Home ແຈ້ງການສໍາຄັນ ສະພາບອາກາດ ປະຈໍາວັນທີ 12 ກຸມພາ 2023

ສະພາບອາກາດ ປະຈໍາວັນທີ 12 ກຸມພາ 2023

0

ຍ່ອມຄວາມກົດດັນຕໍ່າຂອງອາກາດຮ້ອນຍັງຈະສືບຕໍ່ປົກຄຸມຢູ່ທົ່ວ ທຸກພາກຂອງປະເທດລາວ ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມ ພາກເໜືອ ລົງຫາ ພາກກາງ ແລະ ກະແສລົມຕາເວັນອອກສ່ຽງໃຕ້ພັດ ປົກຄຸມພາກໃຕ້ ຊຶ່ງຈະເຮັດໃຫ້ອາກາດຍັງຈະສືບຕໍ່ຮ້ອນໃນຕອນບ່າຍໃນ ແຕ່ລະພາກ ແຕ່ ອາກາດຍັງຈະເຢັນ ຫາ ໜາວເຢັນໃນຕອນເຊົ້າຢູ່ແຂວງ ພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ແລະ ຈະມີຝົນ ຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແຂວງພາກກາງ ແລະ ພາກໃຕ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version