Home ຂ່າວຕ່າງປະເທດ ຍີ່ປຸ່ນ ຂະຫຍາຍເວລາ ໃນການປ່ອຍຈະຫລວດລຸ້ນໃໝ່

ຍີ່ປຸ່ນ ຂະຫຍາຍເວລາ ໃນການປ່ອຍຈະຫລວດລຸ້ນໃໝ່

0

ສຳນັກຂ່າວຊິນຮວາຂອງ ສປ ຈີນ ວັນທີ 14 ກຸມພາ ອົງການສຳຫລວດອາວະກາດຍີ່ປຸ່ນ (JAXA) ປະກາດເລື່ອນການປ່ອຍຈະຫລວດເອສ 3 (H3) ລຸ້ນໃໝ່ຄັ້ງທຳອິດອີກຮອບ ເນື່ອງຈາກສະພາບອາກາດບໍ່ອຳນວຍຄວາມສະດວກ, ມີກະແສລົມແຮງ, ມີເມກປົກຄຸມ ແລະ ຝົນຕົກ ໃນເຂດສູນອາວະກາດທາເນກາຊິມະ ແຂວງຄາໂງຊີມະ ທາງພາກຕາເວັນຕົກສຽງໃຕ້ ຂອງ ຍີ່ປຸ່ນ ສຳລັບການກຳນົດເວລາປ່ອຍຈະຫລວດເອສ 3 ໄດ້ເລື່ອນຈາກວັນທີ 15 ກຸມພາ ເປັນວັນທີ 17 ກຸມພາ. ຈະຫລວດເອສ 3 ໄດ້ຮ່ວມພັດທະນາໂດຍອົງການ ແລະ ມິດຊູບີຊີ ເຮຟວີ ອິນດັສທຣິສ (Mitsubishi Heavy Industries) ໃນປີ 2014 ດ້ວຍມູນຄ່າຕົ້ນທຶນຫລາຍກວ່າ 2 ແສນລ້ານເຢນ. ສ່ວນໜ້າທີ່ຮັບຜິດຊອບ ຂອງຈະຫລວດເອສ 3 ແມ່ນການຂົນສົ່ງດາວທຽມ ເພື່ອສຳຫລວດໂລກໄດຈີ-3 (DAICHI-3) ເຂົ້າສູ່ອາວະກາດ ແລະ ເພື່ອຊ່ວຍເຫລືອການຈັດການໄພພິບັດທາງທຳມະຊາດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version