Home ຂ່າວພາຍໃນ ໄວໜຸ່ມລາວ 21 ຄົນ ເຂົ້າຮ່ວມໂຄງການແລກປ່ຽນໄວໜຸ່ມທີ່ຍີ່ປຸ່ນ

ໄວໜຸ່ມລາວ 21 ຄົນ ເຂົ້າຮ່ວມໂຄງການແລກປ່ຽນໄວໜຸ່ມທີ່ຍີ່ປຸ່ນ

0

ໄວໜຸ່ມລາວ ຈຳນວນ 21 ຄົນ ໄດ້ເດີນທາງໄປປະເທດຍີ່ປຸ່ນ ເພື່ອເຂົ້າຮ່ວມແລກປ່ຽນບົດຮຽນກ່ຽວກັບ ເຕັກໂນໂລຊີ ວິທະຍາສາດ ແລະ ການຜະລິດ ໃນວັນທີ 28 ກຸມພາ ຜ່ານມາ ເຊິ່ງຈັດ ຂຶ້ນພາຍໃຕ້ ໂຄງການແລກປ່ຽນລະຫວ່າງຄົນສູ່ຄົນ ແນໃສ່ໄວໜຸ່ມ ລະຫວ່າງ ຍີ່ປຸ່ນ ແລະ ຂົງເຂດອາຊີ-ປາຊີຟິກ 2022 (JENESYS) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານຍີ່ປຸ່ນ.

ໂຄງການດັ່ງກ່າວ ແມ່ນເນັ້ນໃສ່ການແນະນຳ ກ່ຽວກັບເຕັກໂນໂລຊີທີ່ທັນສະໄໝຢູ່ຍີ່ປຸ່ນ, ເຊິ່ງໄວໜຸ່ມທັງ 21 ຄົນນີ້ ໄດ້ຖືກຄັດເລືອກໂດຍການຮ່ວມມືກັນກັບ ກະຊວງສຶກສາທິການ ແລະ ກິລາ ໃນນາມທີ່ໄດ້ເປັນຜູ້ເຂົ້າຮ່ວມສໍາລັບ ໂຄງການ JENESYS 2019. ຫລັງຈາກທີ່ໄດ້ເລື່ອນມາເປັນເວລາ 3 ປີ ຍ້ອນສະພາບການລະບາດຂອງພະຍາດໂຄວິດ-19. ບັນດາຜູ້ເຂົ້າຮ່ວມໂຄງການດັ່ງກ່າວ, ຈະໄດ້ໄປຢ້ຽມຊົມນະຄອນຫລວງ ໂຕກຽວ ແລະ ແຂວງຮອກໄກໂດ. ພ້ອມນີ້, ຈະໄດ້ເຂົ້າຮ່ວມການປາຖະກະ ຖາ, ຢ້ຽມຊົມສະຖານທີ່ ແລະ ອຸດສາຫະກໍາຕ່າງໆ ທີ່ກ່ຽວພັນກັນກັບເຕັກໂນໂລຊີ ແລະ ນະວັດຕະກຳທີ່ພົ້ນເດັ່ນຂອງຍີ່ປຸ່ນ, ແລກປ່ຽນປະສົບການໃນບັນດາງານວັດທະນະທຳທີ່ແຕກຕ່າງ, ການປະຊຸມ ແລະ ການປຶກສາຫາລືກັບຄົນທ້ອງຖິ່ນ ຢູ່ຍີ່ປຸ່ນ. ນອກຈາກນີ້, ຜູ້ເຂົ້າຮ່ວມ ຈະໄດ້ແບ່ງປັນປະສົບການຕ່າງໆຂອງພວກເຂົາ, ສົ່ງເສີມຄວາມເຂົ້າໃຈຂອງທັງສອງປະເທດຈາກປະສົບການ, ຮຽນຮູ້ໃນສິ່ງຕ່າງໆ ແລະ ເຂົ້າໃຈກັບຜູ້ຄົນໃນວົງທີ່ກວ້າງກວ່າ ໂດຍນໍາໃຊ້ເຄືອຂ່າຍສັງຄົມອອນລາຍ ໃນຕະຫລອດໄລຍະເວລາ 7 ວັນທີ່ອາໄສ ຢູ່ຍີ່ປຸ່ນ ແລະ ຫລັງຈາກກັບຄືນປະເທດ.

ໄລຍະຜ່ານມາ, ມີໄວໜຸ່ມລາວຫລາຍກວ່າ 2.200 ຄົນເຄີຍໄປຍີ່ປຸ່ນ ເພື່ອເຂົ້າຮ່ວມໂຄງການດັ່ງກ່າວ ນັບຕັ້ງແຕ່ການສ້າງຕັ້ງໂຄງການ ໃນປີ 2007 ເປັນຕົ້ນມາ ແລະ ຫວັງວ່າ ໂຄງການດັ່ງກ່າວ ຈະສືບຕໍ່ສົ່ງເສີມຄວາມເຊື່ອໃຈສອງຝ່າຍ ແລະ ຄວາມເຂົ້າໃຈລະຫວ່າງໄວໜຸ່ມຂອງປະເທດທີ່ເຂົ້າຮ່ວມນໍາກັນ ເພື່ອສ້າງພື້ນຖານທີ່ເຂັ້ມແຂງ ໃຫ້ກັບສາຍພົວພັນມິດຕະພາບທີ່ຍາວນານ ໂດຍສະເພາະການຮ່ວມມືລະຫວ່າງຍີ່ປຸ່ນ ແລະ ສປປ ລາວ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version