Home ຂ່າວພາຍໃນ ເອກະພາບການລາດຕະເວນທາງນ້ຳຕາມລຳແມ່ນ້ຳຂອງຮ່ວມ ລາວ-ໄທ ບໍລິຄຳໄຊ-ບຶງການ

ເອກະພາບການລາດຕະເວນທາງນ້ຳຕາມລຳແມ່ນ້ຳຂອງຮ່ວມ ລາວ-ໄທ ບໍລິຄຳໄຊ-ບຶງການ

0

ວັນທີ 24 ກຸມພາ 2023 ຢູ່ທີ່ຫ້ອງປະຊຸມ ສາລາກາງ ແຂວງບຶງການ ລາຊາອານາຈັກໄທ, ໄດ້ຈັດກອງປະຊຸມເອກະພາບການລາດຕະເວນທາງນ້ຳຕາມລຳແມ່ນ້ຳຂອງຮ່ວມ ລາວ-ໄທ ແຂວງບໍລິຄຳໄຊ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບ ແຂວງບຶງການ ລາຊາອານາຈັກໄທ, ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ພັນເອກ ມົງຄົນ ຫໍທອງ ຮອງຜູ້ບັນຊາການກອງກຳລັງສຸລະສັກມົນຕີ ຫົວໜ້າໜ່ວຍປະສານງານປະຈຳພື້ນທີ່ ແຂວງບຶງການ ແລະ ພັນໂທ ວິສັນ ທິບວົງສາ ຮອງຫົວໜ້າຫ້ອງເສນາທິການ ທະຫານແຂວງບໍລິຄຳໄຊ ຫົວໜ້າຄະນະໜ່ວຍປະສານງານປະຈຳພື້ນທີ່ ແຂວງບໍລິຄຳໄຊ, ມີບັນດາຜູ້ແທນ ແລະ ວິຊາການທີ່ກ່ຽວຂ້ອງ 2 ຝ່າຍ ເຂົ້າຮ່ວມ.

ປະທານຮ່ວມສອງຝ່າຍກໍ່ໄດ້ພັດປ່ຽນກັນກ່າວເປີດກອງປະຊຸມ ເອກະພາບການລາດຕະເວນທາງນ້ຳຕາມລຳແມ່ນ້ຳຂອງຮ່ວມ ລາວ-ໄທ ບໍລິຄຳໄຊ-ບຶງການ ແລະ ແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ສະເພາະກໍ່ແມ່ນການເອກະພາບບັນດາເນື້ອໃນຂັ້ນຕອນການປະສານງານ ກໍ່ຄືຂັ້ນຕອນແຕ່ລະບາດກ້າວ ໃນການລາດຕະເວນທາງນ້ຳຕາມລຳແມ່ນ້ຳຂອງຮ່ວມ ລາວ-ໄທ ບໍລິຄຳໄຊ-ບຶງການ ແນໃສ່ຮັບປະກັນໃຫ້ການລາດຕະເວນທາງນ້ຳຕາມລຳແມ່ນ້ຳຂອງຮ່ວມ ລາວ-ໄທ ບໍລິຄຳໄຊ-ບຶງການ ໃຫ້ໄດ້ຮັບຜົນສຳເລັດຢ່າງຈົບງາມ ແລະ ຮັບປະກັນໄດ້ຄວາມປອດໄພ, ນອກນັ້ນຍັງໄດ້ສະແດງໃຫ້ເຫັນເຖີງການພົວພັນຮ່ວມມືທີ່ດີຂອງທັງ 2 ປະເທດ ກໍ່ຄື ແຂວງບໍລິຄຳໄຊ ກັບ ແຂວງບຶງການ ໃນການແກ້ໄຂບັນຫາຕ່າງໆຕາມຊາຍແດນ ເປັນຕົ້ນກໍ່ແມ່ນບັນຫາຢາເສບຕິດ, ການຄ້າຂາຍເຖື່ອນ, ການເຂົ້າອອກເມືອງຜິດກົດໝາຍ ຕະຫຼອດຮອດບັນຫາອາດສະຍາກຳຕາມລຳແມ່ນ້ຳຂອງເຂດແຂວງບໍລິຄຳໄຊ ແລະ ແຂວງບຶງການ ໃຫ້ນັບມື້ລຸດໜ້ອຍຖອຍລົງເທື່ອລະກ້າວ ແນໃສ່ເຮັດໃຫ້ຊາຍແດນກາຍເປັນສາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ມີການພັດທະນາຢ່າງຍືນຍົງ.

ຈາກນັ້ນວິຊາການທັງສອງຝ່າຍຍັງໄດ້ພັດປ່ຽນກັນອະທິບາຍ ແລະ ເອກະພາບບັນດາຂັ້ນຕອນແຕ່ລະບາດກ້າວ ໃນການລາດຕະເວນທາງນ້ຳຕາມລຳແມ່ນ້ຳຂອງຮ່ວມ ລາວ-ໄທ ບໍລິຄຳໄຊ-ບຶງການ ແລະ ໄດ້ພ້ອມກັນຝຶກຊ້ອມ ແບບຈຳລອງ ທັງທາງບົກ ແລະ ທາງນ້ຳເຕີ່ມອີກ%

ຂ່າວ-ພາບ ສີທອງ ຈັນທະວົງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version