Home ຂ່າວພາຍໃນ ເອົາໃຈໃສ່ພັດທະນາກຳລັງແຮງງານໃຫ້ມີຄຸນນະພາບມີວຽກເຮັດທີ່​ໝັ້ນ​ຄົງ

ເອົາໃຈໃສ່ພັດທະນາກຳລັງແຮງງານໃຫ້ມີຄຸນນະພາບມີວຽກເຮັດທີ່​ໝັ້ນ​ຄົງ

0

ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ເອົາໃຈໃສ່ພັດທະນາກຳລັງແຮງງານໃຫ້ມີຄຸນນະພາບ, ມີວຽກເຮັດທີ່​ໝັ້ນ​ຄົງ ແລະ ມີ​ລາຍ​ໄດ້​​ທີ່ສົມ​ເຫດ​ສົມ​ຜົນ, ພັດທະນາລະບົບປົກປ້ອງສັງຄົມ ແລະ ໃຫ້ ການຊ່ວຍເຫຼືອດ້ານມະນຸດສະທຳຢ່າງທົ່ວເຖິງ.

ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງ ຮສສ ກ່າວໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ປີ 2023 ນີ້ກະຊວງ ຮສສ ໄດ້ສຸມໃສ່ພັດທະນາສີມືແຮງງານໃຫ້​ຜູ້​ບໍ່​ມີ​ວິຊາ​ຊີບ, ຜູ້​ຕ້ອງການ​ປ່ຽນ​ອາຊີບ,​ ຜູ້​ວ່າງ​ງານ ​ແລະ ຜູ້​ທີ່​ຈະ​ເຂົ້າ​ສູ່​ຕໍາ​ແໜ່​ງງານ​ໃໝ່ຕິດພັນວາລະແຫ່ງຊາດໃຫ້ໄດ້ 3.000 ຄົນ, ໃນນີ້ຢູ່​ສະ​ຖາ​ບັນ,​ ສູນ​ພັດທະນາ​ສີມື​ແຮງ​ງານໃຫ້ໄດ້ 2.000 ຄົນ; ຝຶກ​ເຄື່ອນ​ທີ່ຕາມສາຂາອາຊີບຕ່າງໆໃຫ້​ໄດ້ 1.000 ຄົນ ແລະ ຊຸກຍູ້ສົ່ງເສີມບັນດາຫົວໜ່ວຍແຮງງານໃນການພັດທະນາສີມືແຮງງານຕາມສາຂາອາຊີບຕ່າງໆໃຫ້ໄດ້ 5.000 ຄົນ; ເຮັດການທົດສອບສີມືແຮງງານຕາມມາດຕະຖານສີມືແຮງງານແຫ່ງຊາດ 32 ສາຂາອາຊີບ ແລະ ຊຸກຍູ້ຫົວໜ່ວຍແຮງງານເຮັດການທົດສອບສາຂາອາຊີບຕ່າງໆໃຫ້ໄດ້ 740 ຄົນ; ສ້າງ​ພື້ນຖານລະບົບ​ປະກັນ​ຄຸນ​ນະພາ​ບການພັດທະນາ​ສີມື​ແຮງ​ງານ ແລະ ສ້າງ​ຄູ​ພັດທະນາ​ສີມື​ແຮງ​ງານພາກທິດສະດີ, ຄູພາກປະຕິບັດຕົວຈິງ, ຄູທົດສອບສີມືແຮງງານ ​ແລະ ຜູ້​ບໍລິຫານໃຫ້ໄດ້ 50 ຄົນຕາມ​ວາ​ລະ​ແຫ່ງ​ຊາດ; ສ້າງຫຼັກສູດພັດທະນາສີມືແຮງງານໃຫ້ໄດ້ 3 ສາຂາອາຊີບ ແລະ ປັບປຸງຫຼັກສູດທີ່ມີແລ້ວໃຫ້ໄດ້ 4 ສາຂາອາຊີບ ແລະ ພັດທະນາມາດຕະຖານສີມືແຮງງານຂອງຫົວໜ່ວຍແຮງງານເປັນມາດຕະຖານສີມືແຮງງານແຫ່ງຊາດໃຫ້ໄດ້ 2 ສາຂາອາຊີບ, ພ້ອມທັງຊີ້​ນຳການສົ່ງເສີມການຈັດຫາວຽກເຮັດງານທໍາໃນຕະຫຼາດແຮງງານພາຍໃນ ແລະ ຕ່າງປະເທດຕິດພັນກັບວາລະແຫ່ງຊາດໃຫ້​ໄດ້ 78.200 ຄົນ; ເອົາໃຈໃສ່ແກ້ບັນຫາວ່າງງານໃຫ້ຫຼຸດຢູ່ໃນລະດັບປະມານ 4,6%​; ປັບປຸງລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ​​​ໃຫ້ສາມາດເປັນແຫຼ່ງສະໜອງຂໍ້ມູນໃຫ້ແກ່ການສ້າງນະໂຍບາຍເພື່ອດັດສົມມະຫາພາກດ້ານແຮງງານ, ການພັດທະນາສີມືແຮງງານ ແລະ ການຈັດຫາງານຕາມຂໍ້ມູນພື້ນຖານ 17 ຕົວຊີ້ບອກຂອງຕະຫຼາດແຮງງານ ແລະ ຕົວຊີ້ບອກຂອງເປົ້າໝາຍການພັດທະນາແບບຍືນຍົງ; ປັບປຸງ ແລະ ຂະຫຍາຍ​ຕາໜ່າງການ​ບໍລິການ​ຈັດ​ຫາ​ງານ​​ເພີ່ມໃໝ່​ຢູ່​ຂັ້ນ​ເມືອງໃຫ້​ໄດ້ 4 ເມືອງ ແລະ ຂຶ້ນທະບຽນແຮງງານພາຍໃນຢູ່ຫົວໜ່ວຍແຮງງານໃນ 14 ແຂວງໃຫ້ສໍາເລັດ.

