Home ຂ່າວຕ່າງປະເທດ ຫວຽດນາມ – ອາເມຣິກາ ເພີ່ມທະວີຊຸກຍູ້ການພົວພັນຮ່ວມມື

ຫວຽດນາມ – ອາເມຣິກາ ເພີ່ມທະວີຊຸກຍູ້ການພົວພັນຮ່ວມມື

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນຜ່ານມາ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ກ່າວຄຳເຫັນໃນການຕ້ອນຮັບທ່ານນາງ ແຄັດເທີຣິນ ທາຍ ຜູ້ຕາງໜ້າດ້ານການຄ້າ ອາເມຣິກາ, ທ່ານ ບຸຍແທັງເຊີນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນດ້ານການຮ່ວມມືລະຫວ່າງ 2 ປະເທດໃນບັນດາຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫັນປ່ຽນພະລັງງານ, ຫັນເປັນດີຈີຕອນ ແລະ ການເຕີບໂຕສີຂຽວ; ສະເໜີໃຫ້ ອາເມຣິກາ ຫັນບັນດາຄຳໝັ້ນສັນຍາໜູນຊ່ວຍ ຫວຽດນາມ ແລະ ບັນດາປະເທດຜັນຂະຫຍາຍຂໍ້ຕົກລົງສາກົນກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃຫ້ປະກົດຜົນເປັນຈິງ. ໃນນັ້ນ, ມີຖະແຫຼງການກ່ຽວກັບຄູ່ຮ່ວມມືຫັນປ່ຽນພະລັງງານດ້ວຍຄວາມຍຸຕິທຳ. ທ່ານ ບຸຍແທັງເຊີນ ຢືນຢັນວ່າ: ຫວຽດນາມ ພ້ອມແລ້ວທີ່ຈະສົມທົບກັບ ອາເມຣິກາ ເພື່ອຈັດປີ ເອເປັກ 2023 (APEC 2023) ໃຫ້ບັນລຸຜົນສຳເລັດ.

ທ່ານນາງ ແຄັດເທີຣິນ ທາຍ ກໍໄດ້ເນັ້ນໜັກເຖິງຄວາມໝາຍສຳຄັນຂອງການຊຸກຍູ້ການຄ້າເສລີ, ເປີດກວ້າງ, ຍຸຕິທຳ ໂດຍອີງໃສ່ກົດໝາຍສາກົນ ແລະ ເພີ່ມມະວີການເຕີບໂຕແບບຍືນຍົງ, ກວມລວມຢູ່ໃນພາກພື້ນ. ໂດຍບັນດາປະເທດ ອາຊຽນ ສວມບົດບາດເປັນໃຈກາງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version