Home ຂ່າວການເມືອງ ປະທານປະເທດຮັບການຍື່ນສານຕາຕັ້ງຂອງບັນດາທູດຕ່າງປະເທດປະຈໍາສປປລາວ

ປະທານປະເທດຮັບການຍື່ນສານຕາຕັ້ງຂອງບັນດາທູດຕ່າງປະເທດປະຈໍາສປປລາວ

0

ໃນຕອນເຊົ້າຂອງວັນທີ 23 ກຸມພາ ນີ້ທີ່ທໍານຽບປະທານປະເທດ, ທ່ານທອງລຸນສີສຸລິດປະທານປະເທດແຫ່ງສປປລາວໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຈາກບັນດາທູດຕ່າງປະເທດເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມປະຈໍາສປປລາວດັ່ງນີ້:

1. ທ່ານໂຈນາທານຄິງສ (Jonathan KINGS)ເອກອັກຄະລັດຖະທູດແຫ່ງນິວຊີແລນປະຈໍາສປປລາວຊຶ່ງມີສຳນັກງານສະຖານທູດຕັ້ງຢູ່ບາງກອກຣາຊະອານາຈັກໄທ;

2. ທ່ານເປໂດຣຊະວາເລັນ (Pedro Zwahlen)ເອກອັກຄະລັດຖະທູດແຫ່ງສະມາພັນທະລັດສະວິດປະຈໍາສປປລາວຊຶ່ງມີສຳນັກງານສະຖານທູດຕັ້ງຢູ່ບາງກອກຣາຊະອານາຈັກໄທ.

3. ທ່ານປາເວວປີເຕວ (Pavel Pitel)ເອກອັກຄະລັດຖະທູດແຫ່ງສາທາລະນະລັດເຊັກຊຶ່ງມີສຳນັກງານສະຖານທູດຕັ້ງຢູ່ບາງກອກຣາຊະອານາຈັກໄທ.

4. ທ່ານນິໂກລາຍພຣິດສ(Nicolai Prytz)ເອກອັກຄະຣາຊະທູດແຫ່ງຣາຊະອານາຈັກດານມາກຊຶ່ງມີສໍານັກງານສະຖານທູດຕັ້ງຢູ່ນະຄອນຫຼວງຮ່າໂນ້ຍສສຫວຽດນາມ.

5. ທ່ານອູລັດຊີເມຍບາຣາວີກູ (UladzimirBaravikou)ເອກອັກຄະລັດຖະທູດແຫ່ງສາທາລະນະລັດເບລາຣຸດຊີຊຶ່ງມີສໍານັກງານສະຖານທູດຕັ້ງຢູ່ນະຄອນຫຼວງຮ່າໂນ້ຍສສຫວຽດນາມ.

ໃນໂອກາດນີ້, ທ່ານທອງລຸນສີສຸລິດໄດ້ສະແດງຄວາມຍິນດີຕ້ອນຮັບແລະຊົມເຊີຍບັນດາທ່ານເອກອັກຄະລັດຖະທູດທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມຄົນໃໝ່ປະຈໍາສປປລາວໃນຄັ້ງນີ້, ພ້ອມທັງສະແດງຄວາມຫວັງວ່າໃນໄລຍະທີ່ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດປະຈຳສປປລາວ, ບັນດາທ່ານທູດຈະເປັນຂົວຕໍ່ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບແລະການຮ່ວມມືອັນດີໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນໃນອະນາຄົດຊຶ່ງລັດຖະບານແລະພາກສ່ວນກ່ຽວຂ້ອງຕ່າງໆຂອງລາວພ້ອມທີ່ຈະໃຫ້ການຮ່ວມມື, ສະໜັບສະໜູນແລະອໍານວຍຄວາມສະດວກເພື່ອໃຫ້ບັນດາທ່ານທູດສາມາດເຮັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງຈົບງາມ. ທ່ານປະທານປະເທດກໍໄດ້ສະເໜີໃຫ້ບັນດາທ່ານເອກອັກຄະລັດຖະທູດຈົ່ງສືບຕໍ່ຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢຽມຊຶ່ງກັນແລະກັນລະຫວ່າງບັນດາການນຳຂັ້ນສູງຈົນເຖິງການໄປມາຫາສູ່ກັນລະຫວ່າງປະຊາຊົນດ້ວຍກັນໃຫ້ຫຼາຍຂຶ້ນ;ໄດ້ຢືນຢັນຄືນແນວທາງນະໂຍບາຍການຕ່າງປະເທດອັນສະເໝີຕົ້ນສະເໝີປາຍຂອງສປປລາວຍາມໃດກໍຢຶດໝັ້ນໃນແນວທາງການຕ່າງປະເທດແຫ່ງສັນຕິພາບ, ເອກະລາດ, ມິດຕະພາບແລະການຮ່ວມມື, ສປປລາວເປັນປະເທດຮັກຫອມສັນຕິພາບ, ຢາກເປັນມິດກັບທຸກປະເທດ, ພ້ອມທີ່ຈະຮ່ວມມືກັບທຸກປະເທດບົນຫຼັກການເຄົາລົບຊຶ່ງກັນແລະກັນແລະຕ່າງຝ່າຍຕ່າງມີຜົນປະໂຫຍດເພື່ອຄວາມຢູ່ດີກິນດີຂອງປະຊາຊົນ, ເພື່ອສັນຕິພາບແລະການພັດທະນາແບບຍືນຍົງຢູ່ໃນໂລກ.

