Home ຂ່າວໜ້າໜຶ່ງ ລັດຖະມົນຕີ ຖວທ ຕ້ອນຮັບ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ

ລັດຖະມົນຕີ ຖວທ ຕ້ອນຮັບ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ

0

ໃນວັນທີ 2 ກຸມພາ​ ນີ້ ທີ່ນະຄອນຫຼວງວຽງຈັນ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບ ທ່ານ ນາງ ຫຼີຢີ່ຜິງ ຫົວໜ້າສູນວັດທະນະທຳຈີນ ປະຈຳ ສປປ ລາວ ພ້ອມຄະນະ ເພື່ອລາຍງານແຜນກິດຈະກຳຂອງສູນວັດທະນະທຳຈີນ ປະຈຳ ສປປ ລາວ ໃນປີ 2023.

ໃນໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ກໍໄດ້ສະແດງຄວາມຍີນດີຕ້ອນຮັບ ແລະ ຊົມເຊີຍຜົນງານການຈັດຕັ້ງປະຕິບັດໜ້າທີ່ ໃນໄລຍະຜ່ານມາຂອງ ທ່ານ ນາງ ຫຼີຢີ່ຜິງ ກໍຄື ພະນັກງານພາຍໃນສູນວັດທະນະທຳຈີນ ປະຈຳ ລາວ ຖືເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະ ຫຍາຍມິດຕະພາບ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ລວມ ເຖິງການເປັນຄູ່ຮ່ວມຊາຕາກຳສັງຄົມນິຍົມ ລະຫວ່າງ ລາວ-ຈີນ, ຈີນ-ລາວ ໂດຍສະເພາະ ແມ່ນໃນຂົງເຂດວັດທະນະທຳ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.

ພ້ອມນີ້, ທ່ານ ນາງ ຫຼີຢີ່ຜິງ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທີ່ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້, ພ້ອມທັງຖືໂອກາດນີ້ ລາຍງານໂດຍຫຍໍ້ ກ່ຽວກັບແຜນກິດຈະກຳຂອງສູນວັດທະນະທຳຈີນ ປະຈຳ ສປປ ລາວ ໃນປີ 2023 ໃຫ້ທ່ານລັດຖະມົນຕີໄດ້ຮັບຊາບ.

ຂ່າວ: ສົມຫວັງ ພາບ: ຂັນໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version