Home ຂ່າວການເມືອງ ຫົວໜ້າ ຄອສພ ເນັ້ນບາງບັນຫາ ເພື່ອໃຫ້ວຽກງານໂຄສະນາມີການຫັນປ່ຽນ

ຫົວໜ້າ ຄອສພ ເນັ້ນບາງບັນຫາ ເພື່ອໃຫ້ວຽກງານໂຄສະນາມີການຫັນປ່ຽນ

0

ເພື່ອຊຸກຍູ້ ໃຫ້ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ມີການຫັນປ່ຽນໃໝ່, ໃຫ້ທິດຊີ້ນໍາ ການເຄື່ອນໄຫວວຽກງານໂຄສະນາ, ທັງເປັນການຊຸກຍູ້ ໃຫ້ກໍາລັງໃຈພະນັກງານກົມໂຄສະນາ ພາຍຫຼັງມີການປັບປຸງການຈັດຕັ້ງ ທົ່ວ ຄອສພ, ໃນວັນທີ 20 ກຸມພາ ນີ້ ທີ່ຫ້ອງປະຊຸມ ຊັ້ນ 5 ຂອງສໍານັກງານ ຄອສພ (ຫຼັກ 6), ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະທານສະພາທິດສະດີສູນກາງພັກໄດ້ລົງພົບປະໂອ້ລົມ ພະນັກງານ ກົມໂຄສະນາ, ມີບັນດາຄະນະພັກ, ຫົວໜ້າຫ້ອງການ, ກົມຈັດຕັ້ງ-ພະນັກງານ ແລະ ກົມກວດກາ, ຄະນະກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການກົມໂຄສະນາ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດດັ່ງກ່າວ, ສະຫາຍ ໂພເມກ ວິໄລສັກຫົວໜ້າກົມໂຄສະນາ ໄດ້ຂຶ້ນລາຍງານໂດຍຫຍໍ້ ສະພາບການເຄື່ອນໄຫວວຽກງານວິຊາສະເພາະ ຂອງກົມໂຄສະນາ ໃນໄລຍະ 1 ເດືອນຜ່ານມາ ພາຍຫຼັງບັ້ນປັບປຸງກົງຈັກການຈັດຕັ້ງ ທົ່ວຄະນະໂຄສະນາອົບຮົມສູນກາງພັກ ໂດຍການໂຮມເອົາວາລະສານໂຄສະນາ ເຂົ້າກັບກົມໂຄສະນາ ຊຶ່ງສະຫາຍ ໄດ້ຍົກໃຫ້ເຫັນສະພາບແນວຄິດ ຂອງພະນັກງານພາຍໃນກົມ, ຜົນງານ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ພ້ອມທັງຂໍ້ສະເໜີຈໍານວນໜຶ່ງ. ຫຼັງຈາກນັ້ນ ພະນັກງານ ຂອງກົມໂຄສະນາ ກໍໄດ້ຂຶ້ນປະກອບຄໍາຄິດເຫັນ ແລກປ່ຽນການເຄື່ອນໄຫວວຽກງານ ໃນໄລຍະຜ່ານມາ ແລະ ສະເໜີບາງບັນຫາ ຕໍ່ຂັ້ນເທິງເພື່ອເຮັດໃຫ້ວຽກງານໂຄສະນາ ສາມາດຕອບສະໜອງໄດ້ກັບຄວາມຕ້ອງການໃນໄລຍະໃໝ່.

ໃນຕອນທ້າຍ, ສະຫາຍ ຫົວໜ້າ ຄອສພ ກໍໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາໃນການເຄື່ອນໄຫວວຽກງານໂຄສະນາໃນຕໍ່ໜ້າ ຊຶ່ງກ່ອນອື່ນ ສະຫາຍໄດ້ຍ້ອງຍໍຊົມເຊີຍ ກົມໂຄສະນາທີ່ມີຄວາມພະຍາຍາມບຸກບືນສູ້ຊົນ ໄດ້ເອົາໃຈໃສ່ປັບປຸງສັບຊ້ອນພະນັກງານ ເຂົ້າໃສ່ຕໍາແໜ່ງງານ ພາຍຫຼັງມີການປັບປຸງທົ່ວ ຄອສພ ຊຶ່ງເຮັດໃຫ້ກົມໂຄສະນາ ມີຜົນສໍາເລັດຫຼາຍອັນ. ສະພາບແນວຄິດ ຂອງພະນັກງານພາຍໃນກົມ ກໍມີຄວາມສະຫງົບ ອຸ່ນອ່ຽນ ທຸ່ນທ່ຽງ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ຫຼາຍວຽກງານໄດ້ມີຜົນສໍາເລັດຕາມແຜນການ; ເຖິງຈະມີຜົນສໍາເລັດຫຼາຍອັນ, ແຕ່ກົມໂຄສະນາ ກໍຍັງມີຫຼາຍບັນຫາທີ່ຈະຕ້ອງໄດ້ປັບປຸງແກ້ໄຂ, ເປັນຕົ້ນແມ່ນ ເນື້ອໃນ ຂອງເອກະສານໂຄສະນາ-ປາຖະກະຖາ ບໍ່ອຸດົມສົມບູນ, ຄວາມຮູ້-ຄວາມສາມາດ ຂອງພະນັກງານ ຍັງມີຈໍາກັດ.

