Home ທຸລະກິດ ມອບ-ຮັບ ໂຄງການກໍ່ສ້າງສະຖາບັນເສດຖະກິດ-ການເງິນ ດົງຄຳຊ້າງໄລຍະ 3

ມອບ-ຮັບ ໂຄງການກໍ່ສ້າງສະຖາບັນເສດຖະກິດ-ການເງິນ ດົງຄຳຊ້າງໄລຍະ 3

0

ພິທີມອບ-ຮັບໂຄງການກໍ່ສ້າງ ສະຖາບັນເສດຖະກິດ-ການເງິນ ດົງຄຳຊ້າງ ໄລຍະ 3 ຈັດຂຶ້ນໃນວັນທີ 11 ມັງກອນ 2023 ໂດຍມີ ສະຫາຍ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີ ກະຊວງການເງິນ, ສະຫາຍ ໂຮ່ ດຶກ ເຟິກ ຄະນະກຳມະການສູນກາງພັກກອມມມູນິດຫວຽດນາມ, ລັດຖະມົນຕີກະຊວງການເງິນ ແຫ່ງ ສສ ຫວຽດນາມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ສະຫາຍ ບຸນໂຈມ ອຸບົນປະເສີດ ໄດ້ກ່າວວ່າ: ໂຄງການກໍ່ສ້າງພື້ນຖານໂຄງລ່າງ ສະຖາບັນເສດຖະກິດ-ການເງິນ ດົງຄຳຊ້າງ ເປັນໂຄງການກໍ່ສ້າງທີ່ມີຄວາມໝາຍສຳຄັນ ຫລາຍຕໍ່ການສ້າງຊັບພະ ຍາກອນມະນຸດ ໂດຍສະເພາະການພັດທະນາບຸກຄະລາກອນດ້ານການເງິນ-ການບັນຊີ ອອກສູ່ສັງຄົມ ແລະ ຂະແໜງການເງິນ, ເປັນສູນກາງໃນການຝຶກອົບຮົມ ພະນັກງານຂະແໜງການເງິນໃນຂອບເຂດທົ່ວປະເທດ, ປະກອບສ່ວນຢ່າງຕັ້ງໜ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ໂຄງການດັ່ງກ່າວ ແມ່ນໂຄງການໜຶ່ງທີ່ນອນຢູ່ໃນສັນຍາການຮ່ວມມືສອງຝ່າຍ ລະຫວ່າງ ສອງລັດຖະບານ ລາວ-ຫວຽດນາມ ໂດຍນຳໃຊ້ແຫລ່ງທຶນຊ່ວຍເຫລືອລ້າ ຂອງລັດຖະບານຫວຽດນາມ ແລະ ແຫລ່ງທຶນສົມ ທົບຂອງລັດຖະບານລາວ ເພື່ອຈັດຕັ້ງປະຕິບັດໂຄງການ; ຜົນສຳເລັດດັ່ງກ່າວ ແມ່ນໄດ້ມາຈາກນ້ຳໃຈສາຍພົວພັນແບບພິເສດຂອງ ສອງພັກ, ສອງລັດຖະບານລາວ-ຫວຽດນາມ ໂດຍສະເພາະ ລະຫ່ວາງ ສອງກະຊວງການເງິນ ລາວ-ຫວຽດນາມ ທີ່ມີການປະສານສົມທົບ ແລະ ຮ່ວມມືຊ່ວຍເຫລືອຮອບດ້ານແລະ ຍ້ອນຄວາມພະຍາຍາມ, ຄວາມຮັບຜິດຊອບສູງຂອງຄະນະຄຸ້ມຄອງໂຄງການ, ສະຫາຍ ບຸນໂຈມ ອຸບົນປະເສີດ ຍັງໃຫ້ຄຳໜັ້ນສັນຍາວ່າ ຈະຊີ້ນຳສະຖາບັນການເງິນ-ການບັນຊີ ນຳໃຊ້ສະຖາບັນແຫ່ງນີ້ໃຫ້ມີຄຸນປະໂຫຍດສູງສຸດໃນການກໍ່ສ້າງບຸກຄະລາກອນດ້ານການເງິນ-ການບັນຊີ, ບໍາລຸງສ້າງພະນັກງານຂະແໜງການເງິນ ແລະ ຊີ້ນຳໃຫ້ມີການບົວລະບັດປົກປັກຮັກ ຄຸ້ມຄອງນຳໃຊ້ໃຫ້ມີ ປະສິດທິຜົນສູງສຸດ.

