 ຄົນ, 10 ກົມກອງ; ໃບຊົມເຊີຍ 94 ຄົນຍິງ 38 ຄົນ, 2 ກົມກອງ. ໃຫ້ກຽດປະດັບຫຼຽນ ແລະ ມອບໃບຍ້ອງຍໍໂດຍທ່ານນາງ ໃບຄຳ ຂັດທິຍະ.

ໂອກາດດັ່ງກ່າວ, ທ່ານນາງ ໃບຄຳ ຂັດທິຍະໄດ້ໃຫ້ກຽດໂອ້ລົມເນັ້ນໜັກໃຫ້ເອົາໃຈໃສ່ 4 ບັນຫາສຳຄັນດັ່ງນີ້: 1. ຄະນະແຂ່ງຂັນຍ້ອງຍໍ ຕ້ອງໄດ້ຄົ້ນຄວ້າປຶກສາຫາລືກັນສ້າງແຜນການແຂ່ງຂັນຍ້ອງຍໍປະຈຳ 1 ປີ, 5 ປີ ແລະ ເປີດບັ້ນແຂ່ງຂັນໃຫ້ມີມາດຖານ, ເງື່ອນໄຂຢ່າງລະອຽດ, ຖີ່ຖ້ວນ ແລະ ຊັດເຈນ; 2. ສືບຕໍ່ເປັນເຈົ້າການປະກອບສ່ວນເຂົ້າໃນຂະບວນການແຂ່ງຂັນ ‘‘ຮັກຊາດ ແລະ ພັດທະນາ’’ ຕິດພັນກັບວຽກງານ 3 ສ້າງຂອງຂະແໜງການ, ຂອງຄະນະແຂ່ງຂັນຍ້ອງຍໍຂັ້ນກະຊວງວາງອອກຢ່າງເປັນເຈົ້າການ; 3. ມອບໃຫ້ 3 ອົງການຈັດຕັ້ງມະຫາຊົນຂອງກະຊວງ ເປັນເຈົ້າການຫັນທຸກແຜນການຂອງຄະນະພັກ, ຄະນະນຳກະຊວງໃຫ້ກາຍເປັນແຜນການແຂ່ງຂັນ ພ້ອມທັງລົງທະບຽນຂໍ້ແຂ່ງຂັນຂອງກົມກອງ, ບຸກຄົນໃນແຕ່ລະໄລຍະ ໂດຍຕິດພັນກັບຂະບວນການຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງພັກ, ຂອງຊາດ. ສະນັ້ນຖ້າເຮັດໄດ້ແນວນັ້ນຈຶ່ງຈະເຮັດໃຫ້ຂະບວນການແຂ່ງຂັນດຳເນີນໄປຢ່າງເປັນປົກກະຕິມີຊີວິດຊີວາ ໃນການຄັດເລືອກຜົນງານຕົວເດັ່ນແຕ່ລະປະເພດ ເພື່ອຍ້ອງຍໍຈຶ່ງຮັບປະກັນມາດຖານ, ເງື່ອນໄຂທີ່ຂັ້ນເທິງວາງອອກ; 4. ໃຫ້ຈັດຕັ້ງເຊື່ອມຊຶມ, ເຜີຍແຜ່, ແຈ້ງການບົດແນະນຳ, ຄຳສັ່ງແນະນຳຂອງຄະນະຊີ້ນຳລະດັບຊາດກ່ຽວກັບການແຂ່ງຂັນຍ້ອງຍໍ “ຮັກຊາດ ແລະ ພັດທະນາ”ຕິດພັນກັບວຽກງານ3 ສ້າງຂອງຂະແໜງການກະຊວງ ຮສສ.

(ຂ່າວ-ພາບ: ວັນເພັງ, ບຸນຕອມ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version