Home ຂ່າວຕ່າງປະເທດ ຜົນງານວັນນະຄະດີທີ່ດີເດັ່ນ 3 ເລື່ອງຂອງລາວ ພົບກັບຜູ້ອ່ານຈີນ ເປັນ ຄັ້ງທຳອິດ

ຜົນງານວັນນະຄະດີທີ່ດີເດັ່ນ 3 ເລື່ອງຂອງລາວ ພົບກັບຜູ້ອ່ານຈີນ ເປັນ ຄັ້ງທຳອິດ

0

ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ວັນທີ 24 ກຸມພານີ້, ງານນຳສະເໜີປື້ມໃໝ່ ທີ່ເປັນຜົນງານຊຸດທຳອິດໃນໂຄງການ ແປ ແລະຈັດພິມຜົນງານວັນນະກຳ-ບົດປະພັນທີ່ດີເດັ່ນຂອງລາວ ແລະຈີນ ໄດ້ຈັດຂຶ້ນຢູ່ຫໍວາງສະແດງສາກົນຈີນ ທີ່ນະຄອນຫລວງປັກກິ່ງ. ປື້ມ 3 ຫົວ ທີ່ນຳເຂົ້າໂດຍສຳນັກພິມຈຳໜ່າຍການສຶກສາທຽນສິນຂອງກຸ່ມບໍລິສັດພິມຈຳໜ່າຍທຽນສິນ ຄື “ຊີວິດ ແລະພາລະກິດຂອງປະທານໄກສອນ ພົມວິຫານ”, “ສອງເອື້ອຍນ້ອງ” ແລະ “ຂຸນບໍຣົມຣາຊາທິຣາຊ” ສະບັບພາສາ ຈີນ ໄດ້ເລີ່ມພິມຈຳໜ່າຍຢ່າງເປັນທາງການ ແລະພົບກັບຜູ້ອ່ານທັງຫລາຍ.

ໃນງານດັ່ງກ່າວ, ທ່ານ ຈ້າວໄຫຢຸນ ຮອງຫົວໜ້າກົມຄຸ້ມຄອງການ ນຳເຂົ້າແລະ ສົ່ງອອກຂອງຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ ກ່າວວ່າ ວຽກງານໂຄງການແປ ແລະ ຈັດພິມຜົນງານວັນນະກຳ-ບົດປະ ພັນທີ່ດີເດັ່ນຂອງຈີນຢູ່ລາວພວມດຳເນີນໄປຢ່າງໝັ້ນທ່ຽງ, ການແລກປ່ຽນ ໃນການແປຜົນງານວັນນະກຳທີ່ດີເດັ່ນຂອງລາວ ແລະຈີນໄດ້ຮັບຄວາມ ຄືບໜ້າອັນສຳຄັນ. ທ່ານກ່າວຕື່ມວ່າ: “ໂຄງການແປ ແລະຈັດພິມຜົນງານ ວັນນະກຳທີ່ດີເດັ່ນຂອງອາຊີ” ມີຄວາມໝາຍອັນສຳຄັນຕໍ່ການວາງສະແດງ ແລະເຜີຍແຜ່ຄວາມສວຍງາມຂອງອະລິຍະທຳປະເທດຕ່າງໆໃນອາຊີ, ເພີ່ມທະວີຄວາມເຂົ້າໃຈກັນຕໍ່ວັດທະນະທຳຂອງປະເທດຕ່າງໆ ແລະຊຸກຍູ້ ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ທ່ານ ບົວໄລ ພານຸວົງ ຫົວໜ້າຫ້ອງການ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະທ່ອງທ່ຽວລາວ ທັງເປັນຜູ້ຮັບຜິດຊອບຝ່າຍລາວ ຂອງໂຄງການແປ ແລະ ຈັດພິມຜົນງານວັນນະກຳ-ບົດປະພັນທີ່ດີເດັ່ນ ຂອງລາວ ແລະຈີນ ໄດ້ປະກອບຄຳເຫັນຜ່ານທາງວີດີໂອໂດຍຕີລາຄາສູງຕໍ່ ໂຄງການດັ່ງກ່າວ ແລະເຫັນວ່າໂຄງການນີ້ເປັນໂຄງການທີ່ດີຫລາຍ. ໃນ 5 ປີຕໍ່ໜ້ານີ້, ສອງຝ່າຍລາວ ແລະຈີນ ຈະຮ່ວມກັນສຳເລັດການແປ ແລະ ພິມຈຳໜ່າຍຜົນງານວັນນະຄະດີທີ່ດີເດັ່ນ 50 ຫົວ, ເຊິ່ງຈະເພີ່ມທະວີຄວາມ ເຂົ້າໃຈຂອງປະຊາຊົນສອງຊາດທີ່ມີຕໍ່ຮີດຄອງປະເພນີເຊິ່ງກັນແລະກັນ.

ໂຄງການແປ ແລະ ຈັດພິມຜົນງານວັນນະກຳ-ບົດປະພັນທີ່ດີເດັ່ນຂອງ ລາວ ແລະຈີນ ແມ່ນພາກສ່ວນໜຶ່ງໃນໂຄງການແປ ແລະຈັດພິມຜົນງານ ວັນນະກຳທີ່ດີເດັ່ນຂອງອາຊີ. “ຊີວິດ ແລະພາລະກິດຂອງປະທານໄກສອນ ພົມວິຫານ”, “ສອງເອື້ອຍນ້ອງ” ແລະ “ຂຸນບໍຣົມຣາຊາທິຣາຊ” ຕ່າງກໍໄດ້ ເປັນຕົວແທນໃຫ້ແກ່ຊີວະປະຫວັດຂອງຜູ້ນຳທີ່ຍິ່ງໃຫຍ່, ເລື່ອງຍາວ ແລະ ວັນນະຄະດີພື້ນເມືອງໃນວັນນະກຳດີເດັ່ນຂອງລາວ. ວັນນະກຳເຫລົ່ານີ້ ໄດ້ຖືກແປເປັນພາສາຈີນ ແລະ ພິມຈຳໜ່າຍຢູ່ຈີນເປັນຄັ້ງທຳອິດ, ເຮັດໃຫ້ ວັດທະນະທຳອັນສົດໃສຂອງລາວໄດ້ວາງສະແດງຢູ່ໜ້າຜູ້ອ່ານຈີນຫລາຍ ກວ່າເກົ່າ ແລະຈະມີບົດບາດອັນສຳຄັນໃນການຊຸກຍູ້ການແລກປ່ຽນດ້ານ ວັດທະນະທຳລະຫວ່າງສອງປະເທດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version