Home ຂ່າວໜ້າໜຶ່ງ ຖະ​ແຫຼງ​ຂ່າວຍົກຍ້າຍ ແລະ ແຕ່ງຕັ້ງສະ​ມາ​ຊິກລັດຖະບານ

ຖະ​ແຫຼງ​ຂ່າວຍົກຍ້າຍ ແລະ ແຕ່ງຕັ້ງສະ​ມາ​ຊິກລັດຖະບານ

0

ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວ​ຕໍ່​ສື່ມວນ​ຊົນ ໃນວັນທີ 30 ມັງກອນ ນີ້ ທີ່ສະພາແຫ່ງຊາດ ກ່ຽວກັບຜົນການຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາບັນຫາພື້ນຖານສໍາຄັນຂອງປະເທດຊາດ ໃນກອງປະຊຸມສະໄໝສາມັນຂອງຄະນະປະຈໍາສະພາແຫ່ງຊາດ ຊຸດທີ IX ປະຈໍາເດືອນມັງກອນ 2023 ວ່າ: ກອງປະຊຸມສະໄໝສາມັນຂອງຄະນະປະຈໍາສະພາແຫ່ງຊາດ ຊຸດທີ IX ປະຈໍາເດືອນ ມັງກອນ 2023 ໄດ້ດໍາເນີນໃນວັນທີ 30-31 ມັງກອນ 2023 ພາຍໃຕ້ການເປັນ​ປະ​ທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໂດຍ​ມີບັນດາທ່ານຮອງປະທານສະພາແຫ່ງຊາດ, ບັນດາທ່ານກໍາມະການຄະນະປະຈໍາສະພາແຫ່ງຊາດ ເຂົ້າຮ່ວມຢ່າງພ້ອມພຽງ.

ຜ່ານການຄົ້ນຄວ້າພິຈາລະນາ ປະກອບຄໍາຄິດຄໍາເຫັນຢ່າງເລິກເຊິ່ງຖີ່ຖ້ວນ ຂອງບັນດາທ່ານຄະນະປະຈໍາສະພາແຫ່ງຊາດ ຕໍ່ຄໍາສະເໜີຂອງນາຍົກລັດຖະມົນຕີ ກ່ຽວກັບການພິຈາລະນາຮັບຮອງ ເອົາການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ ຢູ່ໃນກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນ ມັງກອນ 2023 ໃນວາລະຕອນເຊົ້າຂອງ ວັນທີ 30 ມັງກອນ 2023 ໄດ້ຕົກລົງ ດັ່ງນີ້:

ກອງປະຊຸມຂອງຄະນະປະຈໍາສະພາແຫ່ງຊາດຊຸດທີ IX ປະຈໍາເດືອນມັງກອນ 2023 ໄດ້ຕົກລົງເຫັນດີດັ່ງນີ້:

1) ຍົກຍ້າຍ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄປຮັບໜ້າທີ່ໃໝ່ ຢູ່ແຂວງຫຼວງນໍ້າທາ;

2) ຍົກຍ້າຍ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີ ກະຊວງການເງິນ ໄປຮັບໜ້າທີ່ໃໝ່ ຢູ່ແຂວງສະຫວັນນະເຂດ;

3) ຍົກຍ້າຍ ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄປຮັບ ໜ້າທີ່ໃໝ່ ຢູ່ແຂວງສາລະວັນ;

4) ແຕ່ງຕັ້ງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ມາຮັບໜ້າທີ່ໃໝ່ ເປັນ ລັດຖະມົນຕີ ກະຊວງການເງິນ;

5) ແຕ່ງຕັ້ງ ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ ມາຮັບໜ້າທີ່ໃໝ່ ເປັນລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່;

6) ແຕ່ງຕັ້ງ ທ່ານ ງາມປະສົງ ເມືອງມະນີ ເປັນລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.

ຄຽງຄູ່ກັບການພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດດັ່ງ ທີ່ກ່າວມາຂ້າງເທິງນັ້ນ, ໃນໄລຍະດໍາເນີນກອງປະຊຸມ ຍັງຈະໄດ້ຄົ້ນຄວ້າພິຈາລະນາ ຮັບຟັງຜົນການ ຮຽງຮຽງ ກົດໝາຍ ຈໍານວນ 12 ສະບັບ ທີ່ໄດ້ຮັບຮອງເອົາໃນ​ກອງ​ປະ​ຊຸມສະໄໝສາມັນເທື່ອທີ 4 ຂອງສະພາ ແຫ່ງຊາດ ຊຸດທີ IX, ຮັບຟັງການລາຍງານສະພາບການປັບປຸງແຜນການສ້າງກົດໝາຍ ປີ 2023- 2025, ຄົ້ນຄວ້າພິຈາລະນາບາງຄໍາຮ້ອງຂໍຄວາມເປັນທໍາ ແລະ ຄົ້ນຄວ້າພິຈາລະນາວຽກງານພາຍໃນ ສະພາແຫ່ງຊາດ ເຊັ່ນ: ພິຈາລະນາວຽກງານ ຂອງບັນດາກໍາມາທິການ, ຄະນະເລຂາທິການ ແລະ ສະຖາບັນຄົ້ນຄວ້ານິຕິກໍາສະພາແຫ່ງຊາດຕື່ມອີກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version