Home ຂ່າວພາຍໃນ ກອງປະຊຸມສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ I ປະຈຳປີ 2023

ກອງປະຊຸມສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ I ປະຈຳປີ 2023

0

ໃນວັນທີ 10 ກຸມພາ 2023, ກອງປະຊຸມສະພາບໍລິຫານ ທະນາຄານແຫ່ງ ສປປ ລາວ (ທຫລ) ຄັ້ງທີ I ປະຈຳປີ 2023 ,ພາຍໃຕ້ການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການ ທຫລ, ປະທານສະພາບໍລິຫານ ທຫລ, ພ້ອມດ້ວຍການເຂົ້າຮ່ວມຂອງສະມາຊິກສະພາບໍລິຫານ ທຫລ ແລະ ບັນດາຄະນະກົມຈາກກົມກອງທີ່ກ່ຽວຂ້ອງພາຍໃນ ທຫລ.

ກອງປະຊຸມໃນຄັ້ງນີ້ໄດ້ໄຂຂຶ້ນເພື່ອເປັນການສະຫຼຸບ-ຕີລາຄາຜົນການເຄື່ອນໄຫວວຽກງານທະນາຄານແຫ່ງ ສປປ ລາວ ປະຈໍາປີ 2022 ແລະ ກໍານົດທິດທາງແຜນການ ແລະ ວຽກງານຈຸດສຸມ ປະຈຳປີ 2023 ຊຶ່ງປະກອບມີຄື: ( ການລາຍງານເຄື່ອນໄຫວວຽກງານພົ້ນເດັ່ນໂດຍສັງເຂບຂອງ ທຫລ ປະຈຳປີ 2022 ແລະ ທິດທາງແຜນການປະຈໍາປີ 2023; ( ການລາຍງານການຈັດຕັ້ງປະຕິບັດແຜນເງິນຕາຂອງ ທຫລ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈຳປີ 2023; ( ລາຍງານການຈັດຕັ້ງປະຕິບັດແຜນງົບປະມານຂອງ ທຫລ ປະຈໍາປີ 2022 ແລະ ແຜນງົບປະມານ ປະຈໍາປີ 2023 ແລະ ວຽກສໍາຄັນອີກຈໍານວນໜຶ່ງ.

(ຂ່າວ:ທຫລ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version