Home ຂ່າວກິລາ ແຂວງໄຊສົມບູນ ສະຫຼຸບຜົນສຳເລັດເຂົ້າຮ່ວມຊຽງຂວາງ ພາຣາເກມ 2023

ແຂວງໄຊສົມບູນ ສະຫຼຸບຜົນສຳເລັດເຂົ້າຮ່ວມຊຽງຂວາງ ພາຣາເກມ 2023

0

ແຂວງໄຊສົມບູນ ຈັດພິທີສະຫຼຸບຜົນສຳເລັດນັກກິລາຄົນພິການເຂົ້າຮ່ວມງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ III ປີ 2023 ທີ່ແຂວງຊຽງຂວາງ ຫຼື ຊຽງຂວາງ ພາຣາ ເກມ 2023 ໃນວັນທີ 20 ກຸມພາ ຜ່ານມາ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ, ໂດຍການເປັນປະທານຂອງທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ, ມີຄະນະພັກ-ຄະນະນຳຂອງແຂວງ, ບັນດາພະແນກການອ້ອມຂ້າງແຂວງ ຕະຫຼອດຮອດຄູຝຶກ ແລະ ນັກກິລາເຂົ້າຮ່ວມ.

ໃນພິທີ ທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ ໄດ້ຜ່ານບົດສະຫຼຸບຜົນສໍາເລັດໃນການສົ່ງນັກກິລາເຂົ້າຮ່ວມແຂ່ງຂັນດັ່ງກ່າວ ຊຶ່ງໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 14-18 ກຸມພາ 2023 ວ່າ:ແມ່ນເປັນການແຂ່ງຂັນກິລາພາຍໃນປະເທດ ໂດຍແຂວງໄຊສົມບູນ ໄດ້ສົ່ງນັກກິລາເຂົ້າຮ່ວມທັງໝົດ 9 ຄົນ, ແຂ່ງຂັນໃນ 2 ປະເພດກິລາ ຄື: ແລ່ນ-ລານ ແລະ ຍົກນ້ຳໜັກ, ໂດຍໄດ້ຮັບງົບປະມານຊຸກຍູ້ຈາກແຂວງ ທັງໝົດ 450 ລ້ານກວ່າກີບ. ຜົນຂອງການແຂ່ງຂັນ ສາມາດຍາດໄດ້ 9 ຫຼຽນຄໍາ, 6 ຫຼຽນເງິນ ແລະ 3 ຫຼຽນທອງ. ໃນນີ້, ປະເພດແລ່ນ-ລານ ໄດ້ 8 ຫຼຽນຄໍາ, 3 ຫຼຽນເງິນ ແລະ 1 ຫຼຽນທອງ, ປະເພດກິລາຍົກນ້ຳໜັກໄດ້ 1 ຫຼຽນຄຳ, 3 ຫຼຽນເງິນ ແລະ 2 ຫຼຽນທອງ, ຈັດຢູ່ອັນດັບທີ 5 ຈາກ 18 ແຂວງເຂົ້າຮ່ວມ.

ການເຂົ້າຮ່ວມແຂ່ງຂັນໃນງານຄັ້ງນີ້, ກໍເພື່ອສ້າງກຽດ ແລະ ຊື່ສຽງໃຫ້ແຂວງໄຊສົມບູນ ແນໃສ່ເຮັດໃຫ້ວຽກງານກິລາ-ກາຍຍະກຳມີບາດກ້າວໃໝ່ ເຮັດໃຫ້ຊັບພະຍາກອນມະນຸດທຸກຄົນມີສຸຂະພາບພະລານາໄມແຂງແຮງ ແລະ ໄດ້ຮັບຄວາມຊົງຈຳທີ່ດີ ມີໄມຕີຈິດ-ມິດຕະພາບ ແບບສະຫາຍອ້າຍນ້ອງເພື່ອນຮ່ວມອຸດົມການກິລາດ້ວຍກັນ ແນໃສ່ຮັບປະກັນໃຫ້ທຸກຄົນໃນສັງຄົມຮັບຮູ້ບົດບາດ ເຫັນໄດ້ຄວາມສາມາດຂອງຄົນພິການ ກໍຄືຢູ່ໃນຂະບວນກິລາ-ກາຍຍະກຳພາຍໃນແຂວງ ທັງເປັນຜົນງານການປະກອບສ່ວນທີ່ສຳຄັນເຂົ້າໃນການສ້າງສາພັດທະນາ ແຂວງໄຊສົມບູນ ອີກດ້ວຍ.

ໂອກາດດັ່ງກ່າວກໍໄດ້ມີພິທີມອບໃບຍ້ອງຍໍ, ເງິນບໍາເນັດຫຼຽນໃຫ້ແກ່ຄູຝຶກ ແລະ ນັກກິລາແຕ່ລະປະເພດທີ່ໄດ້ຮັບຫຼຽນໃນການແຂ່ງຂັນງານດັ່ງກ່າວ. ພ້ອມກັນນີ້, ຍັງໄດ້ຮັບຟັງການໂອ້ລົມຈາກທ່ານເຈົ້າແຂວງໄຊສົມບູນ ໂດຍທ່ານໄດ້ຊີ້ນໍາໃຫ້ພະແນກສຶກສາທິການ ແລະ ກິລາແຂວງ ກໍຄືບັນດາສະຫະພັນກິລາປະເພດຕ່າງໆ ສືບຕໍ່ເອົາໃຈໃສ່ຫຼາຍດ້ານຕື່ມ ເພື່ອເຮັດໃຫ້ການສົ່ງນັກກິລາເຂົ້າຮ່ວມແຂ່ງຂັນຄັ້ງຕໍ່ໄປປະສົບຜົນສໍາເລັດຫຼາຍກວ່າເກົ່າ. ຫຼັງຈາກນັ້ນ, ໃນພິທີໄດ້ມີການບາສີສູ່ຂວັນຄະນະນໍານັກກິລາ, ຄູຝຶກ ແລະ ນັກກິລາອີກດ້ວຍ.

ຂ່າວ-ພາບ: ຊົວຈັ້ງ ສກຂ ໄຊສົມບູນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version