Home ຂ່າວໜ້າໜຶ່ງ ຖະແຫລງຂ່າວຜົນສຳເລັດຂອງກອງປະຊຸມ ຄັ້ງທີ 45 ປະຈໍາປີ 2023 ຂອງຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ...

ຖະແຫລງຂ່າວຜົນສຳເລັດຂອງກອງປະຊຸມ ຄັ້ງທີ 45 ປະຈໍາປີ 2023 ຂອງຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ

0

ຕອນເຊົ້າວັນທີ 12ມັງກອນ 2023 ທີ່ຫໍປະຊຸມແຫ່ງຊາດ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ ປະທານຄະນະກຳມະການຮ່ວມມືລາວ-ຫວຽດນາມ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ເຖິງຜົນສຳເລັດຂອງກອງປະຊຸມ ຄັ້ງທີ 45 ປະຈໍາປີ 2023 ຂອງຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງສສຫວຽດນາມ ໂດຍໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງກອງປະຊຸມຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 45ໂດຍໄດ້ຮັບກຽດຊີ້ນຳ ຂອງ ສອງ ສະຫາຍ ນາຍົກລັດຖະມົນຕີ ຫວຽດນາມ ແລະ ລາວ. ຂ້າພະເຈົ້າຂໍຕີລາຄາສູງຕໍ່ໝາກຜົນຂອງການຈັດຕັ້ງປະຕິບັດຂໍ້ຕົກລົງຕ່າງໆ ແລະ ການຮ່ວມມືຂອງສອງຝ່າຍລາວ ແລະ ຫວຽດນາມ ຕະຫຼອດ 1 ປີ ຜ່ານມາ ອັນໄດ້ນໍາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ.

ທ່ານ ຄຳເຈນ ວົງໂພສີ ໄດ້ຍົກໃຫ້ເຫັນການພົວພັນຮ່ວມມືສອງຝ່າຍດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ຮັດແໜ້ນເຂົ້າສູ່ລວງເລິກ ອັນເປັນການສະແດງເຖິງຄວາມໃວ້ເນື້ອເຊື່ອໃຈຖານອ້າຍນ້ອງ ແລະ ຄວາມສາມັກຄີພິເສດ, ມີການແລກປ່ຽນການຢ້ຽມຢາມໃນລະດັບຕ່າງໆຢ່າງລຽນຕິດເຊິ່ງຕະຫຼອດປີ 2022 ສອງຝ່າຍ ໄດ້ຮ່ວມກັນສ້າງຫຼາຍຂະບວນການກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມຢ່າງເປັນຂະບວນຟົດຟື້ນ.

ການຮ່ວມມືດ້າເສດຖະກິດການຄ້າ, ການລົງທຶນ: ມູນຄ່າການຄ້າຂອງສອງປະເທດແມ່ນບັນລຸຕາມເປົ້າໝາຍ, ສອງຝ່າຍ ໄດ້ເນັ້ນສ້າງເງື່ອນໄຂໃຫ້ແກ່ການຂະຫຍາຍການຄ້າຊາຍແດນໃຫ້ຫຼາຍຂຶ້ນກ່ວາເກົ່າ.ການລົງທຶນສອງຝ່າຍ ໄດ້ຊຸກຍູ້ໃຫ້ບັນດາວິສາຫະກິດເອກະຊົນຂະໜາດໃຫຍ່ຂອງຫວຽດນາມ ເຂົ້າມາລົງທຶນເຂົ້າໃນຂະແໜງການທີ່ເປັນທ່າແຮງຂອງລາວຫຼາຍຂຶ້ນ ແນໃສ່ສົ່ງເສີມການຮ່ວມມືເສດຖະກິດ ຕາມທິດກະສິກໍາສະອາດ, ນຳໃຊ້ເຕັກໂນໂລຊີສູງ, ການຜະລິດເປັນສິນຄ້າອຸປະໂພກ-ບໍລິໂພກທີ່ສອງຝ່າຍມີທ່າແຮງ.

ການຮ່ວມມືດ້ານວັດທະນະທຳ-ສັງຄົມ ກໍ່ໄດ້ຮັບການຂະຫຍາຍຕົວເຂົ້າສູ່ລວງເລິກ ອັນໄດ້ສ້າງເງື່ອນໄຂໃຫ້ບັນດາຊາວໜຸ່ມ,ເຊິ່ງເປັນອານາຄົດຂອງປະເທດຊາດ ລາວ-ຫວຽດນາມ ໄດ້ຮຽນຮູ້ ແລະ ເຂົ້າໃຈເຖິງມູນເຊື້ອຄວາມສາມັກຄີພິເສດ ລະຫວ່າງ ລາວ-ຫວຽດນາມອ້າຍນ້ອງ.ສອງຝ່າຍໄດ້ເນັ້ນໜັກ ເພື່ອຍົກສູງຄຸນນະພາບຂອງການສ້າງຊັບພະຍາກອນມະນຸດໃຫ້ແກ່ລາວຢູ່ ສສ ຫວຽດນາມ ໃຫ້ຫຼາຍຂຶ້ນ.

