Home ຂ່າວການເມືອງ ຜູ້ແທນລາວ ຮ່ວມກອງປະຊຸມສະພາຜູ້ວ່າການ ຂອງກອງທຶນສາກົນເ ພື່ອການພັດທະນາກະສິກໍາ

ຜູ້ແທນລາວ ຮ່ວມກອງປະຊຸມສະພາຜູ້ວ່າການ ຂອງກອງທຶນສາກົນເ ພື່ອການພັດທະນາກະສິກໍາ

0

ຄະນະຜູ້ແທນ ສປປ ລາວ ນໍາໂດຍ ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ, ພ້ອມຄະນະກົມຈາກກະຊວງການເງິນ, ກະຊວງກະສິກໍາ ແລະ ປ່າໄມ້ ເຂົ້າຮ່ວມກອງປະຊຸມສະພາຜູ້ວ່າການຂອງກອງທຶນສາກົນ ເພື່ອການພັດທະນາກະສິກໍາ (IFAD) ຄັ້ງທີ 46 ໃນວັນທີ 14-15 ກຸມພາ 2023 ທີ່ນະ ຄອນຫລວງໂຣມ ປະເທດອີຕາລີ ພາຍໃຕ້ຫົວຂໍ້: “ແຜນເລັ່ງລັດສໍາລັບວຽກງານຄໍ້າປະກັນດ້ານສະບຽງອາຫານ” ໂດຍມີຄະນະຜູ້ແທນ 177 ປະເທດທີ່ເປັນສະມາຊິກຂອງ IFAD ແລະ ຜູ້ຕາງໜ້າຈາກບັນດາສະຖາບັນການເງິນສາກົນ ແລະ ອົງການຈັດຕັ້ງສາກົນ, ລວມທັງອົງການຈັດຕັ້ງທາງສັງຄົມ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ປຶກສາຫາລື, ແລກປ່ຽນບົດຮຽນກ່ຽວກັບການແກ້ໄຂວິກິດການດ້ານສະບຽງອາຫານ, ການປ່ຽນແປງສະພາບດິນຟ້າອາກາດ ແລະ ໄພພິບັດຕ່າງໆທີ່ມີຜົນກະທົບຕໍ່ການຜະລິດກະສິກໍາ ໂດຍເນັ້ນໃສ່ການຊ່ວຍເຫລືອກຸ່ມຜູ້ຜະລິດກະສິກໍາຂະໜາດນ້ອຍ, ການພັດທະນາຊົນນະບົດ ແລະ ການຊຸກຍູ້ໃຫ້ພາກເອກະຊົນມີສ່ວນຮ່ວມໃຫ້ຫລາຍຂຶ້ນ ລວມທັງການຄ່ຽນທຶນ (IFAD Replenishment) ຄັ້ງທີ 13 ເພື່ອມີທຶນເພີ່ມຂຶ້ນສະໜັບສະໜູນຂົງເຂດກະສິກໍາໃຫ້ຍືນຍົງ. ໂອກາດນີ້, ທ່ານຮອງລັດຖະມົນຕີກະຊວງການເງິນ ໄດ້ຮ່ວມກັບຄະນະລັດຖະມົນຕີຈາກປະເທດໂຊມາລີ ແລະ ລີເບີລີ ເປັນຜູ້ບັນຍາຍ (Panellist) ເພື່ອນໍາສະເໜີແຜນດໍາເນີນງານເລັ່ງລັດການຄໍາປະກັນສະບຽງອາຫານ ຂອງປະເທດຕົນ. ສໍາລັບ ສປປ ລາວ ໄດ້ສະເໜີແຜນນະໂຍບາຍ, ວຽກບຸລິມະສິດຂອງຂະແໜງກະສິກໍາ ທີ່ ກໍານົດໄວ້ໃນຍຸດທະສາດ, ວິໄສທັດ, ວາລະແຫ່ງຊາດ ແລະ ແຜນພັດທະນາຂະແໜງ ກະສິກໍາ.

ພ້ອມກັນນີ້, ຄະນະຜູ້ແທນ ສປປ ລາວ ໄດ້ພົບປະກັບ ທ່ານ Alvaro Lario, ປະທານ IFAD ເພື່ອປຶກສາຫາລື ແຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນການສ້າງແຜນຍຸດທະສາດການຮ່ວມມື ລະຫວ່າງ ສປປ ລາວ ກັບ IFAD ໄລຍະປີ 2025-2030, ທ່ານຮອງລັດຖະມົນຕີກະຊວງການເງິນ ຍັງໄດ້ແຈ້ງວຽກງານບຸລິມະສິດຂອງຂະແໜງກະສິກໍາ ສປປ ລາວ ໃນ 4 ວຽກງານໃຫຍ່ ເພື່ອເຂົ້າໃນແຜນການຮ່ວມມືຄື:ແຜນງານຄໍ້າປະກັນສະບຽບອາຫານ ແລະ ໂພຊະນາການ, ແຜນງານຜະລິດກະສິກໍາເປັນສິນຄ້າ, ແຜນງານຄຸ້ມຄອງປ່າໄມ້ແບບຢືນຍົງ ແລະ ແຜນງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ແລະ ຖືໂອກາດນີ້, ສະແດງຄວາມຂອບໃຈປະທານIFAD ທີ່ໃຫ້ການຊ່ວຍເຫລືອຂະແໜງກະສິກໍາ ສປປ ລາວ ຕະຫລອດມາ ເຊິ່ງທຸກພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ ຍິນດີຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບ IFAD ເພື່ອຈັດຕັ້ງປະຕິບັດແຜນຍຸດທະສາດການຮ່ວມມື ກັບ IFAD ໃຫ້ມີປະສິດທິຜົນ ແລະ ສໍາເລັດ.

ທ່ານປະທານ IFAD ໄດ້ຊົມເຊີຍ ສປປ ລາວ ທີ່ເປັນເຈົ້າການຈັດຕັ້ງປະຕິບັດໂຄງການພາຍໃຕ້ການສະໜັບສະໜູນ ຈາກ IFAD ຢ່າງຄືບໜ້າ ແລະ ມີຜົນສໍາເລັດທີ່ພົ້ນເດັ່ນໃນວຽກງານການຄໍ້າປະກັນສະບຽງອາຫານ; ຂອບໃຈ ສປປ ລາວ ທີ່ໄດ້ປະກອບທຶນເພີ່ມເຂົ້າໃນການຄ່ຽນທຶນຄັ້ງທີ 12 (IFAD 12) ແລະ ຫວັງເປັນຢ່າງຍິ່ງວ່າການຄ່ຽນທຶນຄັ້ງທີ 13 ສປປ ລາວ ຈະປະກອບທຶນເພີ່ມເຊັ່ນດຽວກັນ. ພ້ອມນີ້, ຍັງໃຫ້ຄໍາໝັ້ນສັນຍາໃນການຮ່ວມກັບ ສປປ ລາວ ໃນການລະດົມທຶນຈາກແຫລ່ງທຶນຕ່າງໆ ເພື່ອມາປະກອບເພີ່ມເຕີມໃສ່ການຈັດຕັ້ງປະຕິບັດໂຄງການບຸລິມະສິດຂອງ ສປປ ລາວ.

ໃນການພົບປະຄັ້ງນີ້, ໄດ້ເຊັນສັນຍາເງິນກູ້ ແລະ ເງິນຊ່ວຍເຫລືອລ້າສຳລັບໂຄງການກະສິກໍາເພື່ອໂພຊະນາການ ໄລຍະ 2 (AFN II) ມູນຄ່າ 25,23 ລ້ານໂດລາສະຫະລັດ .ໃນນີ້, ປະກອບມີເງິນກູ້ຈາກ IFADຈໍ ານວນ 13,23 ລ້ານ ໂດລາ ແລະ ເງິນຊ່ວຍເຫລືອລ້າຈາກແຜນງານຄໍ້າປະກັນສະບຽງອາຫານ ແລະ ກະສິກໍາໂລກ ໂດຍກະຊວງກະສິກຳ ແລະ ປ່າໄມ້ ຈະເປັນຜູ້ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໄລຍະເວລາ 7 ປີເລີ່ມຈາກ 2023-2029 ເຊິ່ງຈຸດປະສົງຂອງໂຄງການ ເພື່ອສ້າງເງື່ອນໄຂໃຫ້ບັນດາຄົວເຮືອນທີ່ມີຄວາມສ່ຽງສາມາດປັບປຸງ ແລະເພີ່ມຄວາມຫລາກຫລາຍຂອງຜົນຮັບດ້ານໂພຊະນາການ ແລະ ເສດຖະກິດ-ສັງຄົມ, ປັບປ່ຽນພຶດຕິກໍາການບໍລິໂພກອາຫານ ທີ່ມີສານອາຫານຄົບຖ້ວນ, ສົ່ງເສີມ ແລະ ຍົກສູງບົດບາດຍິງ-ຊາຍ, ສ້າງຄວາມສາມາດໃນການຮັບມືກັບເງື່ອນໄຂສະພາບອາກາດມີການປ່ຽນແປງ ແລະ ປັບປຸງຄວາມອາດສາມາດດ້ານການຜະລິດກະສິກໍາ ແລະ ການເຂົ້າເຖິງຕະຫລາດ.

ຂ່າວ-ພາບ: ກະຊວງການເງິນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version