Home ທຸລະກິດ ປີ້ງໄກ່ນາປົ່ງ

ປີ້ງໄກ່ນາປົ່ງ

0

“ປີ້ງໄກ່ນາປົ່ງ ແກ້ມກັບເຫຼົ້າຂາວເມືອງຄົງ ເມົາແລ້ວກ້ຽວໂຄ້ງ ຊວນສາວຟ້ອນລໍາວົງຈັງຫວະສາລະວັນ ໃຫ້ເປັນກັນເອງ ສາວວ່າຢ່າເກງໃຈ ຟ້ອນຈັງຫວະສາລະວັນ ອ້າຍຕ້ອງໂຍະຂຶ້ນ ໂຍະລົງ…” ເປັນບົດເພງໜຶ່ງທີ່ໂດ່ງດັງຈົນເຮັດໃຫ້ຫຼາຍໆຄົນຮູ້ຈັກບ້ານນາປົ່ງ ແລະ ປີ້ງໄກ່ນາປົ່ງເປັນອີກລາຍການອາຫານໜຶ່ງທີ່ຢາກແນະນໍາໃຫ້ນັກເດີນທາງບໍ່ຄວນພາດ ຍ້ອນວ່າເປັນອາຫານທີ່ລືຊ່າ ແລະ ແຊບຊ້ອຍ ມີຊື່ສຽງໂດ່ງດັ່ງໄປທົ່ວປະເທດໃຜໆກໍຮູ້ຈັກກັນດີ. ບ້ານນາປົ່ງຕັ້ງຢູ່ຕາມເສັ້ນທາງເລກທີ 13 ໃຕ້ ຂຶ້ນກັບເມືອງຄົງເຊໂດນ ແຂວງສາລະວັນເມື່ອທ່ານເດີນທາງໄປທາງພາກໃຕ້ຂອງລາວດ້ວຍລົດໂດຍສານ ຫຼື ລົດສ່ວນຕົວ ກໍຢ່າລືມແວ່ຊີມປີ້ງໄກ່ນາປົ່ງ ແລ້ວທ່ານຈະຫຼົງໄຫຼໃນລົດຊາດແບບດັ່ງເດີມທີ່ເປັນເອກະລັກບໍ່ມີບ່ອນໃດເໝືອນໃນດິນແດນລາວ. ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວກະຊວງ ຖວທ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version