ການຮ່ວມມືດ້ານອື່ນໆ:

– ສອງຝ່າຍ ຕີລາຄາສູງຕໍ່ການຮ່ວມມື ລະຫວ່າງ ບັນດາກະຊວງ, ອົງການ, ຂະແໜງການ ແລະທ້ອງຖິ່ນຂອງສອງຝ່າຍ ເຊິ່ງໄລຍະຜ່ານມາ ແມ່ນໄດ້ຮັບການຈັດຕັ້ງປະຕິບັດເປັນຢ່າງດີ, ໃນຕໍ່ໜ້າ ຂໍໃຫ້ສືບຕໍ່ມູນເຊື້ອດັ່ງກ່າວ ໂດຍສະເພາະ ການເຄື່ອນໄຫວຢ້ຽມຢາມ, ຖອດຖອນບົດຮຽນ, ຊຸກຍູ້ຊ່ວຍເຫຼືອກັນໃນດ້ານຕ່າງໆ ຕາມເງື່ອນໄຂຄວາມສາມາດຂອງຕົນ ໃຫ້ແທດກັບຕົວຈິງ ແລະ ມີປະສິດທິຜົນສູງ.

– ສອງຝ່າຍ ໄດ້ຕົກລົງກັນວ່າ ໃຫ້ກວດຄືນບັນດາເອກະສານທີ່ໄດ້ລົງນາມກັນໄປແລ້ວ, ອັນໃດທີ່ບໍ່ສອດຄ່ອງກັບສະພາບຮ່ວມມືໄລຍະໃໝ່ ແມ່ນຈະຮ່ວມກັນດັດແກ້ເພື່ອໃຫ້ການຮ່ວມມືສອງຝ່າຍຂອງຕົນມີປະສິດທິຜົນແລະມີໃບໜ້າໃໝ່ຢ່າງແທ້ຈິງ.

ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ ປະທານຄະນະກຳມະການຮ່ວມມືລາວ-ຫວຽດນາມ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ເວລາໃດກໍ່ມີຄວາມເຫັນອົກເຫັນໃຈ ແລະ ໃຫ້ການອູ້ມຊູຊ່ວຍເຫຼືອໃນດ້ານຕ່າງໆແກ່ ສປປ ລາວ ຂອງພວກຂ້າພະເຈົ້າ ບໍ່ວ່າໃນໄລຍະຕໍ່ສູ້ກູ້ຊາດ ກໍ່ຄືໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ ດ້ວຍຫຼາຍຮູບແບບ. ພັກ ແລະ ລັດຖະບານ ສປປ ລາວ ເວລາໃດກໍ່ໃຫ້ຄວາມສຳຄັນຕໍ່ການພົວພັນຮ່ວມມື 2 ຝ່າຍ ລາວ-ຫວຽດນາມ. ຂ້າພະເຈົ້າ ພ້ອມດ້ວຍ ສະຫາຍ ຫງວຽນ ຈິ ຢູ້ງ ຈະສືບຕໍ່ຊີ້ນໍາ ແລະ ຊຸກຍູ້ຂະແໜງການກ່ຽວຂ້ອງໃຫ້ພ້ອມກັນເພີ່ມທະວີການເອົາໃຈໃສ່ປະຕິບັດບັນດາຂໍ້ຕົກລົງລະຫວ່າງ 2 ລັດຖະບານ ໃຫ້ເກີດດອກອອກຜົນ ແລະ ນໍາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ.

ສອງນາຍົກລັດຖະມົນຕີ ໄດ້ເປັນສັກຂີພິຍານ ໃນການລົງນາມຮ່ວມກັນ ໃນບົດບັນທຶກກອງປະຊຸມຄັ້ງທີ 45 ແລະ ຂໍ້ຕົກລົງວ່າດ້ວຍການຮ່ວມມືປະຈຳປີ 2023 ພ້ອມນັ້ນ ກໍໄດ້ແລກປ່ຽນສັນຍາຊື້ຂາຍໄຟຟ້າ ຫວ້ຍລະແງ ແລະ ໂຄງການໄຟຟ້າເຊຂະໝານ 3. ພ້ອມດຽວກັນນັ້ນ ສະຫາຍຫວຽດນາມ ກໍໄດ້ກະກຽມການສະໜັບສະໜູນໃຫ້ແກ່ ສປປລາວ ທີ່ຈະເປັນປະທານກອງປະຊຸມອາຊຽນ ໃນປີ 2024.

ໃນໂອກາດຕ້ອນຮັບປີໃໝ່ສາກົນ 2023ຫາກໍ່ຜ່ານພົ້ນໄປ ແລະ ກຽມຮັບຕ້ອນບຸນປີໃໝ່ປະຈຳຊາດ ເຕັດຫວຽດນາມ ທີ່ຈະມາເຖິງໃນມໍ່ໆນີ້, ຂ້າພະເຈົ້າຂໍອວຍພອນໃຫ້ສະຫາຍ ຫງວຽນ ຈິ ຢູ້ງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນ, ປະທານຄະນະກຳມະການຮ່ວມມື ຫວຽດນາມ-ລາວ ແລະ ບັນດາສະຫາຍ ການນຳ ພັກ-ລັດ ຫວຽດນາມ ກໍ່ຄືບັນດາ ປະຊາຊົນຫວຽດນາມ ອ້າຍນ້ອງທຸກຖ້ວນໜ້າ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ສືບຕໍ່ຊີ້ນຳ-ນຳພາ ຂະແໜງແຜນການ ແລະ ການລົງທຶນທົ່ວປະເທດ ໃຫ້ຈະເລີນກ້າວໜ້າ ແລະ ກ້າວຂື້ນຕາມເປົ້າໜາຍທີ່ວາງໄວ້ທຸກປະການ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version