ທ່ານກ່າວໃຫ້ຮູ້ອີກວ່າ: ຄຽງຄູ່ກັນນີ້ໄດ້ເອົາໃຈໃສ່ການໂຄສະນາເຜີຍແຜ່ ແລະ ກວດກາການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍແຮງງານຂອງຫົວໜ່ວຍແຮງງານໃຫ້ໄດ້ 2.500 ແຫ່ງ, ສ້າງຫົວໜ່ວຍແຮງງານ​ໃຫ້ໄດ້ມາດຕະ ຖານແຮງງານແຫ່ງຊາດໃຫ້ໄດ້ 20 ແຫ່ງ, ຊຸກຍູ້ຫົວໜ່ວຍແຮງງານສ້າງ ແລະ ປັບປຸງກົດລະບຽບພາຍໃນໂດຍຮັບຮອງຈາກອົງການຄຸ້ມຄອງແຮງງານໃຫ້ໄດ້ 100 ແຫ່ງ, ສ້າງສັນຍາແຮງງານໃຫ້ໄດ້ 100 ແຫ່ງ; ຊຸກຍູ້ຫົວ ໜ່ວຍແຮງງານໃຫ້ຜູ້ອອກແຮງງານໄດ້ຮັບການກວດສຸຂະພາບປະຈໍາປີໃຫ້ໄດ້ 20 ແຫ່ງ, ສ້າງຕັ້ງໜ່ວຍງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກໃຫ້ໄດ້ 20 ແຫ່ງ; ໄກ່ເກ່ຍຂໍ້ຂັດແຍ່ງແຮງງານໃຫ້ໄດ້ 80% ໃນປີ, ໃຫ້ຄໍາປຶກສາດ້ານນິຕິກໍາ ແລະ ລະບຽບການກ່ຽວກັບການຄຸ້ມຄອງແຮງງານໃຫ້ຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານໃຫ້ໄດ້ 1.000 ຄັ້ງ, ​ສືບ​ຕໍ່ຂຶ້ນ​ທະ​ບຽນ​ແຮງ​ງານ ແລະ ກວດສຸຂະພາບຂອງຜູ້ອອກແຮງງານລາວໃຫ້ສາ​ມາດ​ເກັບ​ກຳ​ຄັງ​ເງິນ​ເດື​ອນຂອງ​ຜູ້​ອອກ​ແຮງ​ງານ​ເພື່ອ​ສົ່ງ​ຂໍ້​ມູນໃຫ້​ພາກສ່ວນກ່ຽວຂ້ອງນຳ​ໄປ​ພິ​ຈາ​ລະ​ນາເກັບ​ອາ​ກອນ​ເງິນເດືອນຕາມ​ລະ​ບຽບການ.

ໂດຍ: ພູວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version