Home ຂ່າວຕ່າງປະເທດ ໄຊປຣັດ ແຕ່ງຕັ້ງປະທານາທິບໍດີ ຄົນໃໝ່

ໄຊປຣັດ ແຕ່ງຕັ້ງປະທານາທິບໍດີ ຄົນໃໝ່

0

ຕາມຂ່າວຈາກວິທະຍຸສາກົນຫວຽດນາມ, ວັນທີ12 ກຸມພາ, ທ່ານ Nikos Christodoulides, ອະດີດ ລັດຖະມົນຕີ ການຕ່າງປະເທດ ​ໄຊ​ປຣັດ ຍາດໄດ້ ໄຊຊະນະ ໃນການເລືອກຕັ້ງ ປະທານາທິບໍດີ ຮອບທີ 2 ຂອງ​ປະ​ເທດ ໄຊປຣັດ ຕາມຜົນ ການເລືອກຕັ້ງ ຢ່າງເປັນທາງການ ດ້ວຍ​ຄະ​ແນນ​ສຽງ​ ສະໜັບ ສະໜູນ 51,92% ຈາກຜູ້ມີສິດ ເລືອກຕັ້ງ ທົ່ວ​ປະ​ເທດ ຂະນະທີ່ ຄູ່ແຂງ ທ່ານ Andreas Mavroyiannis (ອາຍຸ 66 ປິ) ຍາດໄດ້ແຕ່ 48,08% ເທົ່ານັ້ນ.ດັ່ງນັ້ນ ທ່ານ Nikos Christo doulides ຈະກາຍເປັນ ຜູ້ນຳຄົນຕໍ່ໄປ ຂອງໄຊປຣັດ ຊຶ່ງ​ເປັນປະເທດ ສະມາຊິກ ຂອງສະຫະພາບ ເອີຣົບ(ອີຢູ)./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version