ໃນໂອກາດດຽວກັນ, ທ່ານປະທານປະເທດກໍໄດ້ສະແດງຄວາມຂອບໃຈຕໍ່ການຮ່ວມມື, ສະໜັບສະໜູນແລະຊ່ວຍເຫຼືອຂອງບັນດາປະເທດເພື່ອນມິດຕໍ່ສປປລາວໃນໄລຍະຜ່ານມາຊຶ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງສປປລາວ. ພ້ອມນີ້, ກໍສະເໜີໃຫ້ບັນດາທ່ານທູດຊ່ວຍສືບຕໍ່ຊຸກຍູ້ການຮ່ວມມືດ້ານການຄ້າແລະການລົງທຶນໃນຂະແໜງການຕ່າງໆທີ່ມີທ່າແຮງຮ່ວມກັນ. ໂດຍສະເພາະໃນປີ 2024 ນີ້, ສປປລາວຈະໄດ້ຮັບກຽດເປັນປະທານອາຊຽນແລະຫວັງຢ່າງຍິ່ງວ່າຈະໄດ້ຮັບການສະໜັບສະໜູນຊ່ວຍເຫຼືອແລະການຮ່ວມມືຈາກບັນດາທູດທັງໝົດເພື່ອເຮັດໃຫ້ການເປັນປະທານອາຊຽນຂອງສປປລາວປະສົບຜົນສໍາເລັດຢ່າງຈົບງາມ. ໃນຕອນທ້າຍ, ກໍໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນແລະຄໍາອວຍພອນໄຊອັນປະເສີດໄປຍັງຜູ້ນຳຂອງບັນດາທ່ານທູດທັງ 5 ປະເທດແລະຖືໂອກາດນີ້ເຊື້ອເຊີນມາຢ້ຽມຢາມສປປລາວໃນເວລາທີ່ສະດວກ, ອວຍພອນໃຫ້ບັນດາທ່ານທູດຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ການທູດຢູ່ສປປລາວໃນຄັ້ງນີ້.

ໃນຂະນະດຽວກັນ, ບັນດາທ່ານເອກອັກຄະລັດຖະທູດກໍໄດ້ສະແດງຄວາມຂອບໃຈຕໍ່ຄໍາເວົ້າອັນຈົບງາມຂອງພະນະທ່ານປະທານປະເທດແຫ່ງສປປລາວແລະການຕ້ອນຮັບອັນອົບອຸ່ນໃນໂອກາດມາປະຕິບັດໜ້າທີ່ຢູ່ສປປລາວ, ພ້ອມທັງໄດ້ສະແດງຄວາມຍິນດີທີ່ຈະສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບອັນດີງາມແລະການຮ່ວມມືຢ່າງມີໝາກຜົນລະຫວ່າງປະເທດຂອງຕົນກັບສປປລາວໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍແລະແຕກດອກອອກຜົນຍິ່ງໆຂຶ້ນໃນອະນາຄົດເພື່ອນຳເອົາຄວາມຈະເລີນຮຸ່ງເຮືອງມາສູ່ປະເທດຊາດແລະນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນ.

(ຂ່າວ: ກະຊວງການຕ່າງປະເທດ, ພາບ: ສຸກສະຫວັນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version