Home ຂ່າວໜ້າໜຶ່ງ ລັດຖະບານ ສ ເກົາຫລີ ສືບຕໍ່ເພີ່ມທະວີຄວາມໝັ້ນຄົງດ້ານສະບຽງອາຫານຢູ່ ສປປ ລາວ

ລັດຖະບານ ສ ເກົາຫລີ ສືບຕໍ່ເພີ່ມທະວີຄວາມໝັ້ນຄົງດ້ານສະບຽງອາຫານຢູ່ ສປປ ລາວ

0

ໃນວັນທີ 13 ມັງກອນ 2023 ທີ່ນະຄອນຫລວງວຽງຈັນ, ລັດຖະບານ ສາທາລະນະລັດ ເກົາຫລີ ໄດ້ນຳເອົາເຂົ້າສານ (ເຂົ້າຈ້າວ) ຈຳນວນ 1.314 ໂຕນ, ມູນຄ່າປະມານ 1.26 ລ້ານໂດລາສະຫະລັດ ມອບໃຫ້ແກ່ລັດຖະບານລາວ ໂດຍຜ່ານອົງການອາຫານໂລກ ປະຈຳ ສປປ ລາວ ເປັນຜູ້ຈັດຕັ້ງປະຕິບັດ ໃນກອບໂຄງການຊ່ວຍເຫລືອສຸກເສີນໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ ແລະ ຜູ້ດ້ອຍໂອກາດ ຢູ່ ສປປ ລາວ. ຕາງໜ້າມອບເຂົ້າສານຄັ້ງນີ້ໂດຍ ທ່ານ ຢຸງ ຊູຈຸງ ເອກອັກຄະລັດຖະທູດ ສ ເກົາຫລີ ປະຈຳ ສປປ ລາວ ແລະ ຕາງ ໜ້າກ່າວຮັບໂດຍ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ.

ທ່ານ ຢຸງ ຊູຈຸງ ໄດ້ກ່າວວ່າ: ສ ເກົາຫລີ ໄດ້ສືບຕໍ່ສະໜັບສະໜູນເຂົ້າສານ ເພື່ອແຈກຢາຍໃຫ້ປະຊາຊົນທີ່ດ້ອຍໂອກາດ ແລະ ຮັບຜົນກະທົບໜັກຈາກໄພພິບັດດັ່ງກ່າວ, ເຊິ່ງການຊ່ວຍເຫລືອຄັ້ງນີ້ແມ່ນເປັນປີທີສອງ ຕິດຕໍ່ກັນ ເພື່ອນຳໄປຊ່ວຍເຫລືອແກ່ປະຊາຊົນຫລາຍກວ່າ 100.000 ຄົນ ໃນຂອບເຂດທົ່ວປະເທດລາວ.

ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ໃຫ້ຮູ້ວ່າ: ໃນລະຫວ່າງເດືອນກໍລະກົດ-ຕຸລາ 2022 ໄດ້ເກີດເຫດການໄພພິບັດນໍ້າຖ້ວມ-ນໍ້າໄຫລຊຸ ຂຶ້ນຢູ່ 13 ແຂວງ ຄື: ຜົ້ງສາລີ, ອຸດົມໄຊ, ຫລວງພະບາງ, ໄຊຍະບູລີ, ຊຽງຂວາງ, ຫົວພັນ, ວຽງຈັນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ, ອັດຕະປື ແລະ ນະຄອນ ຫລວງວຽງຈັນ ຊຶ່ງເຮັດໃຫ້ພື້ນຖານໂຄງການການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ຈຳນວນ 70.523 ຄອບຄົວ, 322.954 ຄົນ, ຍິງ 163.383 ຄົນ ໄດ້ຮັບຜົນກະທົບ, ຄິດເປັນມູນຄ່າເສຍຫາຍທັງໝົດປະມານ 552 ກວ່າຕື້ກີບ. ຕໍ່ກັບໄພພິບັດທີ່ກ່າວມານີ້ ລັດຖະບານ ສປປ ລາວ ກໍໄດ້ໃຫ້ການຊ່ວຍເຫລືອເບື້ອງຕົ້ນແກ່ຜູ້ປະສົບໄພພິບັດ, ໄດ້ອະນຸມັດງົບປະມານຈຳນວນຫລາຍຕອບໂຕ້ເຫດການສຸເສີນ ແລະ ຟື້ນຟູຫລັງໄພພິບັດ ຄ່ຽງຄູ່ກັບການສະໜັບສະໜູນ ແລະ ຊ່ວຍເຫລືອຂອງບັນດາປະເທດເພື່ອມິດ ແລະ ອົງການຈັດຕັ້ງສາກົນ ໂດຍສະເພາະ ແມ່ນລັດຖະບານ ສ ເກົາຫລີ ໄດ້ໃຫ້ການຊ່ວຍເຫລືອເຂົ້າກິນແກ່ລັດຖະບານ ສປປ ລາວ ກໍຄື ກະຊວງ ຮສສ ຕະຫລອດມາ.

ໂອກາດດຽວກັນນີ້, ທ່ານລັດຖະມົນຕີກະຊວງ ຮສສ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ມາຍັງລັດຖະບານ ສ ເກົາຫລີ ແລະ ອົງການອາຫານໂລກ ທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ຮ່ວມມືກັນໃນການຈັດປະຕິບັດຕັ້ງວຽກງານດັ່ງກ່າວ. ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະຮ່ວມກັບອົງການອາຫານໂລກ ນໍາໃຊ້ເຂົ້າທັງໝົດນີ້ ໃຫ້ເກີດປະໂຫຍດສູງສຸດຕໍ່ກັບປະຊາຊົນລາວບັນດາເຜົ່າ ທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນຂອບເຂດທົ່ວປະ ເທດ.

ທ່ານ ຢານ ເດວບາເຣີ ຜູ້ອໍານວຍການ ແລະ ຜູ້ຕາງໜ້າຂອງອົງການອາຫານໂລກ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ພວກເຮົາຕີລາຄາສູງຕໍ່ການຂະຫຍາຍການພົວພັນຮ່ວມມືກັບ ສ ເກົາຫລີ ເຊິ່ງກາຍເປັນໜຶ່ງໃນບັນດາຜູ້ໃຫ້ທຶນທີ່ສຳຄັນທີ່ສຸດຂອງພວກເຮົາ. ເຂົ້າສານຈາກ ສ ເກົາຫລີ ຊ່ວຍເຮັດໃຫ້ອົງການອາຫານໂລກ ສາມາດສະໜອງສະບຽງອາຫານສຸກເສີນ ເພື່ອຊ່ວຍເຫລືອປະຊາຊົນ 10 ພັນກວ່າຄົນຢູ່ແຂວງໄຊຍະບູລີ ໃນການຟື້ນຟູຈາກຜົນກະທົບຈາກພາຍຸເຂດຮ້ອນໂກກູມາ ໃນປີ 2021 ຜ່ານມາ ແລະ ຍັງໄດ້ເພີ່ມການຊ່ວຍເຫລືອໃຫ້ແກ່ເດັກນັກຮຽນຫລາຍກວ່າ 84.000 ຄົນ, ເຊິ່ງເປັນການເສີມສ້າງໂຄງການອາຫານໃນໂຮງຮຽນຂອງລັດຖະບານ ສປປ ລາວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version