Home ຂ່າວໜ້າໜຶ່ງ ປະທານປະເທດ ໂອ້ລົມ ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2022 ສານປະຊາຊົນ

ປະທານປະເທດ ໂອ້ລົມ ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2022 ສານປະຊາຊົນ

0

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023 ຂອງສານປະຊາຊົນ ພາຍໃຕ້ຫົວຂໍ້: ຍົກສູງປະສິດທິພາບການດຳເນີນຄະດີຢູ່ສານປະຊາຊົນໃນເງື່ອນໄຂໃໝ່ມີຄວາມໂປ່ງໃສ, ສິ້ນສຸດຕາມກົດໝາຍ ແລະ ຮັບປະກັນຄວາມຍຸຕິທຳຕາມຄຳຂວັນ 3 ປ: ໂປ່ງໃສ, ເປັນເອກະລາດ, ເປັນທຳ ພາຍຫຼັງທີ່ໄດ້ຈັດຂຶ້ນເປັນເວລາ 2 ວັນ ລະຫວ່າງໃນວັນທີ 9 – 10 ກຸມພາ ນີ້ ທີ່ ຫໍປະຊຸມແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມໂອ້ລົມຂອງ ທ່ານ ທອງລຸນ ສີສຸລິດ ເລຂາ

ທິການໃຫຍ່ຄະນະບໍລິຫານຫານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ແລະ ພາຍໃຕ້ການເປັນປະທານກອງປະຊຸມຂອງ ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ (ສປສສ), ມີບັນດາຮອງປະທານສານປະຊາຊົນສູງສຸດ, ປະທານສານປະຊາຊົນພາກ, ແຂວງ, ນະຄອນຫຼວງວຽງຈັນ ແລະ ເຂດໃນທົ່ວປະເທດເຂົ້າຮ່ວມ

ທ່ານ ນາງ ວຽງທອງ ສີພັນດອນ ກ່າວວ່າ: ກອງປະຊຸມຄັ້ງນີ້ແມ່ນມີຄວາມໝາຍສຳຄັນເປັນຢ່າງຍິງ, ເປັນຂີດໝາຍແຫ່ງບາດກ້າວເດີນໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ,ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX, ພ້ອມກັນນັ້ນກໍເປັນການທົບທວນ ກວດກາ ຄືນຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ອົງຄະນະພັກສານປະຊາຊົນສູງສຸດ ໃຫ້ປະກົດຜົນເປັນຈິງ.

ຈາກນັ້ນ, ທ່ານ ຄຳພັນ ບຸນພາຄົມ ຮອງປະທານ ສປສສ ໄດ້ຂຶ້ນຜ່ານບົດ ສະຫຼຸບການເຄື່ອນ ໄຫວວຽກງານປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023 ຊຶ່ງບາງວຽກງານທ່ານໄດ້ກ່າວວ່າ: ໃນໜຶ່ງປີຜ່ານມາ ມີຄະດີພິຈາລະນາທີ່ເຂົ້າມາສານທັງໝົດ 10.352 ເລື່ອງ (ຄ້າງມາແຕ່ທ້າຍ ປີ 2021 ທັງໝົດ 3.323 ເລື່ອງ, ເຂົ້າໃໝ່ປີ 2022 ທັງໝົດ 7.029 ເລື່ອງ). ໄດ້ພິຈາລະນາແກ້ໄຂແລ້ວ 6.851 ເລື່ອງ ເທົ່າກັບ 66,18% ຂອງຈໍານວນ 10.352 ເລື່ອງ, ກໍາລັງເກັບກໍາຂໍ້ມູນ (ຍັງຄ້າງ) 3.501 ເລື່ອງ ແລະ ຄະດີທີ່ດໍາເນີນຢູ່ສານ ຫຼາຍກວ່າໝູ່ ສາມາດແຍກໄດ້ຄື: ຄະດີຢູ່ສານຂັ້ນຕົ້ນເຂດມີຄະດີອາຍາ (ຄະດີລັກຊັບພົນລະເມືອງ) 343 ເລື່ອງ, ຄະດີແພ່ງ (ຄະດີສັນຍາກູ້ຢືມ 220 ເລື່ອງ), ຄະດີຄອບຄົວ ແມ່ນ ຂໍຢ່າຮ້າງ216 ເລື່ອງ; ຄະດີຢູ່ສານຂັ້ນຕົ້ນແຂວງ-ນະຄອນຫຼວງວຽງຈັນ ຄະດີອາຍາ (ຄະດີຢາເສບຕິດ 2.490 ເລື່ອງ), ຄະດີແພ່ງ (ຄະດີສັນຍາກູ້ຢືມ 20 ເລື່ອງ), ຄະດີການຄ້າ (ຄະດີສັນຍາກູ້ຢືມ 103 ເລື່ອງ), ຄະດີຄອບຄົວ (ຄະດີຂໍຢ່າຮ້າງ 50 ເລື່ອງ), ຄະດີເດັກ (ຄະດີຢາເສບຕິດ 79 ເລື່ອງ). ນອກຈາກນັ້ນ, ປີ 2022 ເປັນປີເລີ່ມເປີດຮັບເອົາຄະດີປົກຄອງມາພິຈາລະນາຢູ່ສານປະຊາຊົນ ຊຶ່ງມາຮອດປັດຈຸບັນ ມີປະຊາຊົນ ມາຍື່ນຟ້ອງຄະດີປົກຄອງຕໍ່ສານປະຊາຊົນ 6 ເລື່ອງແຕ່ຍັງຢູ່ໃນໄລຍະພິຈາລະນາແກ້ໄຂ.

