Home ຂ່າວຕ່າງປະເທດ ເປີດກອງປະຊຸມສະຫຼຸບວຽກງານສະພາປະຊາຊົນ ປີ 2022 ແລະ ຜັນຂະຫຍາຍແຜນການປີ 2023

ເປີດກອງປະຊຸມສະຫຼຸບວຽກງານສະພາປະຊາຊົນ ປີ 2022 ແລະ ຜັນຂະຫຍາຍແຜນການປີ 2023

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້ ຢູ່ ແຂວງກວາງນິງ ຫວຽດນາມ ຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ຈັດກອງປະຊຸມທົ່ວປະເທດສະຫຼຸບວຽກງານສະພາປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງປີ 2022 ແລະ ຜັນຂະຫຍາຍແຜນການປະຕິບັດງານປີ 2023. ໂດຍການເປັນປະທານກອງປະຊຸມຂອງ ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດ ຫວຽດນາມ.

ທ່ານ ເຈິ່ນແທັງເໝິນ ຮອງປະທານຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ກ່າວຄຳເຫັນເປີດກອງປະຊຸມ ໃຫ້ຮູ້ວ່າ: ວິທີການຈັດຕັ້ງເຄື່ອນໄຫວຕິດຕາມກວດກາ ຂອງສະພາປະຊາຊົນຂັ້ນແຂວງມີການປ່ຽນແປງຢ່າງຈະແຈ້ງ, ເປັນຕົ້ນແມ່ນພາຍຫຼັງຄະນະປະຈຳສະພາແຫ່ງຊາດປະກາດໃຊ້ມະຕິເລກທີ 594 ລົງວັນທີ 12 ກັນຍາ ປີ 2022 ກ່ຽວກັບການແນະນຳການເຄື່ອນໄຫວຕິດຕາມກວດກາຂອງສະພາປະຊາຊົນ. ໄດ້ເຫັນດີເປັນເອກະພາບ, ຫັນການເຄື່ອນໄຫວຕິດຕາມກວດກາ, ແກ້ໄຂບາງຂໍ້ຈຳກັດ, ຂໍ້ຕິດຂັດໃນການຕິດຕາມກວດກາຂອງສະພາປະຊາຊົນ ເປັນມາດຕະຖານປະກອບສ່ວນຍົກສູງຄຸນນະພາບ, ຜົນສັກສິດ, ປະສິດທິຜົນຂອງການເຄື່ອນໄຫວຕິດຕາມກວດກາ ຂອງສະພາປະຊາຊົນ, ໝາກຜົນຂອງການເຄື່ອນໄຫວຂອງສະພາປະຊາຊົນ ນັບມື້ນັບຢັ້ງຢືນບົດບາດເປັນອົງການອຳນາດການປົກຄອງແຫ່ງລັດ ຢູ່ ທ້ອງຖິ່ນ, ຕາງໜ້າສະແດງໃຫ້ເຈດຈຳນົງ, ຄວາມມຸ່ງຫວັງ ແລະ ສິດເປັນເຈົ້າຂອງຂອງປະຊາຊົນຢູ່ທ້ອງຖິ່ນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version