Home ຂ່າວໜ້າໜຶ່ງ ກະຊວງການຕ່າງປະເທດ ເຜີຍແຜ່ເອກະສານວັນສໍາຄັນຂອງຊາດ ແລະ ສະຫລຸບການເຄື່ອນໄຫວວຽກງານປະຈໍາປີ

ກະຊວງການຕ່າງປະເທດ ເຜີຍແຜ່ເອກະສານວັນສໍາຄັນຂອງຊາດ ແລະ ສະຫລຸບການເຄື່ອນໄຫວວຽກງານປະຈໍາປີ

0

ໃນວັນທີ 13 ມັງກອນ 2023 ກະຊວງການຕ່າງປະເທດ ຈັດເຜີຍແຜ່ເອກະສານ ເນື່ອງໃນໂອກາດວັນສໍາຄັນຂອງຊາດ, ສະຫລຸບຜົນງານການເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ກໍານົດທິດທາງແຜນການ ສໍາລັບປີ 2023 ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາຄະນະພັກ-ຄະນະນຳກະຊວງ, ອະດີດພະນັກງານອາວຸໂສບໍານານ, ພ້ອມດ້ວຍພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມ.

ທ່ານ ສະເຫລີມໄຊ ກົມມະສິດ ໄດ້ໃຫ້ກຽດເຜີຍແຜ່ເອກະສານເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ ແລະ ວັນຄ້າຍວັນເກີດຂອງ ທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງສອງວັນດັ່ງກ່າວ ທີ່ສະແດງໃຫ້ເຫັນເຖິງມູນເຊື້ອອັນສະຫງ່າອົງອາດກ້າຫານແຫ່ງການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການຊີ້ນຳ-ນຳພາອັນສະຫລາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ຢ່າງພິລະອາດຫານຕ້ານຈັກກະພັດຜູ້ຮຸກຮານ ແລະ ການຄອບຄອງຂອງພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່ ຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງມີໄຊ ແລະ ປະກາດສ້າງຕັ້ງ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975, ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ, ເປັນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະລະພາບ ແລະ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ເປັນວັນທີ່ປະເທດລາວໄດ້ມີເອກະລາດຢ່າງສົມບູນ ແລະ ມີປະຊາທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີສະຖານະພາບເທົ່າທຽມກັບບັນດາປະເທດອື່ນໆໃນໂລກ, ເຮັດໃຫ້ປະຊາຄົມໂລກ ໄດ້ຮັບຮູ້ ວັນທີ 2 ທັນວາ ແມ່ນວັນແຫ່ງສັນຕິພາບ, ວັນແຫ່ງການກ້າວເຂົ້າສູ່ຍຸກສະໄໝໃໝ່ ແຫ່ງການສ້າງປະເທດລາວໃຫ້ມີສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນະຖາວອນ. ພ້ອມກັນນັ້ນ, ກໍໄດ້ເລົ່າເຖິງປະຫວັດຄວາມເປັນມາ ໃນການເຄື່ອນໃນໄຫວແຕ່ລະໄລຍະ ຂອງປະທານ ໄກສອນ ພົມວິຫານ ໂດຍສະເພາະແມ່ນ ມູນເຊື້ອການ ເຄື່ອນໄຫວພາລະກິດປະຕິວັດອັນອົງອາດກ້າຫານ, ເດັດດ່ຽວໜ່ຽວແໜ້ນຂອງປະທານ ໄກສອນ ພົມວິຫານ ຈົນກາຍເປັນນັກຮົບປະຕິວັດທີ່ຍິ່ງໃຫຍ່ຂອງຊາດ, ເປັນວິລະບູລຸດເປັນຜູ້ນຳຂອງພັກ-ລັດ ທີ່ມີຄວາມສາມາດສະຫລາດສ່ອງໃສ, ເປັນນັກທິດສະດີ ແລະ ພຶດຕິກຳ, ເປັນນັກປຸກລະດົມຂົນຂວາຍ, ເປັນແບບຢ່າງອັນໃສແຈ້ງ, ເປັນແກ່ນ ສານຂອງຄວາມສາມັກຄີພາຍໃນພັກ ແລະ ຊາດ, ເປັນຜູ້ທີ່ມີຄຸນສົມບັດສິນທຳປະຕິວັດສູງສົ່ງ, ມີທັດສະນະມະຫາ ຊົນກວ້າງຂວາງ ເປັນຜູ້ນຳທີ່ບໍລິສຸດປອດໃສ ເປັນນັກເຄື່ອນໄຫວສາກົນຜູ້ດີເດັ່ນ ທັງເປັນຜູ້ວາງແນວທາງ ແລະ ເປັນແບບຢ່າງປະຕິບັດແນວທາງຕ່າງປະເທດຢ່າງຖືກຕ້ອງ ເຮັດໃຫ້ ສປປ ລາວ ມີບົດບາດໃນເວທີສາກົນ. ສະນັ້ນ, ຮຽກຮ້ອງໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຕ້ອງໄດ້ຮຽນຮູ້ເອົາວິລະກຳຄຸນງາມຄວາມດີຂອງເພີ່ນ ແລະ ເຈດຈຳນົງແນວທາງນັ້ນໜູນໃຊ້ເຂົ້າໃນໜ້າທີ່ການເມືອງຂອງຕົນໃນການເຝິກຝົນຫລໍ່ຫລອມຕົນເອງ ໃຫ້ກາຍເປັນສະມາຊິກພັກ-ພະນັກງານຜູ້ດີເດັ່ນ, ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ ແລະ ສາມາດນຳພາໝູ່ຄະນະ ປະຕິບັດໜ້າທີ່ວຽກງານຢ່າງມີຜົນສຳເລັດ.

