Home ຂ່າວພາຍໃນ ເພື່ອຟື້ນຟູແລະສົ່ງເສີມການທ່ອງທ່ຽວ ຢູ່ແຂວງສະຫັວນ ກໍຄືການທ່ອງທ່ຽວ ລາວ 2023 ໃຫ້ມີຄວາມຄຶກຄັກ ສ້າງຄວາມປະທັບໃຈແກ່ນັກທ່ອງທ່ຽວ

ເພື່ອຟື້ນຟູແລະສົ່ງເສີມການທ່ອງທ່ຽວ ຢູ່ແຂວງສະຫັວນ ກໍຄືການທ່ອງທ່ຽວ ລາວ 2023 ໃຫ້ມີຄວາມຄຶກຄັກ ສ້າງຄວາມປະທັບໃຈແກ່ນັກທ່ອງທ່ຽວ

0

ໃນວັນທີ 24 ມັງກອນ 2023 ຢູ່ທີ່ ເມືອງເກົ່າ ນະຄອນໄກສອນ ພົມວິຫານ ໄດ້ເປີດງານ ສະຫວັນ ສຸກສັນຫັນສາ ຫຼື ສະຫວັນ ຟັນເຟດ ຂື້ນຢ່າງ ຄຶກຄື້ນ ການຈັດງານຄັ້ງນີ້ເປັນຄັ້ງທີ່ 3 ແລະຈະດໍາເນີນໄປເຖິງວັນ 29 ມັງກອນ 2023.

ໂດຍການເຂົ້າຮ່ວມຂອງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ມີປະທານຈັດງານສະຫວັນ ສຸກສັນ ຫັນສາຄັ້ງທີ3, ຕາງໜ້າຈາກຈັງຫວັດມຸກດາຫານ, ຈັງຫວັດນະຄອນພະນົມ ຣາຊອານາຈັກໄທ, ຫົວໜ້າພະແນກ ຖວທ ແຂວງສະຫວັນນະເຂດ ພ້ອມບັດດາເຈົ້າເມືອງ, ຜູ້ປະກອບການດ້ານທຸລະກິດການທ່ອງທ່ຽວ ແລະ ມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.


ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນໄກສອນພົມວິຫານ, ຮອງປະທານຈັດງານສະຫວັນ ສຸກສັນ ຫັນສາໄດ້ກ່າວວ່າ: ການຈັດງານຄັ້ງນີ້ເພື່ອເປັນການຟື້ນຟູ ແລະ ສົ່ງເສີມການທ່ອງທ່ຽວ ເຊິ່ງໄດ້ລິເລີມກະກຽມ ຫຼາຍດ້ານ ໂດຍສະເພາະການປັບປຸງ ແລະ ພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກ ເພື່ອກະກຽມໃຫ້ແກ່ການຈັດງານໃນຄັ້ງນີ້ເຊັ່ນ: ຂື້ນບັນຊີອາຄານເຮືອນເກົ່າໄດ້ຈໍານວນ 184 ຫຼັງ, ແຍກເປັນ 3 ປະເພດຄື: ປະເພດ 1: ຈໍານວນ 8 ຫຼັງ ປະເພດ 2 ມີ 12 ຫຼັງ ແລະ ປະເພດ 3 ມີ: 163 ຫຼັງ ແລະ ໄດ້ຂຶ້ນທະບຽນຮັບຮອງເປັນມໍລະໂດກລະດັບທ້ອງຖິ່ນຂອງແຂວງສະຫວັນນະເຂດ ໃນອາຄານປະເພດ 1 ຈໍານວນ 8 ຫຼັງ, ໄດ້ປັບປຸງ ແລະ ພັດທະນາອາຄານເກົ່າ ແລະ ເສັ້ນທາງຍ່າງຂອງນັກທ່ອງທ່ຽວ ດ້ວຍການປູດິນຈີ່ໃຫ້ກົມກືນກັບຕົວເມືອງເກົ່າໃນຂອບເຂດຕໍ່ໜ້າຫໍພິພິຕະພັນແຂວງ, ປັບປຸງ ແລະ ພັດທະນາ ທັດສະນີຍະພາບຂອງແຄມຂອງ ພ້ອມທັງມີການຕິດຕັ້ງປ້າຍຂໍ້ມູນຕົວເມືອງເກົ່າ, ການອອກແບບສິລະປະ ແລະ ແຕ້ມໃສ່ຝາອາຄານ ແລະ ເຮືອນເກົ່າ ໂດຍມີພາບ 12 ຈຸດ ເຊິ່ງແຕ່ລະພາບໄດ້ສື່ໃຫ້ເຫັນເຖິງ ບັນຍາກາດທີ່ຫາເບິ່ງໄດ້ຍາກຂອງວິຖິຊີວິດຊາວເມືອງໃນເມືອກ່ອນ ເພື່ອໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ມີສ່ວນຮ່ວມໃນການຫຼິ້ນ ແລະ ຖ່າຍຮູບ ເກັບໄວ້ເປັນທີ່ລະນຶກໃນການມາຢ້ຽມຢາມແຂວງສະຫວັນນະເຂດ ກໍ່ຄືຕົວເມືອງເກົ່າ ເພື່ອຫວນຄືນພາບອັນເກົ່າໃນອະດິດ ຫຼື ເມືອກ່ອນເຄີຍເອີ້ນວ່າ ເມືອງຄັນທະບູລີ ໃຫ້ກັບມາມີຊີວິດຊີວາອີກຄັ້ງ, ພ້ອມນັ້ນໄດ້ກໍານົດຂອບເຂດຂອງງານໃນຄັ້ງນີ້ແມ່ນຍິ່ງໃຫຍ່ກວ່າເກົ່າທີ່ໄດ້ຈັດຜ່ານມາ, ກວມເອົາ 03 ເຂດ ຄື: ເຂດທີ 1: ເຂດຕະຫຼາດສະຫວັນຕຣີ, ເຂດທີ 02 ແມ່ນກໍານົດເອົາເສັ້ນຄັນທະບູລີ ເລີ່ມແຕ່ຄັງເງິນແຫ່ງຊາດ ຫາ ຫໍພິພິຕະພັນແຂວງ ແລະ ເຂດທີ 03 ແມ່ນກວມເສັ້ນທາງແຄມຂອງ ເລີ່ມແຕ່ດ່ານເຮືອ ຫາ ຮ້ານອາຫານລາວເດີມ ແລະ ກໍານົດເວທີການສະແດງທັງໜົດມີ 03 ຮ້ານຄື: ເວທີການສະແດງຂອງໄວໜຸ່ມ 2 ເວທີ ແລະ ເວທີວັດທະນະທໍາ 1 ເວທີ ແລະ ກໍານົດກິດຈະກໍາການທ່ອງທ່ຽວທີ່ຫຼາຍຢ່າງເຊັ່ນ: ຮ້ານວາງສະແດງ ແລະ ຈໍາໜ່າຍຜະລິດຕະພັນການຄ້າ, ການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ປະມານ 150 ຮ້ານ, ການສະແດງສິລະປະພື້ນເມືອງ ແລະ ສາກົນ ໃນແຕ່ລະຄືນ (ຟ້ອນ, ຮ້ອງເພງ, ລໍາພະຫຍາຍ່ອຍ, ສາຍໜັງປະລັດຕື,ສາຍໜັງກາງແປນ, ລໍາວົງຍ້ອນຍຸກ ແລະ ອື່ນໆ… ) ນັກຮ້ອງທີ່ມີຊື່ສຽງທັງພາຍໃນ ແລະ ຕ່າງປະເທດ, ການສະແດງກາຍຍະສິນຈາກກະຊວງ ຖວທ, ວາງສະແດງພາຫະນະລົດເກົ່າ, ມີການຕົບແຕ່ງເສັ້ນທາງດ້ວຍໂຄບໄຟທີ່ມີຄວາມສວຍງາມ ແລະ ຕື່ນເຕັ້ນຂອງຜູ້ມາທ່ຽວຊົມ, ກິດຈະກໍາໃສ່ບາດຂໍພອນ ທີ່ຕໍ່ໜ້າລານພະຍານາກ ຂອງວັນທີ 25 ມັງກອນ 2023, ກິດຈະກໍາຂອງນັກຮຽນ,ໄວໜຸມ ໃນການສ້າງທັກສະ, ການແຂ່ງຂັນການເວົ້າພາສາອັງກິດ ແລະ ການນໍາສະເໜີແນວຄວາມຄິດໃນການພັດທະນາການທ່ອງທ່ຽວຕົວເມືອງເກົ່າ, ກິດຈະກໍາເດີນແບບອາພອນເຜົ່າຜ້າຝ້າຍລາວ, ກິດຈະກໍາການແຂ່ງຂັນແລ່ນມິນິມາລາທອນ ແລະ ແຂ່ງຂັນແຈດສະກີ, ການສະແດງຮູບພາບກ່ຽວກັບທັດສະນີຍະພາບຂອງຕົວເມືອງ ແລະ ກິດຈະກໍາອື່ນໆ ໂດຍງານດັ່ງກ່າວຈັດຂຶ້ນລະຫວ່າງ ວັນທີ 24–29 ມັງກອນ 2023.


(ເປີດງານສະຫວັນ ສຸກສັນ ຫັນສາ ຄັ້ງທີ່ 3 ທີ່ຕົວເມືອງເກົ່າ ນະຄອນໄກສອນພົມວິຫານ)
ຈັນສະໝອນ-ອຸໄທລັດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version