Home ຂ່າວຕ່າງປະເທດ ກຳປູເຈຍ ກວດພົບຜູ້ເສຍຊີວິດຈາກພະຍາດໄຂ້ຫວັດສັດປີກກໍລະນີທຳອິດ

ກຳປູເຈຍ ກວດພົບຜູ້ເສຍຊີວິດຈາກພະຍາດໄຂ້ຫວັດສັດປີກກໍລະນີທຳອິດ

0

ຕາມ​ຂ່າວ​ຈາກພະນົມ​ເປັນ ວັນ​ທີ 23​ ກຸມພາ​ນີ້ ເດັກ​ຍິງ​ຊາວ​ກຳປູ​ເຈຍ ອາຍຸ 11ປີ ​ເສຍ​ຊີວິດຍ້ອນ​ພະຍາດ​ໄຂ້ຫວັດສັດ​ປີກ ​ເປັນ​ລາຍ​ທຳ​ອິດ​ຂອງ​ປະ​ເທດໃນ​ຮອບ​ຫລາຍ​ປີຜ່ານມາ ຫລັງ​ຈາກສຳນັກງານຄວບ​ຄຸມຕິດ​ຕໍ່​ຂອງ​ກຳປູ​ເຈຍ ຖະ​ແຫລ​ງ ກ່ຽວ​ກັບເດັກ​ຍິງ​​ເລີ່​ມປິ່ນປົວ ​ໃນ​ວັນ​ທີ 16 ​ກຸມພາ ​ໂດຍ​ມີ​ອາການ​ເປັນ​ໄອ,​ ມີ​ໄຂ້​ສູງ ​ແລະ​ ອາການເຈັບ​ຄໍ ຈາກ​ນັ້ນ​ໄດ້​ເສຍ​ຊີວິດຢູ່​ໂຮງໝໍ ຫລັງ​ຈາກ​ຕິດ​ເຊື້ອ​ພະຍາດໄຂ້ຫວັດ​ສັກ​ປີກສາຍ​ພັນ H5N1 ​ເປັນ​ບວກ ​ເປັນ​ຜູ້​ຕິດ​ເຊື້ອພະຍາດດັ່ງກ່າວກໍລະນີ​ທີ່ 57 ຂອງ​ປະ​ເທດ.

ຂໍ້​ມູນ​ຈາກອົງການ​ອະນາ​ໄມ​ໂລກລະບຸ​ວ່າ: ນັບ​ຕັ້ງ​ແຕ່​ປີ2003 ​ເປັນຕົ້ນມາທົ່ວ​ໂລກມີ​ຄົນ​ເສຍ​ຊີວິດ​ຈາກ​ພະຍາດໄຂ້ຫວັດ​ສັດ​ປີກ​ຫລາຍ​ກວ່າ 450 ຄົນ ​ແລະ ນັບ​ແຕ່ທ້າຍ​ປີ 2022 ​ເປັນຕົ້ນມາເອີຣົບ ມີ​ໄຂ້ຫວັດສັດ​ປີກແພ່​ລະບາດ​ ຄັ້ງ​ໃຫຍ່​ສຸດທີ່​ເຄີຍ​ມີ​ມາ. ​ຂະນະ​ທີ່ອາ​ເມ​ລິ​ກາ​ເໜືອ ​ແລະ ອາ​ເມ​ລິ​ກາ​ໃຕ້ມີ​ການ​ແພ່​ລະບາດ​ໃຫຍ່​ເຊັ່ນ​ກັນ: ​ເຮັດ​ໃຫ້​ຕ້ອງ ​ກຳຈັດສັດ​ປີກ​ຫລາຍ​ສິບ​ລ້ານ​ໂຕສ່ວນ​ໃຫຍ່ຕິດ​ເຊື້ອສາຍ​ພັນ H5N1.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version