Home ຂ່າວກິລາ ອີໂວ ສືບຕໍ່ສະໜັບສະໜູນ 10 ກວ່າພາກສ່ວນສົ່ງເສີມການພັດທະນາກິລາ-ສິລະປິນລາວ

ອີໂວ ສືບຕໍ່ສະໜັບສະໜູນ 10 ກວ່າພາກສ່ວນສົ່ງເສີມການພັດທະນາກິລາ-ສິລະປິນລາວ

0

ບໍລິສັດ ອີໂວ ຈຳກັດ (ສູນຈໍາໜ່າຍເຄື່ອງກິລາທີ່ເປັນຜະລິດຕະພັນຂອງຄົນລາວ 100%) ສືບຕໍ່ຮ່ວມືກັບບັນດາພາກສ່ວນຕ່າງໆ ເຊັ່ນ: ສະຫະພັນບານເຕະແຫ່ງຊາດລາວ, ສະຫະພັນແລ່ນ-ລານແຫ່ງຊາດລາວ, ສະຫະພັນກິລາອີ-ສະປອດແຫ່ງຊາດລາວ, ສະຫະພັນເປຕັງແຫ່ງຊາດລາວ, 3 ສະໂມສອນ ທີ່ີຮ່ວມແຂ່ງຂັນລີກສູງສຸດ ສປປ ລາວ ຫຼື ເປບຊີ ລາວລີກ 1 ລະດູການ 2023 ລວມທັງກຸ່ມນັກສະແດງ-ບັນດານັກສິລປະປິນ ທີ່ເປັນຊຸບເປີສະຕາປະເທດລາວ ຕະຫຼອດນິຕິບຸກຄົນ ທີ່ມີບົດບາດໃນໃນວຽກງານກິລາ ແລະ ວຽກງານອື່ນໆ ເພື່ອພ້ອມກັນ ສົ່ງເສີມການພັດທະນາວົງການກິລາລາວ ກໍຄື ສິລະປິນລາວ ຢ່າງຕໍ່ເນື່ອງ.

ພິທີເຊັນສັນຍາການຮ່ວມມືສ ແລະ ພັດທະນາວົງການກິລາ-ສິລະປິນລາວຢ່າງຕໍ່ເນື່ອງ ໄດ້ມີຂຶ້ນ ເມື່ອວັນທີ 28 ກຸມພາ ຜ່ານມາ ທີ່ບໍລິສັດ ອີໂວ ຈຳກັດ ສາຂາສີດໍາດວນ ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ບູ້ສະໄໝ ບຸດທະວົງ ອຳນວຍການຝ່າຍການຕະຫຼາດ-ການຂາຍ ບໍລິສັດ ອີໂວ ຈຳກັດ ແລະ ຕາງໜ້າ 10 ກວ່າພາກສ່ວນ ຮ່ວມລົງນາມ ຄືສະຫະພັນກິລາ, ສະໂມສອນ, ນັກກິລາ, ນັກຮ້ອງ ແລະ ນັກສະແດງ, ມີຄະນະທີ່ປຶກສາ ແລະ ອໍານວຍການຝ່າຍການຜະລິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້, ທ່ານ ບູ້ສະໄໝ ບຸດທະວົງ ກ່າວວ່າ: ດັ່ງທີ່ຮູ້ກັນແລ້ວວ່າ ໃນຫຼາຍໆປີທີ່ຜ່ານມາ ບໍລິສັດ ອີໂວ ຈຳກັດ ໄດ້ໃຫ້ການສະໜັບສະໜູນ ແລະ ຄຽງຄູ່ກັບວົງການກິລາລາວ ແລະ ພາກສ່ວນອື່ນໆ ຊ່ວຍກັນຮ່ວມເປັນສ່ວນໜຶ່ງໃນການພັດທະນາດ້ວຍຄວາມເອົາໃຈໃສ່ຢ່າງຕັ້ງໜ້າ ນັບຕັ້ງແຕ່ມື້ສ້າງຕັ້ງເປັນຕົ້ນມາ ຈົນມາເຖິງປັດຈຸບັນ. ດັ່ງນັ້ນ, ເພື່ອເປັນການສືບຕໍ່ພ້ອມກັນ ສົ່ງເສີມການພັດທະນາວົງການກິລາລາວ-ສິລະປິນລາວ ຢ່າງຕໍ່ເນື່ອງ ໃຫ້ມີບາດກ້າວທີ່ພົ້ນເດັ່ນກວ່າເກົ່າ ໃນປີ 2023 ອີໂວ ກໍມີວິໄສທັດ ຈະສຸມໃສ່ ສ້າງຄວາມເຂັ້ມແຂງທາງສູນຜະລິດ ແລະ ຈໍາໜ່າຍເຄື່ອງກິລາ ໃຫ້ເປັນອັນດັບ 1 ຂອງປະເທດ ໃຫ້ສົມກັບທີ່ສັງຄົມລາວທີ່ນິຍົມຊົມໃຊ້ຫຼາຍທີ່ສຸດ ກໍຄື ຈະຍົກລະດັບແບຣນ ໃຫ້ເປັນພຣີມຽມ, ສ້າງແບຣນໃຫ້ເຂົ້າສູ່ຕະຫຼາດແຟຊັນ, ສະໜອງສິນຄ້າໃຫ້ພຽງພໍກັບຕະຫຼາດໃນທົ່ວປະເທດ, ສ້າງໂຕແທນໃຫ້ຫຼາຍຂຶ້ນໃຫ້ໄດ້ທັງໝົດ 50 ຮ້ານຄ້າທົ່ວປະເທດ, ເພີ່ມຄວາມຫຼາກຫຼາຍຂອງຜະລິດຕະພັນ ໂດຍສະເພາະເຄື່ອງແຟຊັນ ແລະ ອຸປະກອນກິລາ ແລະ ສ້າງແບຣນຄຽງຄູ່ກັບ ຜູ້ທີ່ມີອິດທິພົນທາງສັງຄົມ ( KOL ແລະ KOC ) ບັນດາກິດຈະກໍາທີ່ມີຜົນກະທົບດ້ານດີຕໍ່ສັງຄົມວົງກວ້າງ, ສົ່ງຜະລິດຕະພັນຂາຍໃນ 5 ປະເທດທົ່ວໂລກ ເຊັ່ນ: ສະຫະລັດອາເມຣິກາ, ສປ ຈີນ, ຫວຽດນາມ, ສິງກະໂປ ແລະ ໄທ ແລະ ສ້າງພາບລັກເປັນແບຣນລາວອັນດັບ 1 ແລະ ມີສ່ວນຮ່ວມກັບວົງການກິລາລາວ ຕະຫຼອດໄປ.

