Home ຂ່າວຕ່າງປະເທດ ລວມຍອດຜະລິດຕະພັນພາຍໃນປະເທດຈີນ ເພີ່ມຂຶ້ນ 3%

ລວມຍອດຜະລິດຕະພັນພາຍໃນປະເທດຈີນ ເພີ່ມຂຶ້ນ 3%

0

ຕາມຂ່າວຈາກ ວິທະຍຸ ສາກົນ ແຫ່ງ ສປ ຈີນ, ​ຕາມຜົນການ ຄິດໄລ່ ເບື້ອງຕົ້ນ, ລວມຍອດ ຜະລິດ ຕະພັນ ພາຍໃນ ປະ​ເທດ(GDP) ຂອງ ສປ ຈີນ ​ໃນ​ປີ2022 ຄິດ​ເປັນ​ ມູນ​ຄ່າ 121.020 ຕື້ກວ່າຢວນ, ເພີ່ມຂຶ້ນ 3% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີ 2021. ໃນນັ້ນ, ຂະແໜງ ການກະສິກຳ ມີມູນຄ່າ ເພີ່ມຂຶ້ນ 8.834 ຕື້ກວ່າຢວນ, ເພີ່ມຂຶ້ນ 4,1% ເມື່ອທຽບໃສ່ປີ 2021; ຂະແໜງ ອຸດສາຫະກຳ ມີມູນຄ່າ ເພີ່ມຂຶ້ນ 48.316 ຕື້ກວ່າຢວນ, ເພີ່ມຂຶ້ນ 3,8%; ສ່ວນຂະແໜງ ການບໍລິການ ມີມູນຄ່າ ເພີ່ມຂຶ້ນ 63.869 ຕື້ກວ່າຢວນ, ເພີ່ມຂຶ້ນ 2,3%. ຮອດທ້າຍປີ 2022, ສປ ຈີນ ມີຄັງສຳຮອງ ສະກຸນ ເງິນຕາ ຕ່າງປະເທດ ເຖິງ 3.127 ຕື້ກວ່າໂດລາ ສະຫະລັດ, ຫລຸດລົງ 122 ຕື້ກວ່າ ໂດລາ ສະຫະລັດ ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີ 2021.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version