Home ຂ່າວຕ່າງປະເທດ ການພົວພັນຮ່ວມມື ອາຊຽນ – ມາຣົກ

ການພົວພັນຮ່ວມມື ອາຊຽນ – ມາຣົກ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້ ຢູ່ນະຄອນ ຄາຊາບຣານກາ ປະເທດ ມາຣົກ, ຄະນະກຳມະການອາຊຽນ ຢູ່ ຣາບັດ, ໄດ້ສົມທົບກັບ ມະຫາວິທະຍາໄລຄຸ້ມຄອງເສດຖະກິດ ມາຣົກ (ESCA) ແລະ ສູນຄົ້ນຄວ້າຍຸດທະສາດທ້ອງຖິ່ນ (ATLANTIS), ຈັດຕັ້ງການສຳມະນາ “ອາຊຽນ, ຮູບແບບການຮ່ວມມືໃນພາກພື້ນ”. ໃນກອງປະຊຸມສຳມະນາ, ທ່ານນາງ ດັ້ງຖິທູຫ່າ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາຣົກປະທານຄະນະກຳມະການ ອາຊຽນ ປະຈຳ ມາຣົກ, ເນັ້ນໜັກວ່າ: ພາຍຫຼັງ, ການສ້າງຕັ້ງ ແລະ ພັດທະນາເປັນເວລາຫຼາຍກວ່າ 55 ປີ, ປັດຈຸບັນ ອາຊຽນ ເປັນຄູ່ຮ່ວມມືທີ່ສຳຄັນຂອງຫຼາຍອົງການສາກົນ ແລະ ປະເທດມະຫາອຳນາດໃນໂລກ, ໃນນັ້ນມີ ອາຟຣິກາ. ພ້ອມກັນນັ້ນ ທ່ານນາງ ດັ້ງຖິທູຫ່າ ກໍຢືນຢັນວ່າ: ຄະນະກຳມະການອາຊຽນ ປະຈຳ ມາຣົກ ຈະສືບຕໍ່ ແລະ ເປັນຂົວເຊື່ອມຕໍ່ປະກອບສ່ວນນຳເອົາການພົວພັນຮ່ວມມືໃນບັນດາຂົງເຂດ ລະຫວ່າງ ມາຣົກ ແລະ ອາຊຽນ ໃຫ້ພັດທະນານັບມື້ນັບເຂັ້ມແຂງໃນໄລຍະທີ່ຈະມາເຖິງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version