ໃນການລົງນາມພິທີເຊັນສັນຍາຄັ້ງນີ້ ອີໂວ ໄດ້ຮ່ວມລົງນາມກັບສະຫະພັນບານເຕະແຫ່ງຊາດລາວ, ສະຫະພັນບານແລ່ນ-ລານແຫ່ງຊາດລາວ, ສະຫະພັນອີ-ສະປອດແຫ່ງຊາດລາວ, ສະຫະພັນເປຕັງແຫ່ງຊາດລາວ, ສະໂມສອນ ນໍ້າທາ ຢູໄນເຕັດ, ສະໂມສອນ ຈໍາປາສັກ ເອັບຊີ, ສະໂມສອນ ວຽງຈັນ ເອັບຊີ, ທີມ ອີໂວ ອີ-ສະປອດ, ທີມອີຣັນ, ພະແນກຂ່າວກິລາພາຍໃນ ໂທລະພາບແຫ່ງຊາດ ແລະ ຜູ້ສ້າງແຮງຈູໃຈ (Influencer).

ນອກນັ້ນ, ກໍຍັງລົງເຊັນສັນຍາສະໜັບສະໜູນບຸກຄົນກໍຄື: ນັກກິລາ, ນັກຮ້ອງ ແລະ ນັກສະແດງລາວ ເຊັ່ນ: ທ່ານ ຄໍາພຸດ ສົມບູນ (ຕູ້ພຸດ), ທ່ານ ອານຸສອນ ໄຊສາ ນັກແລ່ນ-ລານ, ທ່ານ ວິລະພອນ ພຸດທະວົງ ນັກແຂ່ງລົດຖີບຄົນພິການ, ທ່ານ ວຽງນະຄອນ ປານນຸວົງ, ທ່ານ ອາທິສັກ ຣັຕະນະວົງ ນັກຮ້ອງ, ທ່ານ ແກ້ວວຽງເພັດ ລິດທິເດດ ນັກເຕະບານສະໂມສອນ ເອສຣາ, ທ່ານ ແສງພະຈັນ ບຸນທິສານ ຜູ້ຮັກສາປະຕູອະດີດທີມຊາດລາວ, ທ່ານ ບຸນທະວີ ສີປະສົງ ນັກເຕະບານ ເອສຣາ, ທ່ານ ພູມຊະນະ ສີລິວົງສາ ນັກຮ້ອງ-ນັກສະແດງ, ທ່ານ ແກ້ວອຸດອນ ສຸວັນນະສັງໂສ ຜູ້ຮັກສາປະຕູທີມຊາດລາວ, ທ່ານ ນາງ ໂບລິ້ງ ດວງຄີລີ ນັກເຕະບານຍິງທີມຊາດລາວ, ທ່ານ ນາງ ຕຸກຕາ ມຸກດາ, ທ່ານ ພູວຽງ ພູມສະຫວັດ ແລະ ທ່ານ ພັດທະນາ ພົມມະເທບ ຊຶ່ງເປັນນັກກິລາເຕະບານ.

ຂ່າວໂດຍ: ສົງການ ພັນແພງດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version