Home ທ່ອງທ່ຽວ ຕາດຟານ ເປັນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງ

ຕາດຟານ ເປັນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງ

0

ຕາດຟານ ຕັ້ງຢູ່ເຂດບ້ານຫຼັກ 38 ກຸ່ມ 3 ເມືອງປາກຊ່ອງ ແຂວງຈຳປາສັກ, ຫ່າງຈາກເທດສະບານເມືອງດັ່ງກ່າວ ໄປທາງທິດຕາເວັນອອກ ປະມານ 12 ກິໂລແມັດ, ຕາດຟານ ມີຄວາມສວຍສົດງົດງາມຫຼາຍ ແລະ ເປັນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງມາເປັນເວລາດົນນານມາແລ້ວ. ບໍລິເວນຕາດຟານມີເດີ່ນຮາບພຽງ ໃນເນື້ອທີ່ 3.250 ຕາແມັດ ແລະ ມີສາລາໜຶ່ງຫຼັງທີ່ເຮັດດ້ວຍໄມ້, ເມື່ອຮອດເດືອນ 3 ຂອງແຕ່ລະປີ, ຊາວບ້ານ ຈະຈັດງານບຸນ ເພື່ອບວງສວງສິ່ງສັກສິດ ໃນບໍລິເວນຕາດຟານ ຕາມຄວາມເຊື່ອດັ່ງເດີມ. ຕາດຟານ ເປັນຕາດສອງຊັ້ນປະມານ 120 ແມັດ, ມີນໍ້າ 2 ສາຍ (ຫ້ວຍບັ້ງລຽງ ແລະ ຫ້ວຍຈິບ) ຕົກໃສ່ກັນ. ໃນຂະນະທີ່ອີກດ້ານໜຶ່ງຂອງ ຕາດນີ້ ແມ່ນເປັນສວນກາເຟ ແລະ ສວນໝາກ ແໜ່ງຂອງປະຊາຊົນພາຍໃນເຂດນີ້ເອງ.

ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວກະຊວງ ຖວທ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version