ເພື່ອເຮັດໃຫ້ວຽກງານໂຄສະນາມີການຫັນປ່ຽນໄປສູ່ຄຸນນະພາບໃໝ່ ໃນຕໍ່ໜ້ານີ້ຈະຕ້ອງໄດ້ເອົາໃຈໃສ່ບາງບັນຫາ ດັ່ງນີ້:ກ່ອນອື່ນຕ້ອງຖືສໍາຄັນ ການນໍາພາສະພາບແນວຄິດ ຂອງພະນັກງານ ໃຫ້ຮັບຮູ້-ເຂົ້າໃຈການປັບປຸງກົງຈັກການຈັດຕັ້ງ ປັບປຸງໃຫ້ກະທັດຮັດ, ເພື່ອໃຫ້ມີກໍາລັງແຮງໃນການເຄື່ອນໄຫວວຽກງານວິຊາສະເພາະ ແລະ ເຮັດໃຫ້ວຽກງານມີປະສິດທິຜົນສູງຊຶ່ງກົມໂຄສະນາ ເປັນກົມທີ່ມີຄວາມສໍາຄັນ, ເປັນກົມທີ່ເຮັດວຽກປະຈັນບານ ຂອງ ຄອສພ. ສະຫາຍຍັງໄດ້ເນັ້ນຕື່ມວ່າ: ເພື່ອເຮັດໃຫ້ວຽກງານໂຄສະນາມີການຫັນປ່ຽນ ສິ່ງສໍາຄັນ ແມ່ນຕ້ອງຫັນປ່ຽນທາງດ້ານເນື້ອໃນການໂຄສະນາສຶກສາອົບຮົມ, ຢາກສ້າງຄວາມດຶງດູດ ຄວາມສົນໃຈ ຂອງສັງຄົມ ເຮັດໃຫ້ເນື້ອໃນອຸດົມສົມບູນ, ຫຼາຍຮູບ, ຫຼາຍສີ, ກົມໂຄສະນາ ຕ້ອງໄດ້ຫັນປ່ຽນວິທີການຂຽນບົດ ໂຄສະນາປຸກລະດົມປະເພດຕ່າງໆ ແລະ ເອກະສານໂຄສະນາ-ປາຖະກະຖາຄືນໃໝ່ ແລະ ຫັນຮູບການໂຄສະນາ ໃຫ້ມີຫຼາຍຊ່ອງທາງຄື: ໂຄສະນາທາງວາລະສານ, ລາຍການວິທະຍຸ, ລາຍການໂທລະພາບ ແລະ ສື່ອອນລາຍ ໂດຍ ຄອສພ ຈະພະຍາຍາມສ້າງເງື່ອນໄຂເອື້ອອໍານວຍຕ່າງໆ ເປັນຕົ້ນ: ງົບປະມານ, ວັດຖຸອຸປະກອນຮັບໃຊ້ວຽກງານ… ພ້ອມນັ້ນ ກໍໃຫ້ປະສານສົມທົບກັບກະຊວງ-ອົງການອ້ອມຂ້າງສູນກາງ, ທ້ອງຖິ່ນ ແລະ ທຸກພາກສ່ວນ ໃນສັງຄົມ ເພື່ອເຮັດໃຫ້ວຽກງານໂຄສະນາປຸກລະດົມ, ສຶກສາອົບຮົມໄປຮອດໄປເຖິງເປົ້າໝາຍຕ່າງໆໃນສັງຄົມ.(ຂ່າວ: ມີໄຊ – ພາບ: ດາວທະວີສຸກ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version