Home ຂ່າວຕ່າງປະເທດ ພາຍຸໂຊນຮ້ອນເກບຽນ ພັດຖະຫລົ່ມ ນູແວນເຊລັງ ສ້າງຄວາມເສຍຫາຍ ເປັນບໍລິເວນກວ້າງ

ພາຍຸໂຊນຮ້ອນເກບຽນ ພັດຖະຫລົ່ມ ນູແວນເຊລັງ ສ້າງຄວາມເສຍຫາຍ ເປັນບໍລິເວນກວ້າງ

0

ຕາມ​ຂາວ​ຈາກນູ​ແວນ​ເຊ​ລັງ ວັນ​ທີ 13​ ກຸມພາ​ນີ້, ພາຍຸ​ໂຊນ​ຮ້ອນ​ເກ​ບຽນ ພັດ​ຖະຫລົ່ມເກາະ​ທາງ​ພາກ​ເໜືອຂອງນູ​ແວນ​ເຊ​ລັງ ສົ່ງ​ຜົນ​ໃຫ້ປະຊາຊົນ ປະມານ 58.000 ຄົນ ບໍ່​ມີ​ໄຟຟ້າ​ໃຊ້ ​ແລະ ຍັງ​ສົ່ງ​ຜົນ​ກະທົບ​ຢ່າງ​ໜັກຕໍ່​ລະບົບການ​ຈະລາຈອນ ທັງ​ທາງບົກ ​ແລະ ທາງ​ອາກາດ ​ລວມທັງທາງ​ລົດ​ໄຟ ​ຫລັງ​ຈາກຍົກ​ເລີກຖ້ຽວ​ບິນ​ເຖິງ 509 ຖ້ຽວ ສົ່ງ​ຜົນ​ກະທົບຕໍ່​ຜູ້​ໂດຍສານ​ ຫລາຍ​ໝື່ນ​ຄົນ.

ພາຍຸ​ດັ່ງກ່າວມີ​ຄວາມ​ແຮງລົມ 140 ກິ​ໂລ​ແມັດ​ ຕໍ່​ຊົ່ວ​ໂມງ ສ້າງ​ຄວາມ​ເສຍ​ຫາຍ​ເປັນ​ບໍລິ​ເວນ​ກວ້າງ. ປັດຈຸບັນເຈົ້າໜ້າ​ທີ່​ທາງ​ການປະກາດ​ສະຖານະ​ການ​ສຸກ​ເສີນໃນ​ພື້ນ​ທີ່ 5​ ເຂດ ​ເທິງ​ເກາະ​ພາກ​ເໜືອ ລວມທັງເມືອງ​ໂອ​ກ​ແລນ ທີ່​ມີ​ປະຊາກອນອາ​ໄສ​ຢູ່ປະມານ 1,6 ລ້ານ​ຄົນ.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version