Home ຂ່າວຕ່າງປະເທດ ຍອດຜູ້ເສຍຊີວິດຈາກແຜ່ນດິນໄຫວໃນຕວັກກີ-ຊີຣີ ເພີ່ມຂຶ້ນກວ່າ 33.000 ຄົນ

ຍອດຜູ້ເສຍຊີວິດຈາກແຜ່ນດິນໄຫວໃນຕວັກກີ-ຊີຣີ ເພີ່ມຂຶ້ນກວ່າ 33.000 ຄົນ

0

ຕາມ​ຂ່າວ​ຈາກ​ ຕວັກ​ກີ,ວັນ​ທີ13 ​ກຸມພາ​ນີ້,​ ໃນ​ໄລຍະ 7 ວັນ​ ຜ່ານ​ມາ ຫລັງ​ເກີດ​ແຜ່ນ​ດິນ​ໄຫວ​ ໃນ​ຕວັກ​ກີ ​ແລະ ຊີຣີ ຍອດ​ຜູ້​​ເສຍ​ຊີວິດຍັງ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ໂດຍ​ຫລ້າ​ສຸດເພີ່ມ​ຂຶ້ນ​ເຖິງ 33.186 ຄົນ ​ໃນ​ນີ້ ​ເປັນ​ຜູ້​ເສຍ​ຊີວິດ ​ໃນ​ຕວັກ​ກີ 29.605 ຄົນ ​ແລະ ຊີຣີ 3.581ຄົນ.

ຂະນະ​ທີ່ການຄົ້ນຫາ ​ແລະ​ ກູ້​ໄພທັງ​ສອງ​ປະ​ເທດຍັງ​ຄົງສືບ​ຕໍ່ຢ່າງ​ແຂງ​ແຮງ ​ເນື່ອງ​ຈາກມີ​ໜ່ວຍ​ກູ້​ໄພ​ ຈາກ​ຫລາຍ​ປະ​ເທດ​ເດີນ​ທາງ​ໄປ​ຊ່ວຍ​ເຫລືອຢ່າງ​ຮີບ​ດ່ວນ.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version