Home ຂ່າວໜ້າໜຶ່ງ ກະຊວງ ຖວທ ຈັດພິທີປະທະກະຖາມູນເຊື້ອການກຳເນີດເຕີບໃຫ່ຍຂະຫຍາຍຕົວຂອງສະພັນກຳມະບານລາວຄົບຮອບ 67

ກະຊວງ ຖວທ ຈັດພິທີປະທະກະຖາມູນເຊື້ອການກຳເນີດເຕີບໃຫ່ຍຂະຫຍາຍຕົວຂອງສະພັນກຳມະບານລາວຄົບຮອບ 67

0

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈັດພິທີປະທະກະຖາມູນເຊື້ອການກຳເນີດເຕີບໃຫ່ຍຂະຫຍາຍຕົວຂອງສະພັນກຳມະບານລາວຄົບຮອບ 67 ປີ ຂື້ນໃນຕອນເຊົ້າມື້ນີ້ ທີ່ໂຮງຮຽນສິນລະປະແຫ່ງຊາດໂດຍການເຂົ້າຮ່ວມຂອງທ່ານ ນາງສວນສະຫັວນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍການປະທະກະຖາຂອງ ທ່ານ ຄຳຫຼ້າ ຍອຍສາຍຄຳ ປະທານສະຫະພັນກຳມະບານ ກະຊວງຖວທ ຊຶ່ງທ່ານໄດ້ຍົກໃຫ້ເຫັນປະຫວັດການກຳເນິດເຕີບໃຫ່ຍຂະຫຍາຍຕົວຂອງສະຫະພັນກຳມະບານລາວ ຊຶ່ງບາງຕອນສຳຄັນທ່ານໄດ້ຍົກໃຫ້ເຫັນ ພາຍຫຼັງການສ້າງຕັ້ງລະບອບໃໝ່ກົມການເມືອງສູນການພັກໄດ້ສືບຕໍ່ຊີ້ນຳ ນຳພາການເຄື່ອນໄຫວຂອງອົງການຈັດຕັ້ງກາມະບານລາວໃຫ້ມີຄວາມໜັກແໜ້ນ ແລະ ເຕີບໃຫ່ຍຂະຫຍາຍຕົວຢ່າງຕໍ່ເນື່ອງ.

ໂດຍການເຊື່ອມຊືມແນວທາງທິດທາງໜ້າທີ່ໃໝ່ທີ່ພັກ-ລັດວາງອອກ ແລະ ເຫັນແຈ້ງພາລະກຳປະຫັວດສາດ ຂອງຊົນຊົ້ນກຳມະກອນໃນໄລຍະໃໝ່ ຂອງການປະຕິວັດ ອົງການກຳມະບານລາວ ໄດ້ເພີ່ມທະວີການສືກສາອົບຮົມກຳມະກອນໃຫ້ມີຄວາມຕື່ນຕົວທາງຊົນຊັ້ນທາງສັງຄົມ ມີສະຕິຕໍ່ການຈັດຕັ້ງລະບຽບວິໃນໃຫ້ສູງຂື້ນເລື້ອຍໆ ພ້ອມທັງເອົາໃຈໃສ່ບຳລຸງຍົກລະດັບດ້ານການເມືອງແນວຄິດ ວັດທະນຳທຳທີ່ຈຳເປັນ ສ້າງການດຳລົງຊິວິດແບບໃໝ່ ພ້ອມທັງປຸກລະດົມຂົນຂວາຍ ແລະ ຈັດຕັ້ງຂະບວນການສັງຄົມນິຍົມຢ່າງຟົດຟື້ນ

ທ່ານ ຄຳຫຼ້າ ຍອຍສາຍຄຳ ຍົກໃຫ້ເຫັນຕື່ມວຽກງານຈຸດສຸມຂອງສະຫະພັນກຳມະບານລາວໃນປີ 2023 ນີ້ວ່າ: ໃຫ້ຄະນະນຳສະຫະພັນກຳມະບານແຕ່ລະຂັ້ນເອົາໃຈໃສ່ຈັດຕັ້ງເຊື່ອມຊືມເອກກະສານສຳຄັນທີ່ພົວພັນເຖິງການພັດທະນາ ແລະ ປົກປັກຮັກສາຜົນປະໂຫຍດອັນຊອບທຳມູນເຊື້ຂອງຊາດ ຂອງພັກ ຂອງກຳມະບານ ຕ້ານ ແລະ ສະກັດກັ້ນປະກົດການຫໍ້ທໍ້ທີ່ເກີ້ດຂື້ນໃນຖັນແຖວພະນັກງານ ສະມາຊີກກຳມະບານ ກຳມະກອນ ແລະ ຊາວຜູ້ອອກແຮງງານ ສຶບຕໍ່ປັບປຸງກົງຈັກກຳມະບານໃຫ້ມີຄວາມໜັກແໜ້ນເຂັ້ມແຂງແບບແຜນນຳພາ ແບບແຜນວິທີເຮັດວຽກ ຍົກລະດັບຄວາມຮູ້ຄວາມສາມາດໃຫ້ບຸກຄະລາກອນ ແລະ ປັບປຸງສື່ຂອງສະຫະພັນກຳມະບານໃຫ້ເປັນກະບອກສຽງອັນແຫຼມຄົມ ຮັບປະກັນທາງດ້ານປະລິມານ ແລະຄຸນນະພາບ ແລະ ອື່ນໆ.

ຂ່າວ-ພາບ: ດວງສະຫວັນ ຂັນທະວົງສາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version