Home ຂ່າວຕ່າງປະເທດ ເຢຍລະມັນ ຈະໃຊ້ບ້ວງເງິນ 1 ຕື້ກວ່າໂດລາສະຫະລັດ ຮັບມືກັບວິກິດພະລັງງານ

ເຢຍລະມັນ ຈະໃຊ້ບ້ວງເງິນ 1 ຕື້ກວ່າໂດລາສະຫະລັດ ຮັບມືກັບວິກິດພະລັງງານ

0

ຕາມຂ່າວຈາກວິທະຍຸສາກົນ ແຫ່ງ ສປ ຈີນ,​ ຂ່າວສານເປມເປີ ຂອງສ.ອາ​ເມ​ລິ​ກາ ໄດ້ນຳເອົາຕົວເລກຂໍ້ມູນຈາກຄັງປັນຍາຫັນປ່ຽນຮູບແບບພະລັງງານ ອາໂກຣາ ຂອງເຢຍລະມັນ ​ເປີ​ດ​ເຜີຍ​ ເມື່ອ​ບໍ່​ດົນ​ມາ​ນີ້ວ່າ: ເມື່ອຮອດປີ 2030, ລັດຖະບານ ເຢຍລະມັນຈະເສຍງົບປະມານຫລາຍກວ່າ 1 ພັນຕື້ໂດລາສະຫະລັດ ເພື່ອຮັບມືກັບຄວາມສ່ຽງ ແລະ ສິ່ງທ້າທາຍດ້ານວິກິດການພະລັງງານ. ນັບແຕ່ຣັດເຊຍ ແລະ ອູແກຣນ ເກີດການປະທະກັນເປັນຕົ້ນມາ, ຫລາຍປະເທດໃນເອີຣົບໄດ້ດຳເນີນ ການລົງໂທດຕໍ່ຣັດເຊຍເປັນຫລາຍຮອບ, ຍ້ອນວ່າເຢຍລະມັນໄດ້ອາໄສພະລັງງານຂອງຣັດເຊຍໃນລະດັບສູງ, ສະນັ້ນ, ເສດຖະກິດເຢຍລະມັນ ຈຶ່ງໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກເລື່ອງນີ້. ຫວ່າງມໍ່ໆ ມານີ້, ທ່ານ ມາເຊວ ຟຣາສເຊີ, ຫົວໜ້າ ສະຖາບັນຄົ້ນຄວ້າເສດຖະກິດເຢຍລະມັນ ເຊິ່ງເປັນອົງການຄົ້ນຄວ້າເສດຖະກິດທີ່ມີອິດທິພົນ ຂອງເຢຍລະມັນ ກ່າວວ່າ: ລາຄາພະລັງງານຂອງເຢຍລະມັນ ໃນປີ 2022 ໄດ້ເພີ່ມຂຶ້ນ 34,7% ເມື່ອທຽບໃສ່ປີ 2021, ເຮັດໃຫ້ເຢຍລະມັນປະສົບກັບ ຄວາມເສຍຫາຍໂດຍກົງ ມູນຄ່າ 100 ຕື້ເອີໂຣ ໃນປີ 2022 ເກືອບເທົ່າກັບ 2,5% ຂອງລວມຍອດຜະລິດຕະພັນພາຍໃນປະ​ເທດ (GDP) ເຢຍລະມັນ ໃນປີ 2022.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version