ໃນໂອກາດນີ້, ທ່ານ ​ທອງລຸນ ສີສຸລິດ ໄດ້ໃຫ້ກຽດໂອ້ລົມກ່ອນອື່ນທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະພັກ-ຄະນະນຳ, ຜູ້ພິພາກສາ ຕະຫຼອດເຖິງພະນັກງານ-ລັດຖະກອນຂອງສານປະຊາຊົນທົ່ວປະເທດ ຍາມໃດກໍໄດ້ຕັ້ງໜ້າບຸກບືນ, ສຸມທຸກສະຕິປັນຍາ, ເຫື່ອແຮງ ແລະ ມີຄວາມຮັບຜິດຊອບສູງ ໃນການປະຕິບັດໜ້າທີ່ໃນການປົກປ້ອງກົດໝາຍ ໃຫ້ມີຄວາມສັກສິດ, ເຂັ້ມງວດ ແລະ ຍຸຕິທຳ ມີຜົນສຳເລັດເປັນກ້າວໆມາ ໄລຍະ​ 1 ປີຜ່ານມາ,​​ ແຕ່ກໍຍອມຮັບຄວາມເປັນຈິງຕໍ່ດ້ານອອ່ນ, ຂໍ້ຄົງຄ້າງ ແລະ ຂໍ້ຈໍາກັດໃນບາງດ້ານທີ່ຕ້ອງໄດ້ສືບຕໍ່ແກ້ໄຂ ແລະ ສານປະຊາຊົນ ຕ້ອງໄດ້ແບກຫາບພາລະກິດອັນໜັກໜ່ວງ ແລະ ສິ່ງທ້າທາຍຫຼາຍດ້ານ ເພື່ອໃຫ້ສັງຄົມມີຄວາມຍຸຕິທໍາ, ເພື່ອແກ້ໄຂດ້ານອ່ອນ ແລະ ພັດທະນາລະບົບສານໃຫ້ກ້າວໜ້າ, ທັນສະໄໝ,​ ທ່ານ ປະທານປະເທດ ຍັງໄດ້ເນັ້ນໃຫ້ ສານປະຊາຊົນເອົາໃຈໃສ່ຕື່ມ 5 ​ບັນຫາສຳຄັນຄື: ໜຶ່ງ. ຕ້ອງຍົກສູງບົດບາດການນໍາພາຂອງພັກ ຢູ່ສານປະຊາຊົນແຕ່ລະຂັ້ນ ເພື່ອເຮັດໃຫ້ການບໍລິຫານສານ, ບໍລິຫານຄະດີຢູ່ສານປະຊາຊົນ ມີຄຸນະພາບ ແລະ ປະສິດທິພາບສູງໃນເງື່ອນໄຂໃໝ່, ເນື່ອງຈາກວ່າ ມາດຕາ 90 ຂອງລັດຖະທໍາມະນູນກໍານົດວ່າ ສານປະຊາຊົນ ເປັນອົງການຕຸລາການ ຊຶ່ງເຮັດໜ້າທີ່ໃນການຕັດສິນ, ພິພາກສາຄະດີຢູ່ ສປປ ລາວ ມີແຕ່ສານເທົ່ານັ້ນ ທີ່ມີສິດອໍານາດໃນການພິຈາລະນາຕັດສິນຄະດີ, ຊຶ່ງການຕັດສິນຄະດີຂອງສານ ແມ່ນໃນນາມລັດ ສປປ ລາວ. ສະນັ້ນ, ຄະນະພັກສານປະຊາຊົນແຕ່ລະຂັ້ນ ຕ້ອງເອົາໃຈໃສ່ນໍາພາການຕັດສິນ, ພິພາກສາຄະດີ ຢ່າງໃກ້ຊິດຕາມຫຼັກການນໍາພາຂອງພັກ, ຮັບປະກັນຄວາມເປັນເອກະພາບ ນຳພາເປັນໝູ່ຄະນະ, ພາວະວິໄສ, ໂປ່ງໃສ, ຖືກຕ້ອງຕາມຂໍ້ມູນຫຼັກຖານ ແລະ ກົດໝາຍກໍານົດໄວ້ ຈຶ່ງຈະເຮັດຄູ່ຄວາມຍອມຮັບຕໍ່ການຕັດສິນ, ພິພາກສາຂອງສານ, ຍອມຮັບ ແລະ ເຊື່ອຖືຕໍ່ສະຖາບັນຕຸລາການ. ບັນຫາສໍາຄັນຕ້ອງເອົາໃຈໃສ່ຄືການກໍ່ສ້າງ ແລະ ປັບປຸງຄະນະໜ່ວຍພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກ ແໜ້ນດ້ວຍແບບແຜນວິທີນຳພາ; ຖືວຽກງານການເມືອງແນວຄິດເປັນກົກ, ບໍລິສຸດສັດຊື່, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຈົງຮັກພັກດີ ຕໍ່ພັກ, ຕໍ່ຊາດ ແລະ ປະຊາຊົນ, ຕີຖອຍແນວຄິດຄອນແຄນ, ເສື່ອມຖອຍທັງດ້ານຄຸນທາດການເມືອງ, ຈັນຍາບັນ, ຈັນຍາທໍາ, ການຂາດຄວາມຮັບຜິດຊອບ, ການສວຍໃຊ້ ໜ້າທີ່ເພື່ອຫາຜົນປະໂຫຍດ ຂອງພະນັກງານຂອງສານທຸກຂັ້ນ; ມີການວາງມາດຕະການລະອຽດເຂັ້ມງວດ, ເອົາໃຈໃສ່ຕິດຕາມ ແລະ ປະເມີນຜົນເປັນປົກກະຕິ ເພື່ອຮັບປະກັນໃຫ້ການເຮັດວຽກໄປຕາມລະບຽບຫຼັກການ ແລະ ກົດໝາຍກໍານົດ, ເຮັດໃຫ້ສານປະຊາຊົນ ກາຍເປັນເຄື່ອງມືທີ່ສັກສິດ ແລະ ເດັດຂາດຂອງພັກ, ກາຍເປັນກຳລັງແຮງທີ່ຈົ່ງຮັກພັກດີຕໍ່ຊາດ, ເປັນທີ່ເພິ່ງ, ທີ່ໄວ້ເນື້ອເຊື່ອໃຈຂອງປະຊາຊົນແທ້; ສອງ. ການກຳນົດພາລະບົດບາດຂອງສານປະຊາຊົນສູງສຸດ ແມ່ນໄດ້ກຳນົດໄວ້ຈະແຈ້ງ ຮັດກຸມແລ້ວ, ສ່ວນສານປະຊາຊົນແຂວງ, ນະຄອນຫຼວງ ແລະ ສານປະຊາຊົນພາກ ຊຶ່ງເປັນສານຂັ້ນອຸທອນ ຕ້ອງເຮັດບົດບາດໃນການກວດກາ, ກັ່ນຕອງການດໍາເນີນຄະດີທີ່ສານຂັ້ນຕົ້ນ ໄດ້ຕັດສິນແລ້ວນັ້ນໃຫ້ມີຄວາມຖືກຕ້ອງ ໃຫ້ຖືວ່າ: ຖ້າສານຂັ້ນຕົ້ນເກັບກໍາຂໍ້ມູນຫຼັກຖານຄົບຖ້ວນ, ຮອບດ້ານ, ພາວະວິໄສ ແລະ ຕັດສິນຖືກ ຕ້ອງຕາມຄວາມເປັນຈິງ ແລະ ກົດໝາຍແລ້ວ ກໍຈະເຮັດໃຫ້ການດໍາເນີນຄະດີຢູ່ສານຂັ້ນເທິງມີຄວາມຖືກຕ້ອງ, ຊັດເຈນໄດ້ງ່າຍຂຶ້ນ. ສະນັ້ນ, ຕ້ອງເອົາໃຈໃສ່ຊຸກຍູ້, ຕິດຕາມກວດກາການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ຂອງສານປະຊາຊົນຂັ້ນຕົ້ນ ໃຫ້ເຄື່ອນໄຫວຢ່າງມີປະສິດທິພາບ, ພົບເຫັນຂໍ້ບົກຜ່ອງການດໍາເນີນຄະດີ, ການຕັດສິນຄະດີຂອງສານຂັ້ນຕົ້ນ ຕ້ອງລົງສົມທົບປຶກສາຫາລືນໍາຜູ້ຄົ້ນຄວ້າ, ຕັດສິນຄະດີດັ່ງກ່າວໃຫ້ຮູ້ເຖິງສາເຫດຂໍ້ບົກຜ່ອງ; ຖ້າຂໍ້ບົກຜ່ອງເກີດຈາກເຈດຕະນາ ຫຼື ອັດຕະວິໄສຂອງຜູ້ພິພາກສາ, ພະນັກງານຂອງສານຕ້ອງມີມາດຕະການທາງວິໄນ ຕາມແຕ່ລະກໍະນີ ເພື່ອເຮັດໃຫ້ແຕ່ລະບັນຫາໄດ້ຮັບການແກ້ໄດ້ໄວ, ຖືກຕ້ອງ, ຊັດເຈນ. ໃນນັ້ນ, ສານປະຊາຊົນເຂດ ທີ່ເປັນສານຂັ້ນຮາກຖານລຸ່ມສຸດ, ເປັນບ່ອນທີ່ຢູ່ໃກ້ກັບເຫດການຂໍ້ຂັດແຍ່ງ, ການລະເມີດກົດໝາຍເກີດຂຶ້ນ, ບ່ອນທີ່ໃກ້ກັບປະຊາຊົນ, ເປັນສານຂັ້ນຕົ້ນ ທີ່ເປັນຂັ້ນທໍາອິດໃນການບໍລິການຮັບໃຊ້ປະຊາຊົນ ຖືໄດ້ວ່າເປັນປ້ອມດ່ານໜ້າ ໃນການຮັບຄະດີເຂົ້າມາສານ. ສະນັ້ນ, ຕ້ອງໄດ້ສ້າງຄວາມເຂັ້ມແຂງໃຫ້ໄດ້ເປັນຜູ້ບໍລິການດີ, ບໍລິຫານທີ່ບໍລິສຸດໂປ່ງໃສ, ຊື່ສັດບໍລິສຸດ ສັດຊື່ຕໍ່ວິຊາຊີບ. ບັນຫາໜຶ່ງແມ່ນສານປະຊາຊົນເຂດ ຍັງບໍ່ມີຄົບຖ້ວນທຸກເມືອງ ເຮັດໃຫ້ປະຊາຊົນເຂົ້າຫາຍາກ ກໍ່ຕ້ອງໄດ້ຄົ້ນຄວ້າ ເງື່ອນໄຂຄວາມເປັນຈິງ, ຈັດວາງຜູ້ພິພາກສາ, ພະນັກ ງານສານ ໃຫ້ມີຄວາມເໝາະສົມ ເພື່ອຮັບປະກັນການຕັດສິນຄະດີໃຫ້ມີຄວາມລະອຽດ, ຮອບຄອບ ແລະ ຖືກຕ້ອງຢູ່ສານຂັ້ນຕົ້ນ, ເພື່ອບໍ່ໃຫ້ສານຂັ້ນເທິງປ່ຽນແປງການຕັດສິນ ຫຼື ສົ່ງຄະດີກັບໄປກັບມາເລື້ອຍໆ;ສາມ. ສະເໜີໃຫ້ຄະພັກຂອງສານສູງ ແລະ ຄະນະພັກທ້ອງຖິ່ນ ສືບຕໍ່ປັບປຸງກົງຈັກ, ກົນໄກ, ບຸກຄະລາກອນໃຫ້ສາມາດຮອງຮັບໄດ້ໜ້າທີ່ວຽກງານຂອງອົງການຕຸລາການໃນໄລຍະໃໝ່, ທັງຊີ້ນຳໃຫ້ສາມາດ ຍົກສູງປະສິດທິພາບ, ແກ້ໄຂຂໍ້ຫຍຸ້ງຍາກ ແລະ ໃຫ້ມີການພັດທະນາ, ປ່ຽນແປງດີຂຶ້ນຢູ່ໃນການຈັດຕັ້ງດັ່ງກ່າວ ຈຶ່ງຖືວ່າການສັບຊ້ອນ, ຈັດວາງບຸກຄະລາກອນສາມາດແກ້ໄຂບັນຫາດ້ວຍຈິດໃຈບຸກທະລຸແທ້; ປັບປຸງ, ຈັດວາງ ຕ້ອງຊີ້ນຳ, ຕິດຕາມກວດກາ, ຫ້າມບໍ່ປ່ອຍໃຫ້ລະເມີດລະບຽບຂອງພັກ, ກົດໝາຍຂອງລັດເດັດຂາດ. ຖ້າສານເອງລະເມີດໄດ້ ລະບົບຍຸຕິທຳຂອງປະເທດຈະເພພັງ; ສີ່. ເອົາໃຈໃສ່ບໍາລຸງສ້າງພະນັກງານຂອງສານ ໃຫ້ມີຄວາມຮູ້ຄວາມສາມາດ, ຈັນຍາບັນ-ຈັນຍາທໍາ ແລະ ເປັນມືອາຊີບ ໃນການປະຕິບັດໜ້າທີ່ວຽກງານ ໂດຍສະເພາະຜູ້ພິພາກສາ ທີ່ເປັນຜູ້ຕັດສິນຊີ້ຂາດກ່ຽວກັບຄະດີ ຖືວ່າມີຄວາມສໍາຄັນຫຼາຍ ເພາະການຕັດສິນ, ຊີ້ຂາດດັ່ງກ່າວແຕະຕ້ອງເຖິງຊິວິດ, ສຸຂະພາບ, ອິດສະລະພາບ, ກຽດສັກສີ ແລະ ສິດ, ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ. ສະນັ້ນ, ການບໍາລຸງສ້າງຜູ້ພິພາກສາ ຕ້ອງເອົາໃຈໃສ່ 2 ດ້ານໄປພ້ອມກັນຄື: ດ້ານຄຸນທາດການເມືອງ, ຈັນຍາບັນ-ຈັນຍາທໍາ ແລະ ດ້ານຄວາມຮູ້ ຄວາມສາມາດທາງດ້ານກົດໝາຍ ເນື່ອງຈາກວ່າການປະຕິບັດໜ້າທີ່ຂອງຜູ້ພິພາກສາ ແມ່ນຜູ້ທີ່ມີອໍານາດຕັດສິນຊີ້ຂາດບັນຫາ, ຖ້າບໍ່ມີຈັນຍາບັນ-ຈັນຍາທໍາເຄັ່ງຄັດ ກໍຈະບໍ່ທ່ຽງຕົງ, ເຂົ້າຂ້າງອອກຂາ ຕັດສິນຖືກເປັນຜິດ, ຕັດສິນຜິດເປັນຖືກ. ອັນນີ້ແມ່ນການລະເມີດຄວາມຍຸຕິທຳຂອງສັງຄົມ, ລະເມີດແນວທາງນະໂຍບາຍຂອງພັກ. ຜູ້ພິພາກສາຕ້ອງຮັບຮູ້ ແລະ ເຂົ້າໃຈກົດໝາຍຢ່າງເລິກເຊິ່ງແທ້ໆ ແຕ່ຄວນເດັດດ່ຽວຕໍ່ຕ້ານການສວຍໃຊ້ກົດໝາຍ ພິກປິ້ນ ເພື່ອຜົນປະໂຫຍດຢ່າງອື່ນ. ສ້າງໄດ້ພະນັກງານຕຸລາການໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງມາແຕ່ຮາກຖານ, ສ້າງໄດ້ພະນັກງານຮຸ່ນສືບທອດ-ປ່ຽນແທນທີ່ມີຄຸນະພາບຢູ່ໃນລະບົບສານປະຊາຊົນ; ຫ້າ. ເອົາໃຈໃສ່ປັບປຸງກົນໄກ, ແບບແຜນການດໍາເນີນຄະດີ ໃຫ້ມີຄວາມຮັດກຸມ, ເປັນທີ່ເຊື່ອຖືຂອງສັງຄົມ, ຮັບປະກັນໃຫ້ການປະຕິບັດໜ້າທີ່ການເມືອງໄດ້ປະຕິບັດກົດໝາຍຢ່າງເຂັ້ມງວດ, ໃຫ້ຄູ່ຄວາມມີຄວາມສະເໝີພາບຕໍ່ໜ້າກົດໝາຍ ແລະ ສານ, ນໍາໃຊ້ກົດໝາຍໃຫ້ຖືກຕ້ອງ, ເປັນທໍາແກ່ຄູ່ຄວາມ, ຮັບປະກັນການດໍາເນີນຄະດີໃຫ້ສິ້ນສຸດຕາມຂະບວນຍຸຕິທໍາ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກທີ່ວ່າ: “ ສ້າງຄວາມໂປ່ງໃສໃນທຸກຂັ້ນຕອນຂອງການດຳເນີນຄະດີຕາມຂະບວນຍຸຕິທຳ, ນັບແຕ່ການສືບສວນ-ສອບສວນ, ການຄົ້ນຄວ້າກ່າວຟ້ອງ, ການຕັດສິນ-ພິພາກສາຄະດີ ຈົນເຖິງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ, ໃນນັ້ນ ຖືການຕັດສິນ-ພິພາກສາຄະດີຖືກຕ້ອງຕາມກົດໝາຍ ແລະ ຖືກຕາມຄວາມເປັນຈິງເປັນໃຈກາງ ແລະ ຖືການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ໃຫ້ສິ້ນສຸດຕາມກົດໝາຍ ເປັນສຳຄັນ…”. ພາຍຫຼັງກອງປະຊຸມຄັ້ງນີ້, ບັນດາທ່ານທີ່ປະຕິບັດໜ້າທີ່ຂອງສານທຸກຂັ້ນ ຕ້ອງແກ້ໄຂໃຫ້ໄດ້ຄວາມອັ່ງອໍ, ກ່າຍກອງຄະດີ, ຄວາມຊັກຊ້າແກ່ຍາວຂອງການດຳເນີນການຕໍ່ຄະດີ ຫຼື ການປະຕິບັດຄຳຕັດສິນຂອງສານ ທີ່ໃຊ້ໄດ້ເດັດຂາດແລ້ວນັ້ນ ບໍ່ຖືກປະຕິບັດ, ບໍ່ສັກສິດນັ້ນໃຫ້ຕົກໄປ.

ທ່ານ ທອງລຸນ ສີສຸລິດ ຍັງສະເໜີໃຫ້ສະພາແຫ່ງຊາດ, ລັດຖະບານ, ອົງການໄອຍະການປະຊາຊົນ, ກະຊວງຍຸຕິທຳ, ກະຊວງປ້ອງກັນຄວາມສະຫງົບ ຈົ່ງປະສານງານກັນ ຢ່າງໃກ້ຊິດຊ່ວຍໃຫ້ການດຳເນີນວຽກງານຂອງສານທຸກໆຂັ້ນ ໃຫ້ເດີນໄປຕາມແນວທາງນະໂຍບາຍ ຂອງພັກ, ຄຸ້ມຄອງ, ຕິດຕາມ ແລະ ຊີ້ນຳ ບັນດາຄະນະສານ ທີ່ມີຢູ່ປັດຈຸບັນ ຄື : ຄະນະສານ ທະຫານ; ຄະນະສານ ອາຍາ;ຄະນະສານ ແພ່ງ; ຄະນະສານ ການຄ້າ; ຄະນະສານ ຄອບຄົວ; ຄະນະສານ ເດັກ; ຄະນະສານ ແຮງງານ; ຄະນະສານປົກຄອງ ທີ່ໄດ້ສ້າງຕັ້ງຂຶ້ນນັ້ນ ໄດ້ປະຕິບັດພາລະບົດບາດຂອງຕົນ ໃຫ້ໄປລວງດຽວກັນ ເພື່ອສ້າງຄວາມສະຫງົບ ແລະ ຍຸຕິທຳໃຫ້ສັງຄົມ.

(ຂ່າວ-ພາບ: ວັນເພັງ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version