Home ຂ່າວຕ່າງປະເທດ ເສດຖະກິດມາເລເຊຍ ບັນລຸລະດັບການເຕີບໂຕສູງສຸດໃນຮອບ 22 ປີ

ເສດຖະກິດມາເລເຊຍ ບັນລຸລະດັບການເຕີບໂຕສູງສຸດໃນຮອບ 22 ປີ

0

ຂ່າວສານຫວຽດນາມລາຍງານວ່າ: ທະນາຄານກາງມາເລເຊຍ (BNM) ປະກາດເມື່ອບໍ່ດົນມານີ້ວ່າ: ພື້ນຖານເສດຖະກິດຂອງ ມາເລເຊຍ ຈະບໍ່ຕົກຢູ່ໃນສະພາບຖົດຖອຍໃນປີ 2023 ແລະ ປະກາດການເຕີບໂຕຢ່າງແຂງແຮງກວ່າທີ່ຄາດຄະເນໄວ້ໃນປີ 2022 ເມື່ອບັນດາປະເທດອາຊີຕາເວັນອອກສຽງໃຕ້ ໄດ້ພົບຈຸດຢືນທີ່ເຂັ້ມແຂງໃນການຫຼຸດພົ້ນອອກຈາກວິກິດການດ້ານເສດຖະກິດ ຊຶ່ງໄດ້ຮັບຜົນກະທົບຈາກພະຍາດລະບາດ ໂຄວິດ-19 ໃນຊຸມປີທີ່ຜ່ານມາ.

ຂ່າວລະບຸວ່າ: ເຖິງຢ່າງໃດກໍຕາມ, ນັກວິເຄາະບາງທ່ານໄດ້ໃຫ້ຂໍ້ສັງເກດວ່າ: ຄວາມຕ້ອງການພາຍໃນຍັງມິດງຽບ ແລະ ມີຄວາມສ່ຽງຕໍ່ອຸດສາຫະກຳເອເລັກໂຕຣນິກທີ່ສຳຄັນຂອງມາເລເຊຍ ຊຶ່ງເກີດຈາກການຫຼຸດລົງຂອງການຈ້າງງານ ແລະ ຈິດຕະສາດທົ່ວໄປກ່ຽວກັບການຫຼຸດລົງຂອງຂະແໜງເຕັກໂນໂລຊີໂລກ. ຂໍ້ມູນຈາກກົມສະຖິຕິຂອງ ມາເລເຊຍ ສະແດງໃຫ້ເຫັນວ່າ: ຈັງຫວະການເຕີບໂຕຂອງທົ່ວປະເທດໃນປີ 2022 ບັນລຸ 8,7%, ເກືອບສາມເທົ່າຂອງ 3,1% ທີ່ບັນທຶກໃນປີ 2021 ແລະ ເປັນລະດັບສູງສຸດນັບແຕ່ປີ 2000.

ທ່ານນາງ ນໍ ຊຳເຊຍ ໂມດ ຢູນັສ ອຳນວຍການ BNM ໃຫ້ຮູ້ວ່າ: ສະພາບການຖົດຖອຍດ້ານເສດຖະກິດ ຈະບໍ່ເກີດຂຶ້ນໃນປີ 2023 ເນື່ອງຈາກພື້ນຖານເສດຖະກິດທົ່ວໂລກສືບຕໍ່ມີການຂະຫຍາຍຕົວ ເຖິງຈະມີການຄາດຄະເນກ່ອນໜ້ານີ້ວ່າພື້ນຖານເສດຖະກິດໂລກຈະຫຼຸດຊ້າລົງ ຍ້ອນຖືກຜົນກະທົບຈາກຄວາມຂັດແຍ່ງທາງດ້ານພູມສາດ, ລະບົບຕ່ອງໂສ້ສະໜອງທົ່ວໂລກຖືກຂາດວັກຂາດຕອນ ແລະ ອັດຕາເງິນເຟີ້ເພີ່ມຂຶ້ນສູງໃນປີຜ່ານມາ. ທ່ານກ່າວຕື່ມວ່າ: ປັດຈຸບັນ, ຕະຫຼາດແຮງງານໄດ້ສືບຕໍ່ຟື້ນຕົວຢ່າງຕໍ່ເນື່ອງ, ວຽກເຮັດງານທຳ ແລະ ລາຍຮັບ ຈະສືບຕໍ່ເພີ່ມຂຶ້ນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version