ໂອກາດດຽວກັນ, ທ່ານ ພົງສະຫວັນ ສີສຸລາດ ຫົວໜ້າຫ້ອງການ ກະຊວງການຕ່າງປະເທດ ໄດ້ຂຶ້ນລາຍງານບົດສະຫລຸບຕີລາຄາໝາກຜົນຂອງການເຄື່ອນໄຫວວຽກງານການຕ່າງປະເທດ ປະຈຳປີ 2022 ແລະ ທິດທາງແຜນ ການຈຸດສຸມສຳລັບປີ 2023 ໂດຍໄດ້ຍົກໃຫ້ເຫັນເຖິງສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ທີ່ສືບຕໍ່ຜັນແປຢ່າງໄວວາ, ສັບສົນ ແລະ ຄາດຄະເນໄດ້ຍາກ ເປັນຕົ້ນ ຄວາມຂັດແຍ່ງລະຫວ່າງປະເທດມະຫາອໍານາດ, ການແຂ່ງຂັນທາງດ້ານການທະຫານ, ບັນຫາເສດຖະກິດ, ການເງິນ, ພະລັງງານ, ສະບຽງອາຫານ, ຜົນກະທົບທີ່ເກີດຂຶ້ນຈາກໄພພິບັດທາງທໍາມະຊາດ ແລະ ພະຍາດລະບາດຕ່າງໆ, ແຕ່ເຖິງຢ່າງໃດກໍຕາມ ໂດຍລວມແລ້ວ ທ່າອ່ຽງໃຫຍ່ແຫ່ງຍຸກສະໄໝ ຍັງແມ່ນ ສັນຕິພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງ. ຕໍ່ສະພາບການດັ່ງກ່າວ, ກະຊວງການຕ່າງປະເທດ ໄດ້ສືບຕໍ່ເຄື່ອນໄຫວປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ແລະ ຢູ່ໃນທ່າບຸກ ໂດຍຍຶດໝັ້ນໃນແນວທາງການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື” ແລະ ປະຕິບັດຕາມຄໍາຂວັນ ຂອງກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 14 ຄື: ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ, ພ້ອມທັງເພີ່ມທະວີປະສິດທິພາບການຈັດຕັ້ງປະຕິບັດຜົນການເຄື່ອນໄຫວຕ່າງປະເທດ ໃຫ້ປະກົດຜົນເປັນຮູບປະທຳ ພາຍໃຕ້ການເອົາໃຈໃສ່ຊີ້ນໍາ-ນໍາພາ ໂດຍກົງ, ຮອບດ້ານ ຂອງການນໍາພັກ-ລັດ, ເຮັດໃຫ້ການເຄື່ອນໄຫວວຽກງານການຕ່າງປະເທດ ຂອງ ສປປ ລາວ ໃນໄລຍະ 1 ປີຜ່ານມາ ສືບຕໍ່ຍາດໄດ້ຜົນສໍາເລັດທີ່ພົ້ນເດັ່ນ ທັງຂອບການພົວພັນຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ, ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ອັນພົ້ນເດັ່ນແມ່ນມີການນໍາຂັ້ນສູງຫລາຍປະເທດເດີນທາງມາຢ້ຽມຢາມ ສປປ ລາວ, ພ້ອມກັນນັ້ນການນໍາຂັ້ນສູງລາວ ກໍເດີນ ທາງຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສາກົນຢູ່ຕ່າງປະເທດຫລາຍຄັ້ງ; ສໍາເລັດການສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022; ສໍາເລັດການສ້າງວາລະສານເອເລັກໂຕຣນິກ “ການຕ່າງປະເທດ” ແລະ ອື່ນໆ. ການພົວພັນສາກົນຂອງ ສປປ ລາວ ສືບຕໍ່ຂະຫຍາຍກວ້າງອອກ, ສືບຕໍ່ນໍາໃຊ້ກາລະໂອກາດ ເພື່ອຂົນຂວາຍຍາດແຍ່ງເອົາການຊ່ວຍເຫລືອ ແລະ ປົກປ້ອງສິດຜົນປະໂຫຍດແຫ່ງຊາດຂອງລາວ ຢູ່ໃນເວທີພາກພື້ນ ແລະ ສາກົນ, ເຊິ່ງຮອດປີ 2022 ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນການທູດກັບ 148 ປະເທດ, ຫລ້າສຸດແມ່ນກັບ ສາທາລະນະລັດ ບູຣູນດີ ແລະ ໄດ້ເປີດສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຮົງກາລີ ຄືນໃໝ່. ພ້ອມດຽວກັນນັ້ນ, ບັນດາສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຕ່າງປະເທດ ກໍໄດ້ປະກອບສ່ວນເຄື່ອນໄຫວວຽກງານການທູດການເມືອງ, ການທູດເສດຖະກິດ ແລະ ການທູດວັດທະນະທໍາ ຢ່າງຕັ້ງໜ້າ, ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບຕ່າງປະເທດ, ສາມາດປົກປ້ອງສິດຜົນປະໂຫຍດຂອງຊາດ ໃນລະດັບອັນແນ່ນອນ ແລະ ທັງເປັນການຍາດແຍ່ງເອົາການຊ່ວຍ ເຫລືອຈາກສາກົນ, ດຶງດູດການລົງທຶນ, ການທ່ອງທ່ຽວ ແລະ ການພົວພັນດ້ານເສດຖະກິດ ມາສູ່ປະເທດຊາດ.