ໂອກາດນີ້, ສະຫາຍ ໂຮ່ ດຶກ ເຟິກ ກໍໄດ້ກ່າວວ່າ: ລັດຖະບານສອງປະເທດ ອະນຸຍາດໃຫ້ນຳໃຊ້ແຫລ່ງທຶນການຊ່ວຍເຫລືອລ້າຈາກລັດຖະບານຫວຽດນາມ ໃຫ້ແກ່ລັດຖະບານລາວ ແລະ ທຶນສົມທົບໂຄງການຂອງລັດຖະບານລາວ ເພື່ອຈັດຕັ້ງປະຕິບັດໂຄງການ “ກໍ່ສ້າງສະຖາບັນເສດຖະກິດການເງິນດົງຄຳຊ້າງ ໄລຍະ 3” ຢູ່ນະຄອນຫລວງວຽງຈັນ ນີ້ແມ່ນການເຄື່ອນໄຫວທີ່ສຳຄັນໃນໂຄງການຮ່ວມມືລະຫວ່າງພັກ, ລັດຖະບານ, ກະຊວງການເງິນ ແລະ ປະຊາຊົນສອງປະເທດ ຫວຽດນາມ-ລາວ ໂດຍມີເປົ້າໝາຍ ກໍ່ສ້າງພື້ນຖານວັດຖຸຮັບໃຊ້ແກ່ ຍຸດທະສາດບຳລຸງສ້າງແຫລ່ງຊັບພະຍາກອນມະນຸດ ໃນຂົງ ເຂດການເງິນ-ເງິນຕາ, ມີຄຸນນະພາບ ແລະ ລະດັບການສຶກສາສູງໃຫ້ແກ່ປະເທດຊາດ ແລະ ຂະແໜງ ການເງິນລາວ ແລະ ເປັນການເຄື່ອນໄຫວແທດກັບຕົວຈິງ, ສະແດງໃຫ້ເຫັນສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບພິເສດ ລະຫວ່າງ ຫວຽດນາມ ແລະ ລາວ ເຖິງວ່າ ການຈັດຕັ້ງປະຕິບັດ ໄລຍະ 3 ຂອງໂຄງການ ພົບຄວາມຫຍຸ້ງຍາກຫລາຍຢ່າງ ຍ້ອນການລະບາດຂອງພະຍາດໂຄວິດ-19 ແລະ ສະພາບດິນຟ້າອາກາດບໍ່ສະດວກ, ແຕ່ດ້ວຍຄວາມເອົາໃຈໃສ່ ແລະ ຊີ້ນຳຢ່າງໃກ້ຊິດ ຂອງກະຊວງການເງິນສອງປະເທດ ຫວຽດນາມ ແລະ ລາວ ໄດ້ສໍາເລັດທັງໝົດ, ຕອບສະໜອງໄດ້ເປົ້າໝາຍການລົງທຶນ ໃຫ້ກາຍເປັນສູນກໍ່ສ້າງ ແລະ ຄົນຄວ້າດ້ານການເງິນຊັ້ນນໍາແຫ່ງຊາດລາວ, ພ້ອມໃຫ້ແກ່ວຽກງານບຳລຸງສ້າງແຫລ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບ ດ້ານເສດຖະກິດ, ການເງິນ, ຮັບໃຊ້ພາລະກິດພັດທະນາເສດຖະກິດຂອງປະເທດລາວ ໃນປັດຈຸບັນ ແລະ ອະນາຄົດ.

ພາບ: ຂັນໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version