Home ຂ່າວພາຍໃນ ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກທະນາຄານ ແຫ່ງ ສປປ ລາວ ຄັ້ງທີ 7 ສະໄໝທີ IV

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກທະນາຄານ ແຫ່ງ ສປປ ລາວ ຄັ້ງທີ 7 ສະໄໝທີ IV

0

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກທະນາຄານ ແຫ່ງ ສປປ ລາວ ຄັ້ງທີ 7 ສະໄໝທີ IV ໄດ້ຈັດຂຶ້ນໃນວັນທີ 30 ມັງກອນ ນີ້ ທີ່ທະນາຄານ ແຫ່ງ ສປປ ລາວ (ຫທລ), ພາຍໃຕ້ການເປັນປະທານຂອງສະຫາຍ ບຸນເຫຼືອ ສິນໄຊວໍຣະວົງ ເລຂາຄະນະບໍລິຫານງານພັກ ທຫລ, ມີບັນດາສະຫາຍຄະນະບໍລິຫານງານພັກ,ເລຂາໜ່ວຍພັກຮາກຖານ ແລະ ຫົວໜ້າສາຂາ ທຫລ ປະຈຳພາກ ເຂົ້າຮ່ວມ.

ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າເຊື່ອມຊຶມ-ກຳແໜ້ນຕໍ່ເນື້ອໃນເອກະສານກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ແລະ ສະຫຼຸບຕີລາຄາການຊີ້ນຳ-ນຳພາ ວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກ ທຫລ ປະຈຳປີ 2022 ແລະ ທິດທາງແຜນການ ປີ 2023 ຕິດພັນກັບການຄົ້ນຄວ້າເອກະສານສຳຄັນຈຳນວນໜຶ່ງ ທີ່ຈະເປັນພື້ນຖານໃນການນຳພາປະຕິບັດໜ້າທີ່ການເມືອງຂອງຂະແໜງທະນາຄານ ໃນຕໍ່ໜ້າ.

ໃນໂອກາດດັ່ງກ່າວ ສະຫາຍປະທານກອງປະຊຸມ ໄດ້ມີຄວາມເຫັນເນັ້ນໜັກບາງບັນຫາຕໍ່ກອປະຊຸມ ຊຶ່ງໄດ້ຮຽກຮ້ອງມາຍັງບັນດາສະຫາຍ ຈົ່ງພ້ອມກັນເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ແລະ ເປັນເຈົ້າການເຊື່ອມຊຶມ-ກຳແໜ້ນເນື້ອໃນກອງປະຊຸມຄັ້ງນີ້ ໃຫ້ເລິກເຊິ່ງ ເພື່ອຜັນຂະຫຍາຍເປັນແຜນການ ແລະ ວິທີການເຄື່ອນ ໄຫວວຽກງານອັນລະອຽດຂອງຕົນ, ທັງຊຸກຍູ້ການຈັດຕັ້ງປະຕິບັດຕົວຈິງໃນແຕ່ລະໄລຍະ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ການເມືອງ ຢູ່ອົງ ຄະນະພັກ ທຫລ ມີບາດກ້າວໃໝ່ທີ່ຫັນປ່ຽນຍິ່ງຂຶ້ນ, ທັງເປັນການເສີມຂະຫຍາຍໄດ້ລັກສະນະນຳໜ້າ, ຈຳກັດ ແລະ ແກ້ໄຂສິ່ງຫຍໍ້ທໍ້ຕ່າງໆໃຫ້ໝົດໄປ.

(ຂ່າວ-ພາບ: ຕຸໄລເພັດ )

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version