Home ຂ່າວພາຍໃນ ຫ້ອງເສນາທິການ ທະຫານແຂວງຫຼວງພະບາງສະຫຼຸບວຽກງານຮອບດ້ານປະຈໍາປີ 2022

ຫ້ອງເສນາທິການ ທະຫານແຂວງຫຼວງພະບາງສະຫຼຸບວຽກງານຮອບດ້ານປະຈໍາປີ 2022

0

ກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳປີ 2022 ແລະກຳນົດແຜນການສູ້ຊົນປີ 2023 ຂອງຫ້ອງເສນາທິການທະຫານແຂວງຫຼວງພະບາງ, ຈັດຂຶ້ນຕອນເຊົ້າຂອງວັນທີ 25 ມັງກອນ 2023 ນີ້,ໂດຍການເປັນປະທານຂອງ ສະຫາຍ ພັນໂທ ຄຳສອນ ໂພທິວັນ ຮອງກອງບັນຊາການ, ຫົວໜ້າຫ້ອງເສນາທິການທະຫານແຂວງ, ມີຄະນະພັກ – ຄະນະບັນຊາ, ພະແນກການ ແລະ ພະນັກງານ – ນັກຮົບເຂົ້າຮ່ວມ.

ສະຫາຍພັນໂທຊຽງຕີສະວະບຸດຄະນະພັກກອງບັນຊາການ, ຮອງຫົວໜ້າຫ້ອງເສນາທິການທະຫານແຂວງ ໄດ້ຜ່ານບົດສະຫຼຸບຕີລາຄ່າໝາກຜົນການຈັດຕັ້ງປະຕິບັດໜ້າທີ່ວຽກງານຮອບດ້ານໄລຍະ 1 ປີຜ່ານມາວ່າ: ຍາມໃດຄະນະພັກກໍໄດ້ຖືເປັນບັນຫາສຳຄັນຕໍ່ວຽກງານປັບປຸງກໍ່ສ້າງກຳລັງທາງດ້ານການເມືອງແນວຄິດໃຫ້ພະນັກງານ – ນັກຮົບ ດ້ວຍຫຼາຍຮຸບແບບ ຕໍ່ເນື່ອງ, ເຮັດໃຫ້ນາຍ ແລະ ພົນທະຫານມີແນວຄິດອຸ່ນອ່ຽງທຸ່ນທ່ຽງ, ເຊືອໝັ້ນຕໍ່ການນຳພາຂອງພັກ, ມີລະບຽບວິໄນເຂັ້ມງວດ ແລະຫ້າວຫັນຕໍ່ໜ້າທີ່ການເມືອງຂອງຕົນ, ຕິດພັນກັບການປະຕິບັດນະໂຍບາຍຕໍ່ນາຍ ແລະ ພົນທະຫານ ຜູ້ທີ່ມີຜົນງານຄຸນງາມຄວາມດີ ດ້ວຍການຍ້ອງຍໍເລື່ອນ, ສົ່ງໄປຮຽນຍົກລະດັບວິຊາສະເພາະທັງພາຍໃນ ແລະ ຕ່າງປະເທດ, ການເຈັບເປັນເອັນອຸ່ນ ແລະ ອື່ນໆຢ່າງສົມເຫດສົມຜົນ. ພ້ອມກັນນີ້ຍັງໄດ້ຊີ້ນໍາການລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ, ໂດຍສຸມໃສ່ບັນດາເມືອງຫຼໍ່ແຫຼມທີ່ກຳລັງພັດທະນາ ແລະປະຕິບັດຕາມທິດ 3 ສ້າງ, ຕິດພັນກັບການສ້າງບ້ານປ້ອມໝັ້ນ ກຸ່ມບ້ານສູ້ຮົບຕິດລຽນ, ສ້າງທ່າສະໜາມສົງຄາມປະຊາຊົນ 3 ຂັ້ນ, ພ້ອມທັງຈັດລັ້ງກຳລັງເຄື່ອນໄຫວຕີສັດຕູ ແລະ ກວດກາສະພາບຂອບເຂດຊາຍແດນຕິດຈອດແຂວງ, ປັບປຸງກຳລັງປະຈຳການ 3 ພາວະ, ປ້ອງກັນໂຄງການເສັ້ນທາງລົດໄຟ, ເຂື່ອນໄຟຟ້າ, ການຂຸດຄົ້ນບໍ່ແຮ່ ແລະ ເສັ້ນທາງຍຸດທະສາດ, ພ້ອມນີ້ຍັງສຳເລັດການອົບຮົມຫັດແອບ, ປັບປຸງລະບຽບແບບແຜນ, ຝຶກຝົນຫຼໍ່ຫຼອມກໍາລັງແຮງກາຍຂອງນາຍ ແລະ ພົນທະຫານ,ອົບຮົມພະນັກງານການນຳເປົ້າໝາຍ 3, ອົບຮົມໄລຍະສັ້ນໃຫ້ພະນັກງານ, ອົບຮົມກໍ່ສ້າງນາຍສິບທະຫານຮາບ, ອົບຮົມທະຫານໃໝ່,ໂຮງຮຽນວິຊາຊີບ ແລະ ບັນດາໂຮງຮຽນມັດທະຍົມປາຍ, ໂດຍລວມແລ້ວຜ່ານມາທົ່ວແຂວງແມ່ນມີຄວາມສະຖຽນລະພາບທາງດ້ານການເມືອງ ແລະ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ພ້ອມນີ້ຄະນະພັກຍັງໄດ້ຊີ້ນຳວຽກງານວິຊາສະເພາະທີ່ຂື້ນກັບເຄື່ອນໄຫວຕາມພາລະບົດບາດ ແລະ ໜ້າທີ່ ເຊັ່ນ: ພະແນກສູ້ຮົບ, ສືບຂ່າວ, ຕີພິເສດ, ທະຫານຊາຍແດນ, ແຜນທີ່, ລົດຕັ່ງ-ຍານເກາະ, ກົດລັບ, ສືສານ, ການທະຫານທ້ອງຖິ່ນ, ໂຮງຮຽນ, ກຳລັງພົນ ແລະຫ້ອງການ ໂດຍລວມແມ່ນເຮັດລ້ອນໜ້າທີ່ມີຜົນສໍາເລັດທັງປະລິມານ ແລະຄຸນນະພາບ. ພ້ອມກັນນີ້ຍັງໄດ້ຊຸກຍູ້ຊີ້ນຳວຽກງານຮັບປະກັນແກ້ໄຂຊີວິດການເປັນຢູ່ຂອງພະນັກງານ – ນັກຮົບ, ໃນນີ້ກົມກອງມີສັດລ້ຽງປະເພດງົວ 42 ໂຕ, ໝູ-ແບ້ 13 ໂຕ, ສັດປີກ 116 ໂຕ ແລະລ້ຽງປາໜຶ່ງໜອງ, ພ້ອມກນນີ້ຍັງປັບປຸງກໍ່ສ້າງພື້ນຖານໂຄງລ່າງຫັນເຂົ້າສູ່ລະບົບແໜ້ນໜາຖາວອນ. ວຽກງານພົວພັນຮ່ວມມືສາກົນແມ່ນໄດ້ພົວພັນປະສານເຄື່ອນໄຫວງານວຽກງານຊາຍແດນ ກັບແຂວງດຽນບຽນ, ແຂວງເຊິນລ່າ ສສ ຫວຽດນາມ. ກອງປະຊຸມຍັງໄດ້ມີການປະກອບຄໍາຄິດເຫັນແລກປ່ຽນແນໃສ່ປັບປຸງເຮັດໃຫ້ບົດສະຫຼຸບມີເນຶ້ອໃນຄົບຖ້ວນສົມບູນ.

ເພຶ່ອເຮັດໃຫ້ທິດທາງປີໜ້າກາຍເປັນຮູບປະທຳຕົວຈິງ ສະຫາຍ ພັນໂທ ຄຳສອນ ໂພທິວັນ ໄດ້ມີຄໍາເຫັນຮຽກຮ້ອງໃຫ້ຄະນະພັກແຕ່ລະຂັ້ນຍົກສູງບົດບາດຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃຫ້ສູງຂື້ນກ່ວາເກົ່າ, ສືບຕໍ່ລົງເລິກສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ – ນັກຮົບ ມີຄວາມຮັບຮູ້ເຊື່ອມຊຶມກຳແໜ້ນແນວທາງການເມືອງປ່ຽນແປງໃໝ່ຂອງພັກ, ພ້ອມກັນເສີມຂະຫຍາຍທາດແທ້ມູນເຊື້ອຂອງກອງທັບ ແລະສຸມໃສ່ຜັນຂະຫຍາຍທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ບັນລຸຕາມຄາດໝາຍ.

ຂ່າວ-ພາບ: ສົມພອນສຸວັນທອນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version