ໃນຕອນທ້າຍ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານການເຄື່ອນໄຫວວຽກງານໃນໄລຍະຜ່ານມາ, ສັງເກດຕີລາຄາສະພາບການຂອງພາກພື້ນ ແລະ ສາກົນ ແລະ ໄດ້ທົບທວນຄືນຜົນການເຄື່ອນໄຫວວຽກງານການຕ່າງປະເທດໃນໄລຍະ 1 ປີຜ່ານມາ ໂດຍໄດ້ສະແດງຄວາມເປັນເອກະພາບຕໍ່ບົດສະຫລຸບຕີລາຄາການເຄື່ອນໄຫວວຽກງານການຕ່າງປະເທດ ປະຈຳປີ 2022 ແລະ ທິດທາງວຽກງານຈຸດສຸມຂອງ ປີ 2023, ເຊິ່ງເຫັນວ່າ ໃນປີຜ່ານມາ ສປປ ລາວ ແມ່ນຕົກຢູ່ໃນໄລຍະຫຍຸ້ງຍາກພໍສົມຄວນ ເນື່ອງຈາກຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ລວມເຖິງສະພາບການພາກພື້ນ ແລະ ສາກົນ ກໍຜັນແປຢ່າງສັບສົນ, ເຊິ່ງໄດ້ສົ່ງຜົນກະທົບຕໍ່ການເຄື່ອນໄຫວວຽກງານການຕ່າງປະເທດ ຂອງ ສປປ ລາວ ພໍສົມຄວນ, ແຕ່ດ້ວຍຄວາມຕັດສິນໃຈ, ຄວາມເສຍສະຫລະ, ບຸກບືນ, ຍົກສູງຄວາມຮັບຜິດຊອບ ຂອງຄະນະພັກ-ຄະນະນໍາກະ ຊວງ ລວມເຖິງບັນດາພະນັກງານ-ລັດຖະກອນ ທັງພາຍໃນ ແລະ ປະຈໍາຢູ່ບັນດາສໍານັກງານການທູດຢູ່ຕ່າງປະເທດ, ຈຶ່ງເຮັດໃຫ້ກະຊວງການຕ່າງປະເທດ ສາມາດຍາດໄດ້ຜົນສໍາເລັດຫລາຍດ້ານ, ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ລວມທັງສາມາດເສີມສ້າງຖານະບົດບາດຂອງ ສປປ ລາວ ຢູ່ໃນເວທີພາກພື້ນ ແລະ ສາກົນ ໃຫ້ເປັນທີ່ຮູ້ຈັກ ແລະ ສູງເດັ່ນຂຶ້ນຢ່າງຕໍ່ເນື່ອງ, ພ້ອມທັງໄດ້ຮຽກຮ້ອງໃຫ້ ຄະນະນໍາແຕ່ລະຂັ້ນ ແລະ ພະນັກງານ-ລັດຖະກອນທຸກຄົນ ຂອງກະຊວງການຕ່າງປະເທດ ຈົ່ງສືບຕໍ່ເສີມຂະຫຍາຍຜົນສຳເລັດທີ່ຍາດມາໄດ້, ສືບຕໍ່ເພີ່ມທະວີວຽກງານການເມືອງ-ແນວຄິດ; ຍົກສູງຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ວຽກງານການເມືອງ ແລະ ໜ້າທີ່ວຽກງານວິຊາສະເພາະ ລວມທັງການເອົາໃຈໃສ່ເຄື່ອນໄຫວວຽກງານການທູດເສດຖະກິດ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍແຜນປະຕິບັດງານການທູດຮັບໃຊ້ເສດຖະກິດ ໄລຍະປີ 2021-2025; ສືບຕໍ່ກະກຽມໃຫ້ແກ່ການເດີນທາງຢ້ຽມຢາມຕ່າງປະເທດ ແລະ ຕ້ອນຮັບແຂກຕ່າງປະເທດ ຂອງການນໍາພັກ-ລັດ ແລະ ເຂົ້າຮ່ວມກອງປະຊຸມພາກພື້ນ ແລະ ສາກົນຕ່າງໆ; ກະກຽມເປັນເຈົ້າພາບຈັດກອງປະຊຸມສາກົນຕ່າງໆ ໃນປີ 2023 ເປັນຕົ້ນ ກອງປະຊຸມຄະນະກໍາມະການປະສານງານຮ່ວມ ເຂດສາມຫລ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ (CLV DTA JCC) ຄັ້ງທີ 13, ກອງປະຊຸມສຸດຍອດ ແມ່ນໍ້າຂອງ ຄັ້ງທີ 4, ກອງປະຊຸມສຸດຍອດ ແອັກແມັກ ຄັ້ງທີ 10, ລວມເຖິງການກຽມຄວາມພ້ອມດ້ານຕ່າງໆ ເພື່ອເປັນປະທານອາຊຽນໃນປີ 2024 ແລະ ອື່ນໆ; ເພີ່ມທະວີຄວາມເອົາໃຈໃສ່ໃນການຂຶ້ນແຜນງົບປະມານເຄື່ອນໄຫວວຽກງານໃຫ້ມີບູລິມະສິດ, ນໍາໃຊ້ຖືກຕ້ອງຕາມຈຸດປະສົງ, ມີຄວາມສອດຄ່ອງ ແລະ ເໝາະສົມຕາມທິດປະຢັດມັດທະ ຍັດ; ເອົາໃຈໃສ່ການປະຕິບັດໜ້າທີ່ວຽກງານຢ່າງເປັນເຈົ້າການ ເພີ່ມຄວາມຮັບຜິດຊອບຕໍ່ການປະຕິບັດໜ້າທີ່ ລວມທັງການຊຸກຍູ້ການແນະນໍາ ແລະ ສອນວຽກກັບທີ່ໃຫ້ແກ່ພະນັກງານ ເພື່ອສາມາດເຄື່ອນໄຫວວຽກງານໄດ້ຖືກຕ້ອງ, ທັນຕາມສະພາບການ ແລະ ມີຄວາມຮັບປະກັນ; ສົ່ງເສີມວຽກນະໂຍບາຍ ແລະ ສະຫວັດດີການຕໍ່ພະນັກງານ ແລະ ອື່ນໆ. ພ້ອມນີ້, ທ່ານ ສະເຫລີມໄຊ ກົມມະສິດ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາຂອງກົມການ ເມືອງສູນກາງພັກ, ລັດຖະບານ ແລະ ການສະໜັບສະໜູນຈາກພາກສ່ວນກ່ຽວຂ້ອງຕ່າງໆ, ສົມທົບກັບຄວາມສາມັກຄີ, ຄວາມຈູບຈ້າວຫ້າວຫັນ ຂອງພະນັກງານ-ລັດຖະກອນ ພາຍໃຕ້ການຊີ້ນໍາ-ນໍາພາ ຂອງຄະນະພັກ-ຄະນະນໍາກະຊວງ, ໃນປີ 2023 ນີ້ ກະຊວງການຕ່າງປະເທດ ຈະສາມາດຍາດໄດ້ຜົນສໍາເລັດອັນໃໝ່ຍິ່ງໃຫຍ່ກວ່າເກົ່າ.

ພາບ: ເກດສະໜາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version