Home ຂ່າວຕ່າງປະເທດ ເຂດຮົງກົງ ກຽມສົ່ງເຄື່ອງບັນເທົາທຸກໃຫ້ຕວັກກີ ມູນຄ່າ 30 ລ້ານໂດລາ

ເຂດຮົງກົງ ກຽມສົ່ງເຄື່ອງບັນເທົາທຸກໃຫ້ຕວັກກີ ມູນຄ່າ 30 ລ້ານໂດລາ

0

ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 13 ກຸມພາ, ທ່ານ ຈອນລີ ຜູ້ບໍລິຫານສູງສຸດ ປະຈຳເຂດບໍລິຫານພິເສດຮົງກົງ ທາງພາກໃຕ້ ຂອງ ຈີນ ກ່າວໃນກອງປະຊຸມສະພາບໍລິຫານວ່າ: ປັດຈຸບັນ, ຝ່າຍຮົງກົງໄດ້ລວບລວມສິິ່ງຂອງບັນເທົາທຸກ ຊຶ່ງປະກອບດ້ວຍເສື້ອຜ້າ, ຢາປິ່ນປົວພະຍາດ ແລະ ອື່ນໆ ຫລາຍກວ່າ 100 ໂຕນ ໄດ້ຈັດສົ່ງໄປຍັງເຂດປະສົບໄພພິບັດ ແຜ່ນດິນໄຫວໃນຕວັກກີ (ທູເຄັຍ) ໂດຍມີມູນຄ່າປະມານ 30 ລ້ານໂດລາສະຫະລັດ. ເຈົ້າໜ້າທີ່ກູ້ໄພພິບັດຂອງປະເທດລາຍງານວ່າ ຈຳນວນຜູ້ເສຍຊິວິດຈາກແຜ່ນດິນໄຫວເພີ່ມຂຶ້ນເປັນ 31.643 ຄົນ ເຮັດໃຫ້ຍອດຜູ້ເສຍຊິວິດທັງໝົດຫລາຍກວ່າ 35.000 ຄົນ, ບາດເຈັບອີກຫລາຍໝື່ນຄົນ. ຝ່າຍຮົງກົງ ໄດ້ຈັດສົ່ງໜ່ວຍງານຄົ້ນຫາ ແລະ ກູ້ໄພ ຈຳນວນ 59 ຄົນ ລວມມີເຈົ້າໜ້າທ່ີ ຈາກໜ່ວຍງານຕ່າງໆ ໄປຍັງພື້ນທີ່ເກີດແຜ່ນດິນໄຫວໃນຕວັກກີ ແລະ ອື່ນໆ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version