Home ຂ່າວຕ່າງປະເທດ ບຣາຊິນໂຈະການສົ່ງອອກຊີ້ນງົວໄປ ສປ ຈີນ ຫລັງພົບ ​ເຊື້ອພະຍາດງົວບ້າ

ບຣາຊິນໂຈະການສົ່ງອອກຊີ້ນງົວໄປ ສປ ຈີນ ຫລັງພົບ ​ເຊື້ອພະຍາດງົວບ້າ

0

ຕາມ​ຂ່າວ​ຈາກສຳນັກ​ຂ່າວຣອຍ​ເຕີ, ກະຊວງ​ກະສິກຳ ​ແລະ ການ​ລ້ຽງສັດ​ຂອງ​ບຣາຊິນ ປະກາດ​ໂຈະ​ການ​ສົ່ງ​ອອກຊີ້ນ​ງົວ​ໄປ​ ສປ ຈີນ ຕັ້ງ​ແຕ່​ວັນ​ທີ 23 ກຸມພາ​ນີ້ ຈົນ​ກວ່າ​ຈະ​ມີ​ການປ່ຽນ​ແປງ ຫລັງ​ຈາກມີ​ການຢືນຢັ້ນການ​ກວດພົບ​ເຊື້ອ​ພະຍາດງົວ​ບ້າ ​ໃນ​ລັດ​ປາຣາ ທາງ​ພາກ​ເໜືອຂອງ​ປະ​ເທດ ​ເພື່ອ​ຮັບປະກັນຜູ້​ບໍລິ​ໂພ​ກຊາວບຣາຊິນ ​ແລະ​ ທົ່ວ​ໂລກ ລວມທັງຄວບ​ຄຸມ​ຄຸນນະພາບຊີ້ນ​ສັດ ພາຍຫລັງກວດ​ພົບເຊື້ອ​ພະຍາດງົວ​ບ້າ 160​ ໂຕ ທາງ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ຂອງ​ລັດດັ່ງກ່າວ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version