Home ຂ່າວຕ່າງປະເທດ ສປ ຈີນ-ໄທ ຍົກລະດັບການຮ່ວມມືຢ່າງຮອບດ້ານ

ສປ ຈີນ-ໄທ ຍົກລະດັບການຮ່ວມມືຢ່າງຮອບດ້ານ

0

ສຳນັກຂ່າວຊິນຮວາຂອງ ສປ ຈີນ, ທ່ານ​ ຊິນ ກັງ(Qin Gang), ລັດຖະມົນຕີ​ວ່າການກະຊວງການ​ຕ່າງປະ​ເທດ ສປ ​ຈີນ ​​ແລະ ທ່ານ ດອນ ປຣາມັດ​ວິ​ໄນ (Don Pramudwinai), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດໄທ​ໄດ້​ພົບ​ປະກັນ​ຢູ່​ນະຄອນຫລວງປັກ​ກິ່ງ​ເມື່ອ​ບໍ່​ດົນ​ມາ​ນີ້ ​ໂດຍ​ທັງ​ສອງ​ຝ່າຍຕົກລົງ​ເຫັນ​ດີຍົກ​ລະດັບການ​ຮ່ວມ​ມືຢ່າງຮອບດ້ານ ​ແລະ ສືບ​ຕໍ່ຮັກສາ​ການ​ແລກປ່ຽນການ​ນຳ​ລະດັບ​ສູງເພື່ອ​ນຳ​​ໄປ​ສູ່ການ​ໄວ້​ວາງ​ໃຈທາງ​ການ​ເມືອງ​ເຊິ່ງກັນ ​ແລະ ກັນ, ຊີ້ີ້ນຳ​ ການ​ຮ່ວມ​ມື​ກ້າວ​​ໄປຂຶ້ນ​ສູ່ໄລຍະ​ໃໝ່ ​ແລະ ຊຸກຍູ້​ຜົນສຳ​ເລັດ​ໃໝ່ໃນ​ການ​ແລກປ່ຽນ ລະຫວ່າງ​ປະ​ຊາ​ຊົນ​ທັງ​ສອງປະ​ເທດ.

ນອກ​ນີ້ຍັງ​ສົ່ງ​ເສີມ​ແຜນ​ລິ​​ເລີ່​ມການ​ພັດທະນາ ​ແລະ ຄວາມ​ໝັ້ນຄົງ​ລະດັບ​ໂລກດຳ​ເນີນ​ການ​ຕາມ​ມະຕິສຳຄັນ​ຂອງກອງ​ປະຊຸມ​ສຸດ​ຍອດຈີນ-ອາ​ຊຽນ ສະ​ໄໝ​ສາມັນ ​ເນື່ອງ​ໃນ​​ໂອກາດຄົບຮອບ 30 ປີ ​ແຫ່ງ​ການ​ພົວພັນຄູ່​ເຈລະຈາ ຈີນ-ອາ​ຊຽນ ​ແລະ ສ້າງ​ຄວາມຄືບ​ໜ້າ​ໃໝ່ໃນ​ການ​ຮ່ວມ​ມືຫລາຍ​ຝ່າຍຢ່າງ​ເຂັ້ມ